ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊີ້ນໍາວຽກງານກຳມະບານຢູ່ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-08-15 08:54:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ວັນທີ 11 ສິງຫາ 2022 ນີ້, ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານ ຄະນະບໍລິຫານງານສູນກາງສະ ຫະພັນກຳມະບານລາວ ພ້ອມ ດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ຊີ້ນໍາວຽກງານກໍາມະ ບານຢູ່ກະຊວງປ້ອງກັນປະເທດ, ໂດຍມີ ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວຫົວໜ້າຫ້ອງການກໍາມະ ບານ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ແລະ ສະມາຊິກ ກໍາມະບານ ກົມກອງອ້ອມຂ້າງກະ ຊວງປ້ອງກັນປະເທດໃຫ້ການ ຕ້ອນຮັບ. ສະຫາຍ ພັນເອກ ບຸນຄ່ອງ ອຸດທະຈັນດີ ໄດ້ລາຍງານໂດຍ ຫຍໍ້ສະພາບຈຸດພິເສດ, ໂຄງປະ ກອບການຈັດຕັ້ງຂອງຫ້ອງ ການກຳມະບານກະຊວງປ້ອງ ກັນປະເທດ ແລະ ການເຄື່ອນ ໄຫວວຽກງານກຳມະບານ ໄລ ຍະ 6 ເດືອນຜ່ານມາ, ໂດຍສັງ ລວມແລ້ວເຫັນວ່າ ຫ້ອງການ ກຳມະບານ ໄດ້ເປັນເຈົ້າການນໍາ ພາຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິຂອງຄະນະພັກກະຊວງປ້ອງ ກັນປະເທດ ກໍຄືມະຕິຂອງສູນ ກາງສະຫະພັນກຳມະບານລາວ ວາງອອກ ຍາດໄດ້ຜົນສໍາເລັດ ຫຼາຍດ້ານ, ປັບປຸງອົງການຈັດຕັ້ງ ກໍາມະບານກອງທັບ ນັບມື້ເຕີບ ໃຫຍ່ຂະຫຍາຍຕົວ, ສະມາຊິກ ກຳມະບານ-ກຳມະກອນໃນກອງ ທັບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສົມເປັນກຳລັງແຮງໃນການເຕົ້າ ໂຮມຄວາມສາມັກຄີຢູ່ອ້ອມຂ້າງ ພັກ, ໄດ້ເອົາໃຈໃສ່ບໍາລຸງສ້າງ ພະນັກງານກຳມະບານ ດ້ວຍການ ສົ່ງໄປຍົກລະດັບດ້ານວິຊາສະ ເພາະຢູ່ພາຍໃນ ແລະ ຕ່າງປະ ເທດ, ຖືສໍາຄັນວຽກງານປົກປ້ອງ ສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານ, ຄົ້ນຄວ້າ ປັບປຸງບັນດາເອກະສານ, ນິຕິກຳ ຕ່າງໆ ໃຫ້ແທດເໝາະກັບສະພາບ ການຕົວຈິງ, ນອກຈາກນີ້, ກໍໄດ້ ຊຸກຍູ້ເບິ່ງແຍງດ້ານສະຫວັດດີ ການ-ສັງຄົມ ແລະ ການປະຕິບັດ ນະໂຍບາຍຕໍ່ສະມາຊິກກຳມະ ບານ-ກຳມະກອນຢ່າງສົມເຫດ ສົມຜົນ, ຈັດຕັ້ງເປີດຂະບວນການ ແຂ່ງຂັນຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບການສ້າງ ໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດ 3 ປອດ, ກອງວັດທະນະທໍາ-ນັກຮົບ ວັດ ທະນະທໍາ ແລະ ຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ຢ່າງ ເປັນຂະບວນຟົດຟື້ນ. ໂອກາດນີ້, ສະຫາຍ ປະທານ ຄະນະບໍລິຫານງານສູນກາງສະ ຫະພັນກຳມະບານລາວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານ ທີ່ກຳມະບານກະຊວງປ້ອງ ກັນປະເທດ ຍາດມາໄດ້ໃນໄລຍະ ຜ່ານມາ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ຜັນຂະຫຍາຍແຜນພັດ ທະນາກຳມະບານລາວ ກໍຄືແຜນ ພັດທະນາກຳມະບານກະຊວງ ປ້ອງກັນປະເທດ ໃຫ້ສອດຄ່ອງ ກັບພາລະບົດບາດຕົວຈິງ, ເອົາ ໃຈໃສ່ປັບປຸງການຈັດຕັ້ງກໍາມະ ບານແຕ່ລະຂັ້ນໃຫ້ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ສືບຕໍ່ຊີ້ ນໍາ-ນໍາພາເຄື່ອນໄຫວວຽກງານ ຕາມພາລະບົດບາດຂອງກຳມະບານກະຊວງປ້ອງກັນປະເທດ, ເປັນເຈົ້າການສຶກສາອົບຮົມ, ເຕົ້າ ໂຮມຄວາມສາມັກຄີ ແລະ ປົກປ້ອງ ສິດຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ-ກໍາ ມະກອນໃນກອງທັບ, ປຸກລະດົມ ຊຸກຍູ້ກຳມະບານເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນວຽກງານ ຕ່າງໆ, ຊອກຮູ້ຮໍ່າຮຽນພັດທະນາ ຕົນເອງຮອບດ້ານ ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດໃຫ້ນັບມື້ສູງຂຶ້ນ ຮັບປະກັນໃຫ້ແກ່ຫົວ ໜ່ວຍການຜະລິດມີຄຸນນະພາບ ສູງ, ສຸມໃສ່ສ້າງຂະບວນການ ຂອງກໍາມະບານໃຫ້ຟົດຟື້ນແຂງ ແຮງ, ເປັນເຈົ້າການຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຕິດພັນກັບທຸກຂົງເຂດວຽກງານ ແລະ ສືບຕໍ່ພົວພັນຮ່ວມມືກັບກຳມະບານກອງທັບ ປະເທດເພື່ອນມິດຍຸດທະສາດໃຫ້ໄດ້ຮັບໝາກ ຜົນຕົວຈິງ. ພ້ອມດຽວກັນນັ້ນ, ກົມທີ່ກ່ຽວ ຂ້ອງຈາກສູນກາງສະຫະພັນກໍາ ມະບານລາວ ກໍໄດ້ແນະນໍາເພີ່ມ ເຕີມກ່ຽວກັບການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ການຊຸກຍູ້ຂະບວນການແຂ່ງຂັນ ຍ້ອງຍໍ, ການປະເມີນຜົນຕາມເນື້ອ ໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ການຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຂອງສະຫະພັນກຳມະ ບານລາວ ເຂົ້າສູ່ວຽກງານຕົວຈິງ. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ