ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ຄະນະນຳ, ຄະນະຄູເຝິກ ແລະ ນັກກີລາ ທີມຊາດລາວ ຢູ 19 ປີ
ເວລາອອກຂ່າວ: 2022-07-21 08:26:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1264 | ຄວາມນິຍົມ: ![]()
ວັນທີ 19 ກໍລະກົດ 2022, ຢູ່ທີ່ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ໄດ້ມີພິທີ ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ຄະນະນຳ, ຄະນະຄູເຝິກ ແລະ ນັກກີລາທີມຊາດລາວ ທີ່ ໄດ້ຮອງແຊັມການແຂ່ງຂັນບານ ເຕະຊາຍ ຊີງແຊັມອາຊຽນຮຸ່ນ ອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນ ໂດເນເຊຍ, ໂດຍການເຂົ້າຮ່ວມ ຂອງ ທ່ານ ພັນຄຳ ວິພາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາ ຈັກຣ ປະທານສະຫະພັນບານເຕະແຫ່ງ ຊາດລາວ, ຄະນະບໍລິຫານງານສະຫະພັນ ບານເຕະແຫ່ງຊາດ ລາວ, ຄະນະນຳ, ຄະນະຄູເຝິກ ແລະ ນັກກີລາ ທີມຊາດລາວ ຮຸ່ນ ອາຍຸບໍ່ເກີນ 19 ປີ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ ມວນຊົນເຂົ້າຮ່ວມ.
ທ່ານ ພຸດ ສິມມາລາວົງ ໄດ້ ລາຍງານຫຍໍ້ຜົນສຳເລັດການ ແຂ່ງຂັນບານເຕະຊາຍ ຊີງແຊັມ ອາຊຽນຢູ່ທີ່ປະເທດອິນໂດເນ ເຊຍ, ຫຼັງຈາກນັ້ນໄດ້ມີພິທີປະດັບ ຫຼຽນໄຊແຮງຊັ້ນ II ໃຫ້ກັບຄະນະ ນຳ, ຄະນະຄູເຝິກ ແລະ ນັກກີລາ ລວມຈຳນວນ 37 ທ່ານ ໂດຍ ແມ່ນ ທ່ານ ພັນຄຳ ວິພາວັນ ເປັນ ຜູ້ມອບ.
ໃນໂອກາດທີ່ມີຄວາມໝາຍ ດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳ ເລັດຂອງ ຄະນະນຳ, ຄະນະຄູເຝິກ ແລະ ນັກກີລາ ທີມຊາດລາວ ຮຸ່ນ ອາຍຸບໍ່ເກີນ 19 ປີ ໄດ້ຮອງແຊັມ ການແຂ່ງຂັນບານເຕະຊາຍ ຊີງ ແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ ແລະ ພິເສດໄປກວ່ານັ້ນ ພູນິນ ໄຊ ຍະສອນ ໄດ້ຮັບລາງວັນຜູ້ຮັກສາ ປະຕູດີເດັ່ນ, ຜົນງານດັ່ງກ່າວ ແມ່ນການສ້າງຊື່ສຽງໃຫ້ກັບປະ ເທດຊາດ, ນຳຄວາມສຸກມາສູ່ ແຟນບານ, ລັດຖະບານຈຶ່ງໄດ້ ມອບຫຼຽນໄຊແຮງງານຊັ້ນ II ເພື່ອເປັນການຈາລຶກຜົນງານທີ່ ບັນດາສະຫາຍໄດ້ສ້າງຜົນງານມາສູ່ປະເທດຊາດ.
ໂອກາດດຽວກັນ ທ່ານ ຈັນ ທະວີໄຊ ຂຸນທຸມພອນ ຕາງໜ້າ ນັກກີລາ ໄດ້ກ່າວສະແດງຄວາມ ຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງ ສູງມາຍັງການນຳພັກ, ລັດ, ສະ ຫະພັນບານເຕະແຫ່ງຊາດລາວ, ຄູເຝິກ ແລະ ທຸກພາກສ່ວນຂອງ ສັງຄົມ ທີ່ເຮັດໃຫ້ພວກເຮົາສ້າງ ໄດ້ຜົນງານດີຄືມື້ນີ້ ແລະ ພວກ ເຮົາຂໍໃຫ້ຄຳໝັ້ນສັນຍາວ່າຈະ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອ ແລະ ນຳເອົາບົດຮຽນ, ປະສົບການທີ່ໄດ້ມາເພື່ອພັດທະ ນາຕົນເອງ ແລະ ໝູ່ຄະນະໃຫ້ດີຂຶ້ນ ໄປເລື້ອຍໆ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມລາວຫັນມາຮັກການຫຼີ້ນກີລາ ແລະ ເອົາກີລາເພື່ອ ສ້າງຊື່ສຽງໃຫ້ແກ່ປະເທດຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















