ທ່ານເຈົ້າແຂວງໆອຸດົມໄຊຢ້ຽມຢາມກອງພັນນ້ອຍ 414
ເວລາອອກຂ່າວ: 2019-02-05 08:53:37 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1541 | ຄວາມນິຍົມ: ![]()
ເນື່ອງໃນໂອກາດສະເຫຼີມສະ ຫຼອງ ວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ທ່ານ
ປອ ຄໍາພັນ ເຜີຍຍະວົງ ກໍາມະການ
ສູນກາງພັກ ເລຂາພັກແຂວງ
ເຈົ້າແຂວງ, ປະທານປ້ອງກັນ ຊາດ-ປ້ອງກັນຄວາມສະຫົງບ ແຂວງອຸດົມໄຊ ພ້ອມດ້ວຍ ທ່ານ ເຈົ້າເມືອງ, ຄະນະພັກຄະນະ ກອງບັນຊາການທະຫານແຂວງ ອຸດົມໄຊໄດ້ລົງພົບປະຢ້ຽມຢາມ ແລະ ອວຍພອນອ້າຍນອ້ງກອງ ພັນນ້ອຍ 414 ໃນວັນທີ 30 ມັງກອນ 2019.
ໂອກາດດັ່ງກ່າວ ພັນຕີ ສົມ
ພອນ ແສນອາລິນ ເລຂາຄະນະ
ພັກຮາກຖານຫົວໜ້າການເມືອງກອງພັນນ້ອຍ 414 ໄດ້ຂຶ້ນລາຍ
ງານຫຍໍ້ການຈັດຕັ້ງປະຕິບັດໜ້າ
ທີ່ວຽກງານໃນໄລຍະຜ່ານມາ
ຕາມເນື້ອໃນ 4 ໜ້າທີ່ໃຫຍ່ 26
ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ຈາກ
ນັ້ນທ່ານເຈົ້າແຂວງອຸດົມໄຊກໍ
ໄດ້ກ່າວສະແດງຄວາມຍ້ອງຍໍ
ຊົມເຊີຍຕໍ່ຜົນສໍາເລັດທີ່ກົມກອງ
ຍາດມາໄດ້ ພ້ອມທັງຍົກໃຫ້ເຫັນ
ບາງສະພາບການລວມຂອງ
ໂລກ ແລະ ພາກພື້ນທີ່ສົ່ງຜົນກະ ທົບຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ແລະ ກໍ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະ
ນະບັນຊາກົມກອງເອົາໃຈໃສ່ ວຽກງານສຶກສາອົບຮົມການ ເມືອງ, ນໍາພາແນວຄິດ, ວຽກ
ງານປັບປຸງກໍ່ສ້າງກໍາລັງເພື່ອ ເຮັດໃຫ້ພະນັກງານ-ນັກຮົບໃນ
ກົມກອງມີແນວຄິດອຸ່ນອຽນທຸ່ນ
ທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການ
ນໍາພາຂອງພັກ, ປະຕິບັດລະບຽບ
ວິໄນເຂັ້ມງວດ, ມີສະຕິຕໍ່ການ
ຈັດຕັ້ງ, ກຽມພ້ອມຕອບຕ້ານ
ທຸກກົນອຸບາຍມ້າງເພທໍາລາຍ ຂອງອິດທິກຳລັງປໍລະປັກ ແລະ
ກຸ່ມຄົນບໍ່ດີ, ພ້ອມກັນຕັ້ງໜ້າເຄື່ອນ
ໄຫວຂອບເຂດກົມກອງຮັບຜິດ ຊອບໃຫ້ມີຄວາມສະຫງົບປອດ
ໄພ, ເອົາໃຈໃສ່ໃນການລົງກໍ່ສ້າງ
ຮາກຖານການເມືອງໂດຍສົມທົບ
ກັບອໍານາດການປົກຄອງ, ກໍາ
ລັງກອງຫຼອນ, ປກສ ບ້ານເພື່ອ
ພ້ອມກັນຕ້ານສະກັດກັ້ນ ແລະ
ແກ້ໄຂບັນຫາປາກົດການຫຍໍ້
ທໍ້ໃຫ້ທັນເວລາ. ໂດຍສະເພາະ
ແມ່ນບັນຫາຢາເສບຕິດ, ຂີ້ລັກ
ງັດແງະ, ຄ້າຂາຍເຖື່ອນ, ລ່າສັດ
ປ່າ, ຖາງປ່າຊະຊາຍ. ໂອກາດ
ດຽວກັນນີ້ທ່ານເຈົ້າແຂວງອຸດົມ
ໄຊ ຍັງໄດ້ນໍາເອົາວັດຖຸປັດໄຈ
ແລະ ເງິນສົດລວມມູນຄ່າ 7
ລ້ານກວ່າກີບມອບໃຫ້ກົມກອງ
ດັ່ງກ່າວຕື່ມອີກ.
ໂດຍ: ເພັດສະໝອນ ລັດຕະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















