ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ທະຫານແຂວງບໍລິຄຳໄຊ ມອບລົດໃຫ້ 3 ກົມກອງ
ເວລາອອກຂ່າວ: 2022-07-22 09:08:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 990 | ຄວາມນິຍົມ:



ວັນທີ 18 ກໍລະກົດ 2022 ນີ້, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ ລົດໃຫ້ 3 ກົມກອງທີ່ຂຶ້ນກັບກອງ ບັນຊາການທະຫານແຂວງ, ໂດຍ ການເຂົ້າຮ່ວມ ແລະ ກ່າວມອບ ຂອງ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງບໍລິຄຳໄຊ, ມີພະແນກ ການກ່ຽວຂອງ ແລະ ຄະນະ ພັກ-ຄະບັນຊາ ກົມກອງ ທີ່ໄດ້ ຮັບລົດເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເດີມ ກອງມະນີ ຮອງຫົວໜ້າຫ້ອງເຕັກ ນິກ ກອງບັນຊາການທະຫານ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ວ່າດ້ວຍ ການມອບລົດ ໃຫ້ບັນດາກົມກອງ ເພື່ອນໍາໃຊເຂົ້າໃນວຽກງານລວມ, ກອງບັນ ຊາການທະຫານແຂວງ ບໍລິຄໍາ ໄຊ ຕົກລົງມອບລົດ ຈໍານວນ 3 ຄັນ ໃຫ້ 3 ກົມກອງຄື: ມອບລົດ ອູອອັດ UAZ ເລກທະບຽນ ກທ/257-0001 ໃຫ້ກອງຮ້ອຍ ທະຫານຊາຍແດນ 257, ລົດ ອູອອັດ UAZ ເລກທະບຽນ ກທ/ບຊ-0014 ໃຫ້ກອງບັນຊາ ການທະຫານເມືອງໄຊຈຳພອນ ແລະ ລົດ BJ40PLUF 4x4 ເລກທະບຽນ ກທ/ບຊ-0008 ມອບໃຫ້ຫ້ອງການບໍລິຫານເພື່ອ ຮັບໃຊ້ຄະນະພັກ-ກອງບັນຊາ, ຈາກນັ້ນ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ໄດ້ໃຫ້ກຽດ ກ່າວມອບຢ່າງເປັນທາງໂດຍ ແມ່ນຄະນະພັກ-ຄະນະບັນຊາ ແຕ່ລະກົມກອງເປັນຜູ້ກ່າວຮັບ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ຈວງຈັນ ລາດຊະວົງ ກໍໄດ້ ຮຽກຮ້ອງໃຫ້ແຕ່ລະກົມກອງທີ່ ໄດ້ຮັບລົດໃໝ່ຈົ່ງເອົາໃຈໃສ່ໃນ ການນຳໃຊ້ລົດໃຫ້ຖືກເປົ້າໝາຍ ແລະ ນໍາໃຊ້ເຂົ້າໃນວຽກງານ ລວມຂອງກົມກອງ ໃຫ້ເກີດປະ ໂຫຍດສູງສຸດ, ຊີ້ນຳວິຊາສະເພາະ ໃຫ້ເປັນເຈົ້າການປົກປັກຮັກສາ, ປົວລະບັດພັດເຊັດ, ກວດເຊັກສະ ພາບດ້ານເຕັກນິກຂອງລົດເປັນ ປະຈຳ ເພື່ອຮັບປະກັນໃຫ້ການ ນຳໃຊ້ລົດໄດ້ຍາວນານ ຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ