ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

25 ປີ ບົນເສັ້ນທາງແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ຂອງກອງພັນໃຫຍ່ 497
ເວລາອອກຂ່າວ: 2022-07-27 09:06:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ພາຍຫຼັງປະເທດຊາດໄດ້ ຮັບການປົດປ່ອຍການປະຕິວັດ ໄດ້ກ່າວເຂົ້າສູ່ໄລຍະໃໝ່ ເຊິ່ງ ແມ່ນໄລຍະແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ດັ່ງນັ້ນ ກ່ອນໜ້ານີ້ 25 ປີ, ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່ ກໍຄື ການປັບປຸງກໍ່ສ້າງກອງທັບປະ ຕິວັດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ເປັນກ້າວໆນັ້ນ, ຍ້ອນເຫັນໄດ້ ຜົນງານ ແລະ ໄຊຊະນະແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ເວົ້າ ລວມ, ເວົ້າສະເພາະແມ່ນກໍາລັງ ເຫຼົ່າຮົບຕີພິເສດ, ກະຊວງປ້ອງ ກັນປະເທດ ຕົກລົງສ້າງຕັ້ງກອງ ພັນໃຫຍ່ 497 ຂຶ້ນ ຢ່າງເປັນທາງ ການ ໃນວັນທີ 16 ກໍລະກົດ 1997 ເຊິ່ງມີ 3 ກອງພັນຂຶ້ນກັບ ຄື: ກອງພັນ 423, ກອງພັນ 424 ແລະ ກອງພັນ 428 ໂດຍ ສະ ຫາຍ ພັນຕີ ສົມພອນ ໄມບຸນຄໍ້າ ເປັນຫົວໜ້າການທະຫານ, ສະ ຫາຍ ພັນຕີ ໂສນີ ອຸດົມສັກ ເປັນ ຫົວໜ້າການເມືອງ, ສະຫາຍ ພັນຕີ ສົມທອນ ວົງພະຈັນ ເປັນ ຮອງຫົວໜ້າການທະຫານ, ສະ ຫາຍ ພັນຕີ ຈັນທີ ທໍາມະສິນ ເປັນ ຮອງຫົວໜ້າການເມືອງ ແລະ ສະຫາຍ ຮ້ອຍເອກ ບຸນເຈີ ຄໍາ ມະວົງ ເປັນຫົວໜ້າພະລາທິການ. ການຈັດຕັ້ງປະກອບ ມີ: 3 ກອງ ພັນ, 5 ພະແນກ, 1 ກອງຮ້ອຍກໍາ ລັງໄຟແບກຫາບ. ສະຫາຍ ພັນເອກ ຄໍາສຸກ ໄຊມວນສິນ ຫົວໜ້າການທະ ຫານ ກອງພັນໃຫຍ່ 497 ໃຫ້ຮູ້ ວ່າ: ການສ້າງຕັ້ງກອງພັນໃຫຍ່ 497 ແມ່ນເຫດການປະຫວັດ ສາດ ທີ່ສໍາຄັນຂອງກອງທັບປະ ຊົນລາວ ເພາະແມ່ນກົມກອງ ເຫຼົ່າຮົບຕີພິເສດທໍາອິດຂອງກອງ ທັບ, ເຊິ່ງໃນເມື່ອກ່ອນກົມກອງ ຕີພິເສດຍັງເປັນພຽງໝວດ, ກອງ ຮ້ອຍ, ກອງພັນ ທີ່ກະແຈກກະ ຈາຍຢູ່ໃນຂອບເຂດທົ່ວປະເທດ, ໃນສະໄໝຕໍ່ສູ້ກູ້ຊາດ ບັນດາກອງ ຮ້ອຍຕີພິເສດດັ່ງກ່າວ ໄດ້ມີມູນ ເຊື້ອອັນອົງອາດກ້າຫານ ໃນການ ເຄື່ອນໄຫວດັບສູນສັດຕູ ແລະ ໄດ້ຄຽງບ່າຄຽງໄຫຼ່ຮ່ວມກັບບັນ ດາກົມກອງເຫຼົ່າຮົບອື່ນໆ, ເປັນ ຕົ້ນແມ່ນ ບັ້ນຫຼອນຕີໜອງຄ້າງ ປີ 1967, ບັ້ນຫຼອນຕີເດີ່ນບິນ ຫຼວງພະບາງ ປີ 1971, ບັ້ນຫຼອນ ຕີທ່າລາດ, ພູເຂົາຄວາຍ, ເມືອງ ເກົ່າ, ທ່າບົກ, ບັ້ນຕີພູວຽງ, ພູລານ, ດົງເຫັນ ເຊໂນ ແຂວງສະຫວັນ ນະເຂດ, ບັ້ນຕີຢູ່ພູບາຈຽງ, ນ້ຳ ພາກແຂວງຈໍາປາສັກ, ບັ້ນຫຼອນ ຕີຢູ່ແຂວງອັດຕະປື ໄລຍະປີ 1971-1972 ແລະ ບັ້ນຮົບ ອື່ນໆ. ອັນພົ້ນເດັ່ນແມ່ນບັ້ນຮົບປົດປ່ອຍຜາຖີ່ ແຂວງຫົວພັນ ປີ 1968 ເຊິ່ງເປັນສູນຣາດາບັນຊາ ຍິງທໍາລາຍພາກເໜືອຂອງລາວ ແລະ ພາກໃຕ້ຫວຽດນາມ ຂອງ ພວກສັດຕູໃຫ້ພັງທະລາຍລົງ. ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມກອງເຫຼົ່າຮົບຕີພິເສດ ກໍໄດ້ສືບ ຕໍ່ເຄື່ອນໄຫວສູ້ຮົບຕີສັດຕູ ເປັນ ຕົ້ນແມ່ນບັ້ນກວາດລ້າງພວກປຸ້ນ ຢູ່ໜອງແປນ, ຜາຮຸງ-ຜາມົນ ເຂດຊຽງຮ່ອນ ເມືອງຫົງສາ ໄລ ຍະປີ 1980-1983, ບັ້ນຫຼອນຕີ ການ ບຽດຢຶດຂອງທະຫານໄທຢູ່ 3 ໝູ່ບ້ານ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ປີ 1984 ສາມາດປັດ ເຂ່ຍສັດຕູອອກຈາກວົງສູ້ຮົບ 119 ຄົນ, ດັບສູນກັບທີ່ 79 ຄົນ ແລະ ທໍາລາຍອາວຸດສົງຄາມຈໍານວນ ໜຶ່ງ, ບັ້ນກວາດລ້າງພວກປຸ້ນຢູ່ ຜາຫຼັງຜາ-ຜາແດງ, ລ້ອງເຢັນ-ລ້ອງຈານ, ກິ່ວເງິນ-ຖ້ຳອົງ ເຂດ ເມືອງກາສີ, ເມືອງວັງວຽງ ໄລຍະ ປີ 1985-1986, ບັ້ນຮົບບໍ່ ແຕນ ແຂວງໄຊຍະບູລີ ໄລຍະປີ 1987-1988, ບັ້ນກວາດລ້າງພວກປຸ້ນ ຢູ່ເມືອງໝອກ ແຂວງໄຊສົມບູນ ໄລຍະປີ 1991-1992, ບັ້ນ ກວາດລ້າງພວກປຸ້ນຢູ່ຍອດຫ້ວຍ ປາຊິວ, ນໍ້າເຕົ້າສາມແສ້ນ, ຍອດ ຫ້ວຍນໍ້າແຈ ແຂວງໄຊສົມບູນ ໄລຍະປີ 1995-1996 ແລະ ບັ້ນຮົບອື່ນໆ ຢ່າງພິລະອາດຫານ ແລະ ຍາດ ໄດ້ໄຊຊະນະເປັນກ້າວໆ ມາ. ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 497 ແຕ່ລະຮຸ່ນ ຍາມໃດກໍເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງຕິດ ພັນກັບການພັດທະນາຊົນນະ ບົດຮອບດ້ານຕາມການມອບໝາຍຂອງກະຊວງປ້ອງກັນປະ ເທດ, ໂດຍເຊື່ອມຊຶມກໍາແໜ້ນ ຍຸດທະສາດ ການກໍ່ສ້າງຮາກ ຖານການເມືອງແບບມູນເຊື້ອ ຂອງກອງທັບ ອັນໄດ້ເຮັດໃຫ້ສະ ພາບຢູ່ແຕ່ລະຮາກຖານທ້ອງຖິ່ນ ທີ່ກົມກອງຮັບຜິດຊອບເຄື່ອນ ໄຫວ ນັ້ນມີຄວາມສະຫງົບ, ປະ ຊາຊົນໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວ ທາງນະໂຍບາຍແຕ່ລະໄລຍະ ຂອງພັກ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ດີຂຶ້ນ. ໄປຄຽງ ຄູ່ກັນນັ້ນຍັງໄດ້ເອົາໃຈໃສ່ວຽກ ງານປັບປຸງກໍ່ສ້າງກໍາລັງໃຫ້ມີ ຄວາມໜັກແໜ້ນ ເຂັ້ມແຂງໃນ ທຸກດ້ານ, ຖັນແຖວພະນັກງານ ນັກຮົບ ໄດ້ຮັບການຍົກລະດັບ ແລະ ກໍ່ ສ້າງທັງພາຍໃນ ແລະ ຕ່າງປະ ເທດ ຢ່າງເປັນລະບົບຕໍ່ເນື່ອງ, ເອົາໃຈໃສ່ຕໍ່ວຽກງານສ້າງພະ ລາທິການ ໂດຍສຸມໃສ່ສ້າງພື້ນ ຖານໂຄງລ່າງ, ສຳນັກງານ, ຫ້ອງ ການ, ລະບົບສາງຄັງທີ່ແໜ້ນ ໜາຖາວອນ, ມີໄຟຟ້າ, ນ້ຳປະປາ, ຄ້າຍຄູມີຄວາມສະອາດຈົບງາມ, ຊີວິດການເປັນຢູ່ ແລະ ຊີວິດວັດ ທະນະທໍາຢູ່ກົມກອງ ໄດ້ຮັບການ ປັບປຸງ ແລະ ພັດທະນານັບມື້ດີຂຶ້ນ. ສະຫາຍຫົວໜ້າການທະຫານ ກອງພັນໃຫຍ່ 497 ໃຫ້ຮູ້ຕື່ມວ່າ: ເພື່ອເສີມຂະຫຍາຍມູນເຊື້ອ ແລະ ສືບຕໍ່ສ້າງກອງພັນໃຫຍ່ 497 ກາຍເປັນກໍາລັງຫຼັກແຫຼ່ງເຄື່ອນ ໄຫວສູ້ຮົບຂອງກະຊວງປ້ອງ ກັນປະເທດ ນັ້ນບັນຫາສໍາຄັນ ແມ່ນຄະນະພັກ-ຄະນະບັນຊາກອງພັນໃຫຍ່ໄດ້ຊີ້ນໍາແຕ່ລະ ກົມກອງ, ໜ່ວຍງານຕ່າງໆ ເປັນເຈົ້າການນໍາເອົາມະຕິ, ແນວ ທາງນະໂຍບາຍຂອງພັກ, ທິດ ທາງແຜນການຄາດໝາຍສູ້ຊົນ ແຕ່ລະໄລຍະ ລວມທັງຂໍ້ກໍານົດ, ກົດລະບຽບຂອງກອງທັບ ມາ ສຶກສາອົບຮົມໃຫ້ພະນັກງານ ນັກຮົບໄດ້ເຊື່ອມຊຶມກໍາແໜ້ນ ແລະ ເປັນເຈົ້າການຫັນເປັນແຜນການ, ແຜນງານລະອຽດຂອງແຕ່ລະ ຂະແໜງການ, ສຶກສາອົບຮົມ ໃຫ້ແຕ່ລະສະຫາຍຍົກສູງສະຕິ ຮັກຊາດ, ເອກະລາດເປັນເຈົ້າ ຕົນເອງ, ຕັ້ງໜ້າເສີມຂະຫຍາຍພາລະບົດບາດເປັນກໍາລັງຫຼັກ ແຫຼ່ງໃນການປະຕິບັດໜ້າທີ່ປ້ອງ ກັນຊາດ ຕິດພັນກັບການກໍ່ສ້າງ ຮາກຖານການເມືອງ ພັດທະ ນາຈຸດສຸມ, ສ້າງບ້ານ ແລະ ກຸ່ມ ບ້ານພັດທະນາ, ບ້ານປ້ອງກັນ ຊາດເຂັ້ມແຂງໃນຂອບເຂດຮັບ ຜິດຊອບໃຫ້ໄດ້ຫຼາຍ, ຊ່ວຍປັບ ປຸງລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ເຂັ້ມແຂງ ທັງຊ່ວຍເຫຼືອປະຊາ ຊົນທໍາການຜະລິດ ແລະ ພັດທະ ນາຊີວິດການເປັນຢູ່ໃຫ້ດີຂຶ້ນ. ນອກນີ້ ກໍເປັນເຈົ້າການປັບປຸງ ກໍ່ສ້າງກໍາລັງໃຫ້ໜັກແໜ້ນ ເຂັ້ມ ແຂງຮອບດ້ານ, ຈັດຕັ້ງອົບຮົມ-ຫັດແອບກຽມພ້ອມສູ້ຮົບ ໂດຍສະ ເພາະວິຊາສະເພາະເຫຼົ່າຮົບຕີພິ ເສດ, ການນໍາໃຊ້ພາຫະນະອາວຸດ ທີ່ທັນສະໄໝ, ເສີມຂະຫຍາຍມູນ ເຊື້ອແຫ່ງຄວາມເດັດດ່ຽວອົງ ອາດກ້າຫານ ແລະ ສູ້ ຮົບມີໄຊ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະ ພາບການ ແລະ ຂໍ້ຫຍຸ້ງຍາກໃດໆ ຍາມໃດກໍມີສະຕິກຽມພ້ອມ ປະ ຕິບັດວ່ອງໄວເຂັ້ມງວດຄໍາຂວັນ ທີ່ວ່າ: ເຫຼົ່າຮົບຕີພິເສດມີໄຫວ ພິກຄ່ອງແຄ້ວ, ອົງອາດກ້າຫານ, ເຮັດໃນສິ່ງທີ່ສັດຕູງຶດງໍ້, ຕີນຮອດ ມືເຖິງ, ຫູຟັງ ດັງດົມ ແລະ ໄດ້ ສໍາຜັດຕົວຈິງ. ຈາກຜົນງານໄຊຊະນະ ທີ່ ກອງພັນໃຫຍ່ 497 ສ້າງ ໄດ້ໃນຕະຫຼອດໄລຍະ 25 ປີທີ່ ຜ່ານມາ, ພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ໄດ້ໃຫ້ ການຍ້ອງຍໍສັນລະເສີນກົມກອງ ລວມໝູ່ ແລະ ບຸກຄົນຫຼາຍລະ ດັບຄື: ຫຼຽນກາຕ່າງໆ 1.338 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 5.712 ໃບ, ນາມມະຍົດກົມກອງ ວີລະຊົນ 2 ກົມກອງ, ບຸກຄົນ ທີ່ໄດ້ຮັບນາມມະຍົດວີລະຊົນແຫ່ງ ຊາດ 3 ສະຫາຍ ແລະ ນັກຮົບ ແຂ່ງຂັນ 12 ສະຫາຍ ຢ່າງສົມ ກຽດ. ໂດຍ: ເປີ້ນ ແສງຄຳມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ