ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມ ກອງພັນໃຫຍ່ 645 ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2022-08-16 09:07:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ໃນວັນທີ 11 ສິງຫາ 2022,ຂະແໜງຊາວໜຸ່ມ ກອງພັນໃຫຍ່ 645 ໄດ້ຈັດຕັ້ງເຜີຍແຜ່ມະຕິກອງ ປະຊຸມຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະ ຕິວັດລາວ ຄັ້ງທີ 3 ສະໄໝທີ VIII, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຜາຍ ເຄນນະຄອນ ຫົວໜ້າພະແນກການເມືອງ,​ ມີ ຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຈາກພະແນກ ການ, ກົມກອງ ກອງພັນໃຫຍ່ 645 ເຂົ້າຮ່ວມ. ສະຫາຍ ພັນໂທ ໄກຍະກອນ ລ້ອມດາລາ ຫົວໜ້າຂະແໜງ ຊາວໜຸ່ມ ກອງພັນໃຫຍ່ 645ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງ ຊາວໜຸ່ປະຊາຊົນປະຕິວັດລາວ ຄັ້ງທີ 3 ສະໄໝທີ VIII. ທັງນີ້, ເພື່ອແນໃສ່ເຮັດໃຫ້ຄະນະນຳຊາວໜຸ່ມ, ສະມາຊິກຊາວໜຸ່ມ ພາຍໃນກົມກອງ ຮັບຮູ້ເຊື່ອມຊຶມຕໍ່ມະຕິດັ່ງກ່າວ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນ ແມ່ນສືບຕໍ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ຊາວໜຸ່ມ-ໄວໜຸ່ມ ໃຫ້ຫັນປ່ຽນພຶດຕິກໍາ ທີ່ບໍ່ດີໃຫ້ມີທ່າອ່ຽງດີຂຶ້ນ, ສຸມໃສ່ການຈັດຕັ້ງປະຕິບັດ 4 ໂຄງ ການຂອງຊາວໜຸ່ມໃນການຈັດຕັ້ງຜັນຂະຫຍາຍສອງວາລະ ແຫຼ່ງຊາດໃຫ້ເກີດດອກອອກຜົນ ຕົວຈິງ, ​ເພີ່ມທະວີຄວາມສາ ມັກຄີເປັນປຶກແຜ່ນ, ສ້າງຄວາມເປັນເອກະພາບພາຍໃນພັກ, ເຊີດຊູນ້ຳໃຈຮັກຊາດເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ປະຕິບັດສອງຍຸດທະສາດດ້ວຍຂະບວນການຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການແຂ່ງຂັນ, ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຢ່າງຈົບງາມ. ໂດຍ: ມະນັດ ເທບເທພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ