ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຄະນະນຳກອງພົນທີ 1 ອວຍພອນກຸ່ມທຸລະກິດ ໂກເອໂກ ສາຂາແຂວງໄຊສົມບູນ
ເວລາອອກຂ່າວ: 2019-02-06 10:17:41 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:



ໃນວັນທີ 2 ກຸມພາ 2019 ນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວ ໜ້າການເມືອງກອງພົນທີ 1 ພ້ອມຄະນະເຂົ້າອວຍພອນກຸ່ມ ທຸລະກິດບໍລິສັດໂກເອໂກສາຂາ ແຂວງໄຊສົມບູນທີ່ຂຶ້ນກັບທະ ຫານເຂດ 4 ກອງທັບປະຊາຊົນ ຫວຽດນາມ ເນື່ອງໃນໂອກາດ ບຸນປະເພນີກິນກຸດປະຈໍາປີ 2019 ຂອງຊາວຫວຽດນາມ. ໂອກາດເຄື່ອນໄຫວພົບປະ ຢ້ຽມຢາມຂອງຄະນະກອງພົນ ທີ 1 ກໍໄດ້ນໍາເອົາຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄວາມ ສາມັກຄີຮັກແພງອັນສະໜິດ ສະໜົມ ຄໍາອວຍພອນໄຊອັນ ປະເສີດ ແລະ ກະຕ່າຂອງຂວັນມາມອບໃຫ້ຄະນະນໍາຕະຫຼອດຮອດພະນັກງານ-ກໍາມະກອນ ຂອງບໍລິສັດໂກເອໂກ ໂອກາດທີ່ ເຕັມໄປດ້ວຍຄວາມໝາຍຄວາມ ສໍາຄັນນີ້ ສະຫາຍ ຫົວໜ້າການ ເມືອງ ກອງພົນທີ 1 ກໍໄດ້ ກ່າວ ສະແດງຄວາມຢ້ຽມຢາມຖາມ ຂ່າວ ພ້ອມຝາກຄໍາອອຍພອນໄຊ ອັນປະເສີດ ໂດຍຜ່ານຄະນະນໍາ ບໍລິສັດໂກເອໂກໄປຍັງການນໍາ ພັກ-ລັດ, ພະນັກງານທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍຕະ ຫຼອດຮອດພໍ່ແມ່ປະຊາຊົນ ສສ ຫວຽດນາມ ຈົ່ງມີສຸຂະພາບ ເຂັ້ມແຂງ, ຫ້າວຫັນໝັ້ນຍືນ, ພ້ອມກັນຫຼິ້ນບຸນກິນກຸດປະຈໍາ ປີໃຫ້ມີບັນຍາກາດຄຶກຄື້ນມ່ວນ ຊື່ນ ແລະ ມີຄວາມໝາຍຄວາມ ສໍາຄັນຢ່າງຍິ່ງໃຫຍ່. ເຊິ່ງໃຫ້ກຽດ ກ່າວຮັບຂອງ ສະຫາຍ ພັນໂທ ຫງວຽນແອ໋ງແທ໋ງຫົວໜ້າກຸ່ມ ທຸລະກິດ ໂກເອໂກສາຂາແຂວງ ໄຊສົມບູນ ພ້ອມນີ້ ສະຫາຍ ກໍ ໄດ້ກ່າວສະແດງຄວາມຂອບອົກ ຂອບໃຈຢ່າງສູງຕໍ່ຄະນະພັກ-ຄະນະນໍາກອງພົນທີ 1 ທີ່ໄດ້ນໍາ ເອົາກະຕ່າຂອງຂວັນ ແລະ ຄໍາ ອວຍພອນໄຊອັນປະເສີດມາ ມອບໃຫ້ ພະນັກງານ-ກໍາມະກອນ ຂອງກຸ່ມທຸລະກິດບໍລິສັດໂກເອໂກ ສາຂາແຂວງໄຊສົມບູນ ແລະ ຊາວ ຫວຽດນາມເນື່ອງໃນໂອກາດທີ່ ທົ່ວພັກ-ທົ່ວລັດ ທົ່ວປວງຊົນ ຫວຽດນາມບັນດາເຜົ່າພວມເອກອ້າງທະນົງໃຈ ແລະ ເບີກບານ ມ່ວນຊື່ນກັບການຫຼິ້ນບຸນປະເພນີກິນກຸດປະຈໍາປີ. ເຊິ່ງມັນສະແດງເຖິງນໍ້າໃຈໄມຕີຈິດມິດຕະພາບຄວາມສາມັກຄີຮັກແພງແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ; ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະກໍແມ່ນ ມິດຕະພາບອັນຍິ່ງໃຫຍ່; ກົມກຽວ ລະຫວ່າງກອງພົນທີ 1 ກັບ ບໍລິສັດໂກເອໂກ ເຊິ່ງເປັນກົມ ກອງທີ່ໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະ ກັນຕະຫຼອດມາ ແລະ ປ່ຽມລົ້ນໄປດ້ວຍຄວາມສາມັກຄີຮັກແພງທີ່ສວຍສົດງົດງາມ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ