ທະຫານແຂວງນະຄອນຫຼວງວຽງຈັນ, ກອງພັນໃຫຍ່ 279, 605 ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-02-06 09:19:04 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1521 | ຄວາມນິຍົມ: ![]()
ໃນວັນທີ 1 ກຸມພາ 2019 ນີ້,
ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ ໄດ້ຈັດຕັ້ງສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີຂຶ້ນຢ່າງ ຄຶກຄື້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນ ກາງພັກ, ຄະນະກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ
ຂັ້ນສູນກາງ, ເຈົ້າຄອງນະຄອນ ຫຼວງວຽງຈັນ, ມີການນຳນະ ຄອນຫຼວງ, ຄະນະນຳກະຊວງ ປ້ອງກັນປະເທດ ແລະ ແຂກຖືກ ຮັບເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຢູ່ກອງພັນ ໃຫຍ່ 279 ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2019 ນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພົນຕີ ທອງລອຍ ສີລິວົງ ກຳມະ ການສູນກາງພັກ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ການເມືອງກອງທັບ ແລະ ແຂກຖືກເຊີນຈາກພາກ ສ່ວນຕ່າງໆເຂົ້າຮ່ວມ.
ຢູ່ກອງພັນໃຫຍ່ 605, ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ກໍໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2019 ເຊັ່ນດຽວກັນ ໂດຍໃຫ້ ກຽດເຂົ້າຮ່ວມຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະ ນະບັນຊາ, ນາຍ ແລະ ພົນທະ ຫານ ພ້ອມດ້ວຍອະດີດການນຳ, ພະນັກງານອາວຸໂສບຳນານກົມ ກອງດັ່ງກ່າວເຂົ້າຮ່ວມ.
ການຈັດຕັ້ງສະເຫຼີມສະຫຼອງ ວັນປະຫວັດສາດສຳຄັນຂອງ ກອງທັບ ກໍຄືຂອງພັກ ຂອງຊາດ ຢູ່ແຕ່ລະບ່ອນຄະນະຮັບຜິດຊອບ ຈັດງານກໍໄດ້ກ່າວຄຳປາໄສຫວນ ຄືນປະຫວັດມູນເຊື້ອການກຳເນີດ
ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວໃນແຕ່ລະ ໄລຍະ70 ປີທີ່ຜ່ານມາ, ກອງ ທັບລາວອິດສະຫຼະໄດ້ຮັບການ
ສ້າງຈັ້ງຂຶ້ນໃນວັນທີ 20 ມັງກອນ
1949 ຢູ່ເຂດທີ່ໝັ້ນຕາແສງລາວ
ຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງ
ຫົວພັນໂດຍແມ່ນ ປະທານ ໄກ
ສອນ ພົມວິຫານ ເປັນຜູ້ປະກາດ ສ້າງຕັ້ງ ແລະ ບັນຊາໂດຍກົງ, ພ້ອມກັບໝູ່ຄະນະໃນລັດຖະບານ
ຕໍ່ຕ້ານໄດ້ດຳເນີນພາລະກິດຕໍ່ສູ້
ກູ້ຊາດຢ່າງຍືດເຍື້ອຍາວນານ, ກອງທັບ ແລະ ປະຊາຊົນລາວ
ບັນດາເຜົ່າໄດ້ເດັດດ່ຽວໜຽວ ແໜ້ນ ແລະ ພິລາດອາດຫານ ເຂົ້າໃນຂະບວນການຕໍ່ສູ້ດັ່ງ ກ່າວ, ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງຕີຍິ່ງເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຈັກ ກະພັດຜູ້ຮຸກຮານ ແລະ ລູກແຫຼ້ງ ຕີນມືທັງເກົ່າ ແລະ ໃໝ່ທີ່ມີກຳ ລັງ ແລະ ອາວຸດຍຸດໂທປະກອນເໜືອ ກວ່າຫຼາຍເທົ່າປະລາໄຊຢ່າງອັບ ອາຍຂາຍໜ້າຢູ່ແຕ່ລະບັ້ນຮົບ ບັ້ນຕີຂອບເຂດທົ່ວປະເທດຈົນສາ ມາດປົດປ່ອຍປະເທດຊາດ ສະຖາ ປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ນອກຈາກນັ້ນແຕ່ລະກົມກອງ ກໍຍັງໄດ້ເລົ່າຄືນປະຫວັດມູນ ເຊື້ອການສ້າງຕັ້ງ ແລະ ຜົນງານ
ຂອງກົມກອງໃນໄລຍະຜ່ານມາ ພ້ອມທັງຈັດຕັ້ງຍ້ອງຍໍຜົນງານ 5
ປີໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ
ແລະ ຮັບຊົມການສວນສະໜາມ
ສະແດງກຳລັງ, ກີລາກາຍະກຳ,
ມວຍປ້ອງກັນຕົວດ້ວຍບັນຍາ ກາດມ່ວນຊື່ນ ແລະ ມີຄວາມ ໝາຍສຳຄັນຢ່າງເລິກເຊິ່ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















