ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ສະຫຼຸບການຫັດແອບເດີນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-05 08:58:04 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1862 | ຄວາມນິຍົມ:



ໃນວັນທີ 4 ກຸມພາ 2019 ນີ້, ກົມອົບຮົມກົມໃຫຍ່ເສນາທິ ການກອງທັບຈັດກອງປະຊຸມສະ ຫຼຸບການຈັດຕັ້ງຫັດແອບເດີນສວນສະໜາມຂອງກຳລັງພົນ ແລະ ພາຫະນະ-ອາວຸດ ສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສ ນາທິການ ກອງທັບ, ມີຄະນະນຳ 4ກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງພັນໃຫຍ່, ເຫຼົ່າຮົບ, ກຳລັງຫຼວງ-ກຳລັງທ້ອງຖິ່ນເຂົ້າ ຮ່ວມ. ພັນໂທ ສັນຕິ ຈັນທະລັງສອນ ຄະນະຮັບຜິດຊອບດ້ານເນື້ອໃນຫັດແອບບັ້ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ຫົວໜ້າພະແນກລະບຽບກົມອົບຮົມກົມໃຫຍ່ເສນາ ທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງຫັດແອບເດີນ ສວນສະໜາມຂອງກຳລັງພົນ ແລະ ພາຫະນະ-ອາວຸດ. ການຈັດ ຕັ້ງປະຕິບັດວຽກງານກະກຽມ, ການຫັດແອບປະສານ ແລະ ດຳ ເນີນພິທີທາງການ ເຊິ່ງໄດ້ຈັດຕັ້ງ ເຜີຍແຜ່ແຜນການ ແລະ ມອບ ໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຕາມຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດອະນຸມັດ ເພື່ອເປັນ ພື້ນຖານບ່ອນອີງໃຫ້ການຈັດຕັ້ງ ກະກຽມຕາມໜ້າທີ່ພາລະບົດ ບາດ, ໂດຍເຂົ້າຮ່ວມມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະ ຊວງ, ກົມເຫຼົ່າຮົບ ແລະ ກົມກອງ ທີ່ມີກຳລັງເຂົ້າຮ່ວມ, ຈັດຕັ້ງບຳ ລຸງກອງຕົວແບບຂອງກອງພັນ ໃຫຍ່ 279 ຈຳນວນ 143 ສະ ຫາຍ, ສະແດງຜ່ານເຄື່ອງແບບ, ເຄື່ອງປະດັບຕິດຫ້ອຍເຄື່ອງ ແບບຂອງບັນດາກ້ອນກຳລັງ, ການປະດັບພາຫະນະ-ອາວຸດ, ບັນດາທ່າຈັງຫວະສວນສະໜາມ ແລະ ລຳດັບເນື້ອໃນດຳເນີນພິທີການສະເຫຼີມສະຫຼອງຜ່ານຕໍ່ຄະນະປະຈຳພັກກະຊວງປ້ອງກັນ ປະເທດ, ຈັດຕັ້ງເປີດບັ້ນອົບຮົມ ບຳລຸງຄູເຝິກສວນສະໜາມ ແລະ ເອກະພາບບົດຮຽນລະບຽບຮູບ ແຖວທົ່ວກອງທັບ. ໂດຍມີພະນັກ ງານເຂົ້າຮ່ວມຈາກຄູເຝິກກ້ອນ ສວນສະໜາມ 20 ກ້ອນ, ພະນັກ ງານອົບຮົມຂອງ 16 ກອງບັນຊາ ການທະຫານເເຂວງ, 5 ກອງ ພົນ, 10 ກອງພັນໃຫຍ່, 2 ວິທະ ຍາຄານ, 3 ໂຮງຮຽນຂຶ້ນກັບກະ ຊວງ ແລະ ກົມເຫຼົ່າຮົບລວມ, ການດຳເນີນຫັດແອບປະສານ ລວມ ແລະ ພິທີທາງການແມ່ນ ປະຕິບັດການສະແດງໄປຕາມ ວາລະກຳນົດ, ທາງດ້ານເນື້ອໃນ ແມ່ນສະແດງເຫັນໄດ້ມູນເຊື້ອ ຄວາມເຕີບໃຫຍ່ ດ້ານລະບຽບພິ ທີການໄດ້ກຳນົດແບ່ງປັນສະຖານ ທີ່ຮັບຕ້ອນການນຳ ແລະ ແຂກ ເຂົ້າຊົມ, ການປະດັບສະຖານທີ່ ຕ່າງໆໄດ້ຢ່າງຈົບງາມ, ລະບົບ ຮັບ-ສົ່ງການກະຈາຍສຽງຕໍ່ ເນື່ອງລຽນຕິດ, ດ້ານວຽກງານ ປ້ອງກັນແມ່ນຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍ ແລະ ມີ ຄວາມສະຫງົບປອດໄພ. ການ ດຳເນີນພິທີທາງການໄປຕາມແຕ່ລະວາລະລາຍການຈົນເຖິງສິ້ນ ສຸດແມ່ນມີຄວາມລ່ຽນໄຫຼ ແລະ ມີຜົນສຳເລັດຢ່າງຈົບງາມຕາມຈຸດປະສົງຄາດໝາຍທີ່ວາງໄວ້. ໂອກາດນີ້ ທ່ານ ພົນໂທ ສຸ ວອນ ເລືອງບຸນມີ ກໍໄດ້ໃຫ້ທິດຊີ້ ນຳແກ່ຄະນະຮັບຜິດກໍຄຶຄະນະ ພັກ-ຄະນະນຳບັນດາກ້ອນກຳລັງ ຈົ່ງສຶບຕໍ່ເອົາໃຈໃສ່ນຳເອົາເນື້ອ ໃນຈິດໃຈ ແລະ ຜົນສຳເລັດໃນ ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ລວງເລິກ ແລະ ເຂົ້າໃນຊີ ວິດປະຈຳວັນຂອງກົມກອງ, ສືບ ຕໍ່ເອົາໃຈໃສ່ຄົ້ນຄວ້າເນື້ອໃນລະ ບຽບຫຼັກການຮູບແຖວໃຫ້ຖືກ ກັບສະພາບເນື້ອໃນຕົວຈິງ ແລະ ຄວາມເຕີບໃຫຍ່ເຂັ້ມແຂງຂອງ ກອງທັບເຮົາ, ສຶບຕໍ່ຂຶ້ນແຜນຄົ້ນ ຄວ້າຈັດຕັ້ງປະຕິບັດເຝິກແອບ ຮໍ່າຮຽນວິຊາງົດງາມ, ລະບຽບ ວິໄນກອງທັບໃຫ້ກາຍເປັນພາກ ບັງຄັບຂອງກົມກອງ ກໍຄືກຳລັງ ຫຼວງກຳລັງທ້ອງຖິ່ນ, ເອົາໃຈໃສ່ ຂຶ້ນແຜນປົກປັກຮັກສາ ແລະ ບົວລະບັດພາຫະນະເຕັກນິກທີ່ໄດ້ປະກອບໃຫ້ແຕ່ລະເຫຼົ່າຮົບ, ເພື່ອໃຫ້ນຳໃຊ້ໃຫ້ໄດ້ຍາວນານ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ