ເຊັນສັນຍາໂຄງການປັບປຸງ ພື້ນຖານໂຄງລ່າງໂຮງຮຽນນາຍສິບເຫຼົ່າຮົບ
ເວລາອອກຂ່າວ: 2022-07-22 09:15:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1173 | ຄວາມນິຍົມ: ![]()
ວັນທີ 18 ກໍລະກົດ 2022
ນີ້, ຢູ່ທີ່ຫ້ອງປະຊຸມກົມໃຫຍ່ເສ ນາທິການກອງທັບ ໄດ້ຈັດພິທີ ເຊັນສັນຍາ ໂຄງການປັບປຸງພື້ນ ຖານໂຄງລ່າງໂຮງຮຽນນາຍ ສິບເຫຼົ່າຮົບ ບ້ານ ແປນ ເມືອງ ພູ ກູດ ແຂວງ ຊຽງຂວາງ ລະຫວ່າງ ກົມໃຫຍ່ເສນາທິການກອງທັບ ກັບ 2 ບໍລິສັດ ຄື: ກຸ່ມບໍລິສັດ ຍອດ ຈະເລີນກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ທີເຄ ກໍ່ສ້າງ ແລະຕິດຕັ້ງໄຟຟ້າ ຈໍາກັດຜູ້ດຽວ. ໂດຍ
ມີ ສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຮອງ
ຄະນະຊີ້ນໍາວຽກງານປັບປຸງພື້ນ ຖານໂຄງລ່າງໂຮງຮຽນນາຍສິບ
ເຫຼົ່າຮົບ, ມີກົມໃຫຍ່ພະລາທິການ ກອງທັບ, ກົມກໍ່ສ້າງ-ຄຸ້ມຄອງ ຊັບສິນ, ກົມການເງິນ, ກົມໂຮງ ຮຽນ ວິຊາການ ແລະ ພາກສ່ວນ
ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ພິທີເຊັນສັນຍາໃນຄັ້ງນີ້, ຕາງ
ໜ້າກົມໃຫຍ່ເສນາທິການກອງ ທັບ ( ເຈົ້າຂອງໂຄງການ ) ໂດຍ
ແມ່ນສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາວຽກງານປັບ ປຸງພື້ນຖານໂຄງລ່າງໂຮງຮຽນ ນາຍສິບເຫຼົ່າຮົບ, ເຊິ່ງໄດ້ເຊັນສັນ ຍາກັບ 2 ບໍລິສັດ ໂດຍແມ່ນ ສະ ຫາຍ ສີວອນ ເພັດມີໄຊ ປະທານ ກຸ່ມ ບໍລິສັດ ຍອດຈະເລີນກໍ່ສ້າງ ຈໍາກັດຜູ້ດຽວ ແລະ ສະຫາຍ ດາ ລະພັນ ຂັນນາລາ ປະທານ ບໍລິ ສັດ ທີເຄກໍ່ສ້າງ ແລະ ຕິດຕັ້ງໄຟ ຟ້າ ຈໍາກັດຜູ້ດຽວ (ຝ່າຍຮັບເໝົາ)ການເຊັນສັນຍາໃນຄັ້ງນີ້ກໍເພື່ອ ປັບປຸງພື້ນຖານໂຄງລ່າງໂຮງ ຮຽນນາຍສິບເຫຼົ່າຮົບ ບ້ານ ແປນ
ເມືອງ ພູກູດ ແຂວງ ຊຽງຂວາງ ໃຫ້ຮັບປະກັນຄວາມພ້ອມໃນທຸກດ້ານໃຫ້ແກ່ການຈັດຕັ້ງປະ ຕິບັດໜ້າທີ່ວຽກງານປ້ອງກັນ ຊາດ, ການຈັດຕັ້ງສຶກສາຮໍ່າຮຽນ ຂອງບັນດາເຫຼົ່າຮົບ ທີ່ຂຶ້ນກັບກະ ຊວງປ້ອງກັນປະເທດ ກໍຄື ກົມ ໃຫຍ່ເສນາທິການກອງທັບ ໃນ ສະເພາະໜ້າ, ຍາວນານ ແລະ ແມ່ນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ, ເວົ້າສະເພາະແມ່ນການປັບປຸງ ກໍ່ສ້າງກໍາລັງ, ແຜນງານປັບປຸງ ບັນດາໂຮງຮຽນກອງທັບເຂົ້າສູ່ ຄຸນນະພາບ, ພັດທະນາຊັບພະ ຍາກອນມະນຸດ, ບຸກຄະລາກອນ ໃຫ້ມີຄວາມຮູ້, ຄວາມສາມາດ, ປັບປຸງກໍ່ສ້າງກອງທັບໃຫ້ມີ ຄວາມເຕີບໃຫຍ່ເຂັ້ມແຂງ, ໜັກ ແໜ້ນ ສ້າງກອງທັບໃຫ້ກາຍເປັນ ກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ, ເຊິ່ງໂຄງການ ດັ່ງກ່າວ ເປັນບຸລິມະສິດຂອງ ກະຊວງປ້ອງກັນປະເທດ, ກົມ ໃຫຍ່ເສນາທິການກອງທັບເປັນ ເຈົ້າຂອງໂຄງການ ໂດຍມອບ ໃຫ້ 2 ບໍລີສັດຮັບເໝົາ ເປັນຜູ້ຈັດ ຕັ້ງປະຕິບັດໂຄງການກໍ່ສ້າງດັ່ງ ກ່າວ ເຊິ່ງມີກໍານົດເວລາເລີ່ມ ແຕ່ວັນທີ 1 ມິຖຸນາ 2022 ເປັນ ຕົ້ນໄປ ແລະ ຕ້ອງໃຫ້ສໍາເລັດ ພາຍໃນຕົ້ນປີ 2023.
ໂດຍ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















