ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ກອງພັນ 988 ສະຫຼຸບວຽກງານຮອບດ້ານປະຈຳປີ 2018
ເວລາອອກຂ່າວ: 2019-02-06 09:28:12 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 296 | ຄວາມນິຍົມ:



ກອງພັນ 988 ໄດ້ຈັດຕັ້ງສະ ຫລຸບຕີລາຄາການເຄື່ອນໄຫວ ວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງແຜນ ການໃນຕໍ່ຫນ້າໃນວັນທີ 4 ກຸມ ພາ 2019 ນີ້, ໂດຍການເຂົ້າຮ່ວມ ຂອງພັນເອກ ທອງດຳ ພົງສະ ຫວັດ ຮອງຫົວຫນ້າກົມປ້ອງ ກັນພາຍໃນກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະ ບັນຊາກອງພັນພ້ອມດ້ວຍພະນັກ ງານ-ນັກຮົບເຂົ້າຮ່ວມ. ພັນໂທ ສຸດໃຈ ລາດສະສົມບັດ ຮອງຫົວຫນ້າການເມືອງກອງ ພັນດັ່ງກ່າວໄດ້ຕີລາຄາຄືນການ ເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ, ອັນພື້ນຖານແມ່ນ ຄະນະພັກ-ຄະນະບັນຊາກອງພັນ ແມ່ນໄດ້ຍົກສູງຄວາມຮັບຜິດ ຊອບຂອງຕົນໃນການຊີ້ນຳ-ນຳ ພາພະນັກງານ-ນັກຮົບຈັດຕັ້ງປະ ຕິບັດຫນ້າທີ່ການເມືອງຂອງກົມກອງໃນການປ້ອງກັນບ້ານພັກການນຳ, ປ້ອງກັນການນຳທີ່ໄປ ເຄື່ອນໄຫວເຮັດວຽກຢູ່ຕ່າງ ແຂວງ ແລະ ປ້ອງກັນແຂກຕ່າງ ປະເທດທີ່ມາເຄື່ອນໄຫວເຮັດ ວຽກຢູ່ລາວສາມາດຮັບປະກັນໄດ້ຄວາມສະຫງົບປອດໄພ 100%, ນອກນີ້ຍັງໄດ້ຈັດຕັ້ງອ້າຍນ້ອງໄປຊ່ວຍວຽກການນຳອີກດ້ວຍ, ຄຽງຄູ່ກັບວຽກງານດັ່ງກ່າວຄະ ນະພັກ-ຄະນະບັນຊາກອງພັນຍັງ ໄດ້ຈັດຕັ້ງພະນັກງານລົງກໍ່ສ້າງ ຮາກຖານການເມືອງແບບມູນ ເຊື້ອປະສານສົມທົບກັບ 6 ຫມູ່ ບ້ານ ແລະ 5 ຕົວເມືອງໃນນະ ຄອນຫຼວງວຽງຈັນ ເພື່ອແລກປ່ຽນ ຂໍ້ມູນດ້ານຕ່າງໆໂດຍສະເພາະ ຂົງເຂດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ເພື່ອ ພ້ອມກັນຕ້ານສະກັດກັ້ນ ແລະ ແກ້ ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆ ອັນໄດ້ເຮັດໃຫ້ສະພາບພາຍໃນ ຂອບກົມກອງຮັບຜິດຊອບມີ ຄວາມສະຫງົບປອດໄພໂດຍພື້ນ ຖານ, ນອກຈາກວຽກງານວິຊາ ສະເພາະຂອງກົມກອງແລ້ວຍັງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກ ງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ວຽກ ງານອົບຮົມ-ຫັດແອບປັບປຸງລະ ບຽບແບບແຜນ ແລະ ຂົງເຂດວຽກ ງານອື່ນໆທີ່ປິ່ນອ້ອມໜ້າທີ່ການ ເມືອງຂອງກົມກອງໄດ້ຮັບໝາກ ຜົນສູງ, ສ່ວນທາງດ້ານວຽກງານ ແກ້ໄຂຊີວິດການເປັນຢູ່ພື້ນຖານ ກອງພັນມີງົວລ້ຽງ 9 ໂຕ, ລ້ຽງ ສັດປີກ 470 ໂຕ ແລະ ປູກຜັກຊະ ນິດຕ່າງໆໄດ້ເກືອບ 1.800 ກິໂລ ພ້ອມນີ້, ຍັງໄດ້ຮັບປະກັນໃຫ້ອ້າຍ ນ້ອງໄດ້ກິນເຂົ້າມື້ຫນຶ່ງ 3 ຄາບ ອາຫານ 3 ເຍື່ອງເປັນປົກກະຕິ. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ