ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ສະຫາຍ ສີສຸວັນ ວົງຈອມສີ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2019-02-06 09:10:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 2162 | ຄວາມນິຍົມ:



ໃນວັນທີ 23 ມັງກອນ 2019 ນີ້, ສະຫາຍ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງໆສາ ລະວັນ ໄດ້ໂອ້ລົມພະນັກງານ ຫຼັກແຫຼ່ງກອງບັນຊາການທະ ຫານແຂວງສາລະວັນ ເນື່ອງໃນ ໂອກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ( 20 ມັງກອນ 1949- 20 ມັງກອນ 2019) ໂດຍມີ ສະຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ກຳມະການຄະ ນະປະຈໍາພັກແຂວງ, ເລຂາຄະ ນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ສາລະວັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມກອງ ແລະ ບັນ ດາພະນັກງານຫຼັກແຫຼ່ງທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ ສະຫາຍ ສີສຸວັນ ວົງຈອມສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງກອງ ທັບປະຊາຊົນລາວໄດ້ເຕີບໃຫຍ່ ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ແລະ ເຮັດສຳເລັດໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບໝາຍ ໃຫ້, ໂດຍສະເພາະແມ່ນກຳລັງປະ ກອບອາວຸດທ້ອງຖິ່ນແຂວງສາ ລະວັນ ຍາມໃດກໍໄດ້ເປັນ ກຳລັງແຮງໃຫ້ຂັ້ນເທິງຢູ່ຕະຫຼອດ ເວລາ, ສາມາດເຄື່ອນໄຫວ ຕອບຕ້ານປາກົດການຫຍໍ້ທໍ້ ຕ່າງໆທີ່ຈະເກີດຂຶ້ນໃນສັງຄົມ ໄດ້ທັນເວລາ, ພ້ອມນີ້ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະ ນະບັນຊາ, ພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານ ແຂວງ ຈົ່ງສືບຕໍ່ເອົາໃຈໃສ່ເຮັດ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ຕໍ່ ເນື່ອງ, ມີສະຕິລະວັງຕົວຕໍ່ກົນ ອຸບາຍຫັນປ່ຽນໂດຍສັນຕິຂອງ ກຸ່ມຄົນບໍ່ຫວັງດີ, ພະນັກງານ-ສະ ມາຊິກພັກ-ນັກຮົບຕ້ອງມີນ້ຳໃຈ ຮັກຊາດ, ຮັກລະບອບໃໝ່, ເສີມຂະ ຫຍາຍທາດແທ້ມູນເຊື້ອ ແລະ ຜົນ ງານໄຊຊະນະຕະຫຼອດ ໄລຍະ70 ປີຂອງກອງທັບປະຊາຊົນລາວ. ໃນໂອກາດດັ່ງກ່າວສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ- ຄະນະບັນຊາກອງບັນຊາການ ທະຫານແຂວງ ກໍຄືພະນັກງານ ຫຼັກແຫຼ່ງ ຈົ່ງເພີ່ມທະວີແບບ ແຜນນຳພາ-ບັນຊາ, ແບບແຜນ ວິທີເຮັດວຽກງານໃຫ້ກວ້າງ ຂວາງ, ປະຕິບັດກົດໝາຍຂອງ ລັດ, ຂໍ້ກຳນົດ, ກົດລະບຽບຂອງ ກອງທັບໃຫ້ເຂັ້ມງວດ, ຍົກສູງ ບົດບາດການນຳພາຂອງພັກ, ມີຄວາມສາມັກຄີເປັນເອກະ ພາບໃນທຸກຂົງເຂດວຽກງານ ຂອງກົມກອງ, ລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ປຸກລະດົມທຸກພາກສ່ວນເຂົ້າ ຮ່ວມເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ກຽມພ້ອມກອບ ກູ້ໄຟພິບັດທີ່ຈະເກີດຂຶ້ນຕາມລະ ດູການ, ເພີ່ມທະວີການປັບປຸງກໍ່ ສ້າງພັກ, ກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສົມເປັນກຳລັງຫຼັກແຫຼ່ງ ແກ່ນສານຂອງພັກ, ຕິດພັນກັບ ການກໍ່ສ້າງກອງປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນຢ່າງກວ້າງ ຂວາງ ແລະ ແຂງແຮງ. ໂດຍ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ