ແຂວງຈຳປາສັກ ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022
ເວລາອອກຂ່າວ: 2022-07-21 08:23:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1335 | ຄວາມນິຍົມ: ![]()
ແຂວງຈໍາປາສັກ ໄດ້ຈັດງານ
ໂຮມຊຸມນຸມສະເຫຼີມສະຫຼອງປີ
ສາມັກຄີມິດຕະພາບ ລາວ-ຫວຽດ
ນາມ ປີ 2022 ຄື: ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການ
ຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ໃນວັນທີ 18 ກໍລະກົດ 2022, ທີ່ສະໂມສອນຫຼັກ 4 ແຂວງ ຈຳ ປາສັກ, ໂດຍການເຂົ້າຮ່ວມຂອງສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງຈຳປາສັກ, ມີ ສະຫາຍ ຫງວຽນວັນຈູງ ກົງສູນ ໃຫຍ່ແຫ່ງ ສສ ຫວຽດນາມ ປະ ຈຳພາກໃຕ້, ການນຳແຂວງຈຳ ປາສັກ ພ້ອມດ້ວຍແຂກຖືກເຊີນ ຈາກສູນກາງ, ສະມາຄົມມິດຕະ ພາບ ລາວ-ຫວຽດນາມ ຂັ້ນສູງ ກາງ, ຂັ້ນແຂວງຈຳປາສັກ, ນັກ ທຸລະກິດ ແລະ ຊາວຫວຽດນາມທີ່ດໍາລົງຊີວິດຢູ່ແຂວງຈໍາປາສັກເຂົ້າຮ່ວມ.
ໃນບົດປາໃສຂອງ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຍົກໃຫ້ ເຫັນຄວາມໝາຍຄວາມສຳຄັນ ຂອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ປະຫວັດສາດມູນ ເຊື້ອແຫ່ງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຊຶ່ງສະແດງອອກ ຫຼາຍເຫດການທີ່ສຳຄັນທີ່ສອງ ພັກ, ສອງລັດ ກໍຄືປະຊາຊົນ ສອງ ຊາດ ລາວ-ຫວຽດນາມ ໄດ້ໃຫ້ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງຮອບດ້ານໃນພາລະກິດຕໍ່ ສູ້ປົດປ່ອຍຊາດ ກໍຄືພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດໃນປັດຈຸບັນ. ພ້ອມນັ້ນ ເຈົ້າແຂວງຈຳປາສັກ ຍັງໄດ້ຢືນຢັນວ່າ: ຈະສືບຕໍ່ຮັກສາ ສາຍພົວພັນ ແລະ ການຮ່ວມມື ຮອບດ້ານລະຫວ່າງແຂວງຈຳ ປາສັກ ກັບບັນດາແຂວງພາກ ກາງ-ພາກໃຕ້ແຫ່ງ ສສ ຫວຽດ ນາມ ແລະ ພາກອື່ນໆ, ເອົາໃຈໃສ່ ສຶກສາອົບຮົມຖັນແຖວພະນັກ ງານ, ສະມາຊິກພັກ, ລັດຖະກອນ, ກຳລັງປະກອບອາວຸດ, ນັກສຶກ ສາປັນຍາຊົນ ແລະ ປະຊາຊົນ ບັນດາເຜົ່າໃຫ້ຮັບຮູ້ ເຊື່ອມຊຶມຕໍ່ມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິິດຕະ ພາບຂອງພວກເຮົາ ໃຫ້ໝັ້ນຄົງ ທະນົງແກ່ນຕະຫຼອດໄປ. ໃນງານ ໂຮມຊຸມນຸມດັ່ງກ່າວນີ້ ຍັງໄດ້ຮັບ ຊົມການສະແດງສິລະປະ ແລະ ຊົມການວາງສະແດງຮູບພາບ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ນຳອີກ.
ຂ່າວ: ທັດຊະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















