ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງເເນວລາວສ້າງຊາດ ຄົບຮອບ 72 ປີ
ເວລາອອກຂ່າວ: 2022-08-15 08:58:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ຕອນເຊົ້າວັນທີ 12 ສິງຫາ 2022 ນີ້, ສູນກາງເເນວລາວ ສ້າງຊາດ ໄດ້ຈັດງານໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງເເນວ ລາວສ້າງຊາດ ຄົບຮອບ 72 ປີ, ຢູ່ທີ່ຫ້ອງປະຊຸມໃຫຍ່ສູນກາງ ເເນວລາວສ້າງຊາດ ນະຄອນ ຫຼວງວຽງຈັນໂດຍການເປັນປະ ທານຂອງ ທ່ານ ສິນລະວົງ ຄຸດ ໄພທູນ ກໍາມະການກົມການ ເມືອງ ສູນກາງພັກ ປະທານສູນກາງເເນວລາວສ້າງຊາດ. ໃຫ້ກຽດ ເຂົ້າຮ່ວມມີ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍ ລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ ອະດີດປະທານ ປະເທດ, ມີການນໍາຂັ້ນສູງພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ຄະນະບໍລິຫານງານສູນກາງ ເເນວລາວສ້າງຊາດ, ອະດີດຄະ ນະບໍລິຫານງານສູນກາງເເນວ ລາວສ້າງຊາດ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີອັນມີຄວາມໝາຍນີ້, ທ່ານ ບຸນຍັງ ວໍລະຈິດ ໄດ້ມີຄໍາ ເຫັນໃນງານໂຮມຊຸມນຸມສະເຫຼີມ ສະຫຼອງວັນສ້າງຕັ້ງເເນວລາວ ສ້າງຊາດ ໂດຍທ່ານໄດ້ຍົກໃຫ້ ເຫັນກ່ຽວກັບປະຫວັດຄວາມເປັນ ມາຂອງການສ້າງຕັ້ງ, ສະພາບ ການເຕີບໃຫຍ່ຂະຫຍາຍຕົວ, ພາລະບົດບາດສິດ ແລະ ໜ້າທີ່ ຂອງເເນວລາວສ້າງຊາດ ໃນເເຕ່ ລະໄລຍະ. ເຊິ່ງອົງການເເນວ ລາວສ້າງຊາດ ມີ 3 ຊື່ເອີ້ນນັບເເຕ່ ມື້ສ້າງຕັ້ງມາຮອດປັດຈຸບັນຄື: ເເນວລາວອິດສະຫຼະ, ເເນວລາວ ຮັກຊາດ ເເລະ ມາຮອດກອງປະ ຊຸມໃຫຍ່ເເນວລາວຮັກຊາດ ສະ ໄໝທີ 4 ໄດ້ປ່ຽນຊື່ຈາກ ເເນວ ລາວຮັກຊາດມາເປັນເເນວລາວ ສ້າງຊາດຈົນມາເຖິງປັດຈຸບັນ. ນັບເເຕ່ປະເທດຊາດໄດ້ຮັບການ ປົດປ່ອຍ ເເນວລາວສ້າງຊາດ ໄດ້ສືບຕໍ່ເສີມຂະຫຍາຍບົດບາດ ສໍາຄັນໃນການເຕົ້າໂຮມຄວາມ ສາມັກຄີປອງດອງ ເເລະ ເອກະ ພາບຂອງປະຊາຊົນລາວ ບັນດາ ເຜົ່າ, ປຸກລະດົມ, ສຶກສາອົບຮົມ ແລະ ເຕົ້າໂຮມທຸກຊັ້ນຄົນ, ຊົນ ເຜົ່າ, ສາສະໜາເຂົ້າຮ່ວມໃນພາ ລະກິດປົກປັກຮັກສາ ເເລະ ສ້າງ ສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ. ຕະຫຼອດໄລຍະ 46 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ອົງ ການແນວລາວສ້າງຊາດ ຍັງໄດ້ ເຕີບໃຫຍ່ເຂັ້ມແຂງທາງດ້ານປະ ລິມານ ແລະ ຄຸນນະພາບ ນັບແຕ່ ສູນກາງຮອດທ້ອງຖິ່ນ, ເປັນເຈົ້າການປະຕິບັດພາລະບົດບາດອັນໜັກໜ່ວງ ແລະ ມີກຽດສະຫງ່າ ໃນການນໍາເອົາແນວທາງນະໂຍ ບາຍຂອງພັກ ແລະ ລັດ ໄປໂຄສະ ນາສຶກສາອົບຮົມເຕົ້າໂຮມຄວາມ ສາມັກຄີເປັນປຶກແຜ່ນຂອງປະ ຊາຊົນຢູ່ແຕ່ລະຮາກຖານ, ແຕ່ລະ ທ້ອງຖິ່ນ ແນໃສ່ສ້າງຄວາມສາ ມັກຄີທົ່ວ ປວງຊົນ, ພ້ອມກັນເຂົ້າ ຮ່ວມຈັດຕັ້ງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານທີ່ ພັກວາງອອກ, ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມແຕ່ລະໄລຍະ, ເຂົ້າຮ່ວມວຽກ ງານກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ປະກອບ ສ່ວນກໍ່ສ້າງ ແລະ ປັບປຸງລະບົບ ການເມືອງແຕ່ລະຂັ້ນມີຄວາມ ໜັກແໜ້ນເຂັ້ມແຂງ ແລະ ຈັດຕັ້ງ ຜັນຂະຫຍາຍຫຼາຍໜ້າວຽກ, ຫຼາຍ ໂຄງການທີ່ນຳຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນ ແລະ ສັງຄົມ ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມ ແຂງປະຊາຊົນມີຄວາມຜາສຸກ. ສັງລວມແລ້ວ, ໃນທຸກໆ ຜົນ ສຳເລັດ ແຫ່ງພາລະກິດປົກປັກ ຮັກສາ ແລະ ສ້າງສາລະບອບໃໝ່ ໃນໄລຍະທີ່ຜ່ານມານັ້ນ ລ້ວນແຕ່ ມີການປະກອບສ່ວນອັນໃຫຍ່ ຫຼວງ ແລະ ສົມກຽດ ຂອງອົງ ການແນວລາວສ້າງຊາດແຕ່ລະ ຂັ້ນ. ພ້ອມກັນນັ້ນ, ພີ່ນ້ອງຮ່ວມ ຊາດທຸກຊົນເຜົ່າ, ເພດ-ໄວ ທັງ ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ທີ່ ໄດ້ເຊີດຊູນ້ຳໃຈຮັກຊາດ, ຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວບຸກ ບືນຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການ ລວມທັງການຕ້ານການ ລະບາດຂອງພະຍາດໂຄວິດ-19 ເພື່ອເຮັດສໍາເລັດໜ້າທີ່ການເມືອງ ອັນສູງສົ່ງຂອງຕົນ, ປະກອບສ່ວນ ຢ່າງສຳຄັນ ແລະ ສົມກຽດເຂົ້າໃນ ການຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານ ແລະ ມີ ຫຼັກການຂອງພັກ ມີຜົນສຳເລັດ ຢ່າງຈົບງາມ, ເຮັດໃຫ້ບົດບາດ, ກຽດຊື່ສຽງຂອງປະເທດຊາດ ໄດ້ ຮັບການຍົກສູງຂຶ້ນໃນເວທີພາກ ພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍພິທີ ທ່ານ ສິນ ລະວົງ ຄຸດໄພທູນ ໄດ້ຕາງໜ້າ ຄະນະພັກ-ຄະນະນໍາສູນກາງ ເເນວລາວສ້າງຊາດ ຂຶ້ນກ່າວຮັບ ຄຳໂອວາດຈາກອະດີດເລຂາ ທິການໃຫຍ່ອະດີດປະທານປະ ເທດ ທີ່ມີຄໍາເຫັນໂອ້ລົມ ເເລະ ຊີ້ ທິດເຍືອງທາງຕໍ່ການຈັດຕັ້ງປະ ຕິບັດວຽກງານຂອງເເນວລາວ ສ້າງຊາດ ພ້ອມດຽວກັນນີ້ ທ່ານ ໄດ້ສືບຕໍ່ລາຍງານກ່ຽວກັບທິດ ທາງ ແລະ ວິທີການປຸກລະດົມຂົນ ຂວາຍປະຊາຊົນຜ່ານຜ່າຄວາມ ຫຍຸ້ງຍາກທາມກາງສະພາບເສດ ຖະກິດ-ການເງິນຂອງປະເທດໃນ ປັດຈຸບັນ. ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສູນກາງເເນວລາວ ສ້າງຊາດ ຄົບຮອບ 72 ປີ, ສູນ ກາງເເນວລາວສ້າງຊາດ ຍັງ ຈັດງານວາງສະເເດງສິນຄ້າ ເເລະ ອາຫານ ໃນລະຫວ່າງວັນທີ 11-13 ສິງຫາ 2022 ເພື່ອສ້າງ ບັນຍາກາດໃຫ້ແກ່ການສະຫຼອງ ວັນສ້າງຕັ້ງສູນກາງເເນວລາວ ສ້າງຊາດ ແລະ ປີສາມັກຄີມິດ ຕະພາບລະຫວ່າງ ລາວ-ຫວຽດ ນາມ ປີ 2022 ມີບັນຍາກາດ ຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນ ຄວາມໝາຍເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ