ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຄະນະສິລະປະກອນກອງທັບຣາຊະອານາຈັກກຳປູເຈຍ ສະແດງມິດຕະພາບຢູ່ແຂວງອຸດົມໄຊ
ເວລາອອກຂ່າວ: 2019-02-06 09:08:24 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 2303 | ຄວາມນິຍົມ:



ວັນທີ 3 ກຸມພາ 2019 ນີ້ ທ່ານ ພົນຕີ ເມົາພອນລາ ຫົວໜ້າ ຄະນະສິລະປະກອນກອງທັບແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມ ດ້ວຍຄະນະນັກສະແດງໄດ້ເຄື່ອນ ໄຫວຢ້ຽມຢາມ ແລະ ສະແດງ ມິດຕະພາບເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຢູ່ແຂວງ ອຸດົມໄຊໂດຍໃຫ້ກຽດເຂົ້າ ຮ່ວມຮັບຊົມຂອງສະຫາຍ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆ ອຸດົມໄຊ, ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ຫົວໜ້າ ການ ທະຫານກອງບັນຊາການທະຫານແຂວງອຸດົມໄຊ, ພ້ອມດ້ວຍແຂກຖືກຮັບເຊີນຈາກຄະນະນຳແຂວງ, ປກສ ແຂວງ ແລະ ປະ ຊາຊົນພາຍໃນເທສະບານແຂວງ ເຂົ້າຮ່ວມຮັບຊົມ. ລາຍການສະແດງມີທັງໝົດ 17 ລາຍການຄື: ບົດເພງປະກອບ ບົດຟ້ອນລວມໝູ່ນໍ້າໃຈກອງທັບ ຣາຊະອານາຈັກກຳປູເຈຍ, ບົດ ຟ້ອນອັບສະຣາ, ບົດເພງຄູ່ຍິງ-ຊາຍ ຊື່ນໃຈ, ບົດເພງດຽວຍິງຈຳ ປາເມືອງລາວ, ບົດເພງຮ້ອງຄູ່ພົບ ຮັກເມືອຍາມຄໍ່າຄືນ, ບົດຟ້ອນ ແມງມ້າ, ບົດເພງ ໂອ້ພຣະນົມ ເປັນເອີຍ, ບົດເພງເຢັນສະບາຍ ຊາວນາ, ບົດເພງ ສະຫວັນເມືອງ ລາວ, ບົດຟ້ອນຕີກຣາບ, ບົດເພງ ຮົ່ມຕົ້ນຕານກຣັງໂຢວ, ບົດເພງ ລວມໝູ່ຊົມເຊີຍກອງທັບປະຊາ ຊົນລາວ ຄົບຮອບ 70 ປີ, ບົດເພງ ປາກເຊແດນງາມ, ບົດເພງຊື່ລາວ ດັງກ້ອງ, ບົດເພງຄູ່ຍິງ-ຊາຍໂນ ເອີຍຍິງໂນ, ບົດເພງຊຽງຂວາງ ແຫ່ງຄວາມຫຼັງ, ບົດຟ້ອນທຸງ ມິດຕະພາບ, ບົດເພງບຸບຜາວຽງ ຈັນ, ບົດເພງຄວາມຮັກແພງ ກອງທັບກຳປູເຈຍ-ລາວອຳມະ ຕະ ແລະ ບົດເພງລວມໝູ່ຍິງ-ຊາຍ ຊົມເຊີຍສາຍພົວພັນກຳປູເຈຍ-ລາວໝັ້ນຄົງຕະຫຼອດໄປ. ການສະແດງລາຍການມິດຕະ ພາບຂອງຄະນະສິລະປະກອນ ກອງທັບ ແຫ່ງ ຣາຊະນາຈັກກໍາປູ ເຈຍຢູ່ແຂວງອຸດົມໄຊໃນຄັ້ງນີ້ ເຊິ່ງເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນ, ປະກອບ ສ່ວນຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືລະ ຫວ່າງສອງຊາດ, ສອງກອງທັບ ລາວ-ກໍາປູເຈຍໃຫ້ຂະຫຍາຍຕົວ ດີຂຶ້ນ, ພ້ອມກັນນັ້ນກໍຍັງເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນໃຫ້ແກ່ພະນັກງານ-ນັກ ຮົບໃນກອງທັບ ແລະ ປະຊາຊົນ ລາວບັນດາເຜົ່າໃນໂອກາດຈັດ ຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ທັງເປັນການແລກປ່ຽນ ບົດຮຽນທາງດ້ານສິລະປະ, ວັດ ທະນະທໍາ ເຊິ່ງກັນ ແລະ ກັນລະ ຫວ່າງ ລາວ-ກຳປູເຈຍ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ