ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄະນະສິລະປະກອນກອງທັບແຫ່ງ ຣາຊະອານາຈັກກຳປູເຈຍສືບຕໍ່ສະແດງຢູ່ທີ່ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2019-02-05 08:51:11 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1254 | ຄວາມນິຍົມ:



ໃນຄໍ່າຄືນວັນທີ 2 ກຸມພາ 2019 ນີ້, ຢູ່ທີ່ຫໍວັດທະນະທໍາແຂວງຫລວງນໍ້າທາ, ຄະນະສິ ລະປະກອນກອງທັບແຫ່ງຣາຊະ ອານາຈັກກໍາປູເຈຍ ໄດ້ມາສະແດງ ຮັບໃຊ້ນາຍ ແລະ ພົນທະຫານ, ຊາວຫຼວງນໍ້າທາ ໂດຍເປັນກຽດເຂົ້າຮ່ວມຊົມຂອງ ທ່ານ ຄໍາໄຫຼ ສີ ປະເສີດ ຄະນະປະຈໍາພັກແຂວງ ຫົວໜ້າພະແນກກະສິກໍາປ່າໄມ້ ແຂວງຫຼວງນໍ້າທາ, ມີທ່ານ ພົນ ຈັດຕະວາ ອິ່ນແກ້ວ ມະນີຈັນ ກໍາ ມະການພັກແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ມີຄະນະນໍາ ກອງບັນຊາການ, ທ່ານ ພົນຕີ ເມົາພອນລາ ຫົວໜ້າຄະນະສິ ລະປະກອນກອງທັບ ແຫ່ງ ຣາຊະ ອານາຈັກກໍາປູເຈຍຕະຫຼອດຮອດພະນັກງານລັດຖະກອນ, ພໍ່ແມ່ ປະຊາຊົນ ພາຍໃນແຂວງຫຼວງນໍ້າ ທາເຂົ້າຮ່ວມ. ການສະແດງໃນຄັ້ງນີ້ກໍເພື່ອ ສ້າງບັນຍາກາດເບີກບານມ່ວນ ຊື່ນສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ແລະ ເປັນການ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ກອງທັບ ລາວ-ກໍາປູເຈຍ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ ລາຍການ ສະແດງຂອງຄະນະສິລະປະກອງ ທັບ ແຫ່ງ ຣາຊະນາຈັກກໍາປູເຈຍ ທີ່ນໍາມາສະແດງໃນຄັ້ງນີ້ ມີ 10 ລາຍການທຸກໆລາຍການລ້ວນ ແລ້ວແຕ່ມີເນື້ອໃນທີ່ສ່ອງແສງ ເຖິງສາຍພົວພັນມິດຕະພາບ, ແລະ ການຮ່ວມມືສອງຊາດ, ສອງກອງ ທັບ ລາວ-ກໍາປູເຈຍ ທີ່ມີມາແຕ່ ດົນນານ, ທັງສ່ອງແສງໃຫ້ເຫັນ ຮີດຄອງ ແລະ ວັດທະນະທໍາຂອງ ກໍາປູເຈຍ ກໍຄືການເຕີບໃຫຍ່ເຂັ້ມ ແຂງຂອງກອງທັບ, ທຸກລາຍ ການສະແດງແມ່ນເປັນການສ້າງ ບັນຍາກາດເບີກບານມ່ວນຊື່ນ ເຮັດໃຫ້ຜູ້ຊົມ ແລະ ປະທັບໃຈ. ການສະແດງໃນຄັ້ງນີ້ ນອກ ຈາກຈະເປັນການສ້າງບັນຍາ ກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີແລ້ວ ຍັງເປັນການປະກອບ ສ່ວນປຸກລະດົມກຳລັງໃຈນາຍ ແລະ ພົນທະຫານ ກໍຄືປະຊາຊົນ ລາວບັນດາເຜົ່າ, ເວົ້າລວມ ເວົ້າ ສະເພາະກໍຄືຊາວແຂວງຫຼວງນໍ້າ ທາ ພ້ອມນີ້ກໍຍັງເປັນການໂຄສະ ນາເຜີຍແຜ່ແລກປ່ຽນສິລະປະ-ວັດທະນະທຳທີ່ສ່ອງແສງເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ, ກອງທັບ ລາວ-ກໍາປູເຈຍ ໃຫ້ພະ ນັກງານ-ນັກຮົບຮັບຮູ້ຢ່າງກວ້າງ ຂວາງ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ