ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງວຽງຈັນ ມອບເງິນອຸດໜູນໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2019-02-06 09:30:02 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ທ້າຍເດືອນມັງກອນ 2019 ນີ້, ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງວຽງ ຈັນ, ໄດ້ມອບເງິນອຸດໜູນນະໂຍ ບາຍໃຫ້ຄອບຄົວຜູ້ເສຍຊີວິດລວມ ເງິນທັງໝົດ 101.295.000 ກີບ, ໂດຍການເປັນປະທານຂອງ ພັນໂທ ຄຳຕັນ ວົງລັດຕະນະ ຄະ ນະພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງກອງບັນຊາການ ທະຫານແຂວງວຽງຈັນ, ມີຄະນະ ພັກ-ຄະນະບັນຊາ,ພະແນກການ ທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ເສຍ ຊີວິດເຂົ້ຮ່ວມ. ໃນໂອກາດດັ່ງກ່າວ ພັນຕີ ວັນໄຊ ສີອຳພອນ ຫົວໜ້າພະແນກ ປະກັນສັງຄົມ ໄດ້ຂຶ້ນອະທິບາຍ ການຄິດໄລ່ເງິນອຸດໜູນນະໂຍ ບາຍໃຫ້ຄອບຄົວຜູ້ເສຍຊີວິດເຂົ້າ ໃຈຢ່າງລະອຽດຈະແຈ້ງ, ຈາກ ນັ້ນ ພັນໂທ ຄຳຕັນ ວົງລັດຕະນະກໍໄດ້ຂຶ້ນມອບເງິນຈຳນວນດັ່ງກ່າວໃຫ້ຄອບຄົວຜູ້ເສຍຊີວິດ, ພ້ອມທັງ ໄດ້ຮຽກຮ້ອງໃຫ້ຄອບຄົວດັ່ງ ກ່າວຈົ່ງນຳໃຊ້ເງິນຈຳນວນດັ່ງ ກ່າວຢ່າງມີເປົ້າໝາຍໃນການ ສ້າງສາພັດທະນາຄອບຄົວໃຫ້ດີຂຶ້ນເປັນກ້າວໆ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ