ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢູ່ກອງພັນໃຫຍ່ 641
ເວລາອອກຂ່າວ: 2019-02-05 09:00:35 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1832 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ຢູ່ກອງພັນໃຫຍ່ 641 ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2019 ໂດຍການເຂົ້າ ຮ່ວມຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການ, ມີບັນດາຄະ ນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບກອງດັ່ງກ່າວ ຕະຫຼອດຮອດອຳນາດການປົກ ຄອງບ້ານໃກ້ຄຽງເຂົ້າຮ່ວມ. ພັນເອກ ພອນແກ້ວ ພາລິນ ທອງ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນໃຫຍ່ 641 ໄດ້ຫວນຄືນມູນເຊື້ອວັນສ້າງ ຕັ້ງກອງທັບ ແລະ ຄວາມເປັນມາຂອງກົມກອງ, ເຊິ່ງນັບແຕ່ມີ ການກຳເນີດເກີດຂຶ້ນມາກອງ ພັນໃຫຍ່ 641 ໄດ້ເຮັດສຳເລັດ ໜ້າທີ່ຂອງຕົນຕະຫຼອດມາ, ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ຕົນ, ສູ້ຊົນປັບປຸງກໍ່ສ້າງກົມກອງ ແລະ ເຄື່ອນໄຫວປະຕິບັດໜ້າທີ່ ຍາດໄດ້ຜົນງານ ແລະ ໄຊຊະນະ ອັນສະຫງ່າງາມ ໃນນັ້ນມີ 3 ກອງ ໄດ້ຮັບນາມະຍົດເປັນກອງວີລະ ຊົນຄື: ກອງພັນ 601, ກອງພັນ 456 ແລະ ກອງຮ້ອຍ 4, ມີພະ ນັກງານ-ນັກຮົບໄດ້ຮັບນາມະຍົດ ວີລະຊົນແຫ່ງຊາດ 6 ສະຫາຍ ແລະ ນັກຮົບແຂ່ງຂັນ 12 ສະ ຫາຍ. ໃນພິທີຍັງໄດ້ຈັດຕັ້ງຍ້ອງຍໍ ຜົນງານ 5 ປີ ເຊິ່ງໃນນີ້ໄດ້ປະ ດັບຫຼຽນໄຊອິດສະຫຼະຊັ້ນ II ໃຫ້ກົມກອງ 1 ໜ່ວຍ ແລະ ບຸກ ຄົນ 6 ສະຫາຍ, ປະດັບຫຼຽນ ໄຊອິດສະຫຼະຊັ້ນ III ໃຫ້ກົມກອງ ລວມໝູ່ 2 ກົມກອງ ແລະ ບຸກຄົນ 10 ສະຫາຍ. ນອກຈາກນີ້ຍັງ ປະດັບຫຼຽນໄຊແຮງງານຊັ້ນ II, III, ຫຼຽນໄຊພິລາດອາດຫານ ຊັ້ນ II, III ແລະ ໃບຍ້ອງຍໍຂັ້ນ ຕ່າງເປັນຈຳນວນຫຼາຍ. ໃນຕອນທ້າຍ ທ່ານຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ໂອລົມຕໍ່ພິທີ ເຊິ່ງທ່ານໄດ້ ຕີລາຄາສູງຕໍ່ຜົນງານ, ຄຸນງາມ ຄວາມດີຂອງບັນດາວີລະຊົນ ແຫ່ງຊາດ, ນັກຮົບແຂ່ງຂັນຂອງ ກອງພັນໃຫຍ່ 641 ກໍຄືທົ່ວປະເທດທີ່ໄດ້ມີນໍ້າໃຈເສຍສະຫຼະ, ອຸທິດຕົນໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ພ້ອມກັນນີ້ທ່ານຍັງ ໄດ້ຮຽກຮ້ອງພະນັກງານຮຸ່ນໜຸ່ມ ຜູ້ສືບທອດຈົ່ງຮໍ່າຮຽນເອົາຄຸນ ງາມຄວາມດີຂອງພະນັກງານ ຮຸ່ນກ່ອນ, ສືບຕໍ່ສ້າງກົມກອງໃຫ້ ກາຍເປັນກົມກອງທີ່ມີລະບຽບ ແບບແຜນ ແລະ ທັນສະໄໝເປັນ ກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ