ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-02-07 09:22:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1538 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີຢູ່ໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊໄດ້ຈັດຂຶ້ນ ຢ່າງຄຶກຄື້ນໃນ ວັນທີ 1 ກຸມພາ 2019 ນີ້, ພາຍໃຕ້ການເປັນປະ ທານທ່ານ ພົນຕີ ພູວົງ ວົງພົມ ກຳມະການຄະນະປະຈໍາພັກກະ ຊວງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ພັນເອກ ອິນ ຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ ພ້ອມຄະນະ,ມີນັກຮົບແຂ່ງຂັນ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນຈາກກົມກອງ ອ້ອມຂ້າງ, ຄະນະບັນຊາຫ້ອງ ການ, ຄະນະພະແນກການ, ຄະ ນະກອງພັນນັກຮຽນ, ຄະນະ ກອງຮ້ອຍ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມທີເດີ່ນຝາມໄຊ. ກ່ອນຈະເຂົ້າພິທີຍັງໄດ້ຊົມການ ສະແດງສີລະປະສະມັກຫຼີ້ນ ຂອງໂຮງຮຽນ 3 ລາຍການ ແລະ ການສະແດງຂອງນັກ ຮຽນນາຍສິບ(ຫັດກາຍມວຍ 16 ຈັງຫວະ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ). ໂອກາດດັ່ງກ່າວ ທ່ານ ພັນ ເອກ ອິນຫວນ ວໍລະສານ ເລຂາ ຄະນະພັກ ຫົວໜ້າການທະຫານ ໂຮງຮຽນຂຶ້ນກ່າວທົບທວນຄືນ ເຖິງປະຫວັດແຫ່ງການກຳເນີດ ເກີດຂຶ້ນ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວຕະຫຼອດ 70 ປີຜ່ານ ມາ. ເຊິ່ງກອງທັບປະຊາຊົນ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ ເຂດລາວຮຸ່ງພຽງສາ, ຢູ່ເມືອງ ຊຽງຄໍ້ ແຂວງຫົວພັນ ໂດຍ ແມ່ນປະທານໄກສອນ ພົມວິ ຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນໍາບັນຊາໂດຍກົງ, ນັບ ແຕ່ກອງທັບເຮົາໄດ້ຮັບການ ສ້າງຕັ້ງຂຶ້ນກໍໍໄດ້ຮັບພາລະກິດອັນ ໜັກໜ່ວງຕໍ່ສູ້ກູ້ຊາດຕ້ານພວກ ຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໄໝ່ທີ່ມີອາວຸດ, ພາ ຫະນະສົງຄາມ ແລະ ກໍາລັງ ພົນທີ່ເໜືອກ່ວາ ເພື່ອປົກປັກ ຮັກສາປະເທດຊາດດ້ວຍນໍ້າໃຈ ອົງອາດກ້າຫານ, ຍຶດເຍື້ອຍາວ ນານ, ທໍລະຫົດອົດທົນເຕັມໄປ ດ້ວຍຄວາມເສຍສະຫຼະອັນສູງ ສົ່ງ, ກອງທັບເຮົາຍິ່ງຕີກໍຍິ່ງມີ ຄວາມເຕີບໃຫຍ່ເຂັ້ມແຂງ, ຍິ່ງ ຕີກໍຍິ່ງໄດ້ຮັບໄຊຊະນະ, ຈາກໄຊ ຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງ ໃຫຍ່ກວ່າເກົ່າ ແລະ ກ້າວໄປເຖິງ ໄຊຊະນະຂັ້ນສຸດທ້າຍສາມາດ ປົດປ່ອຍປະເທດຊາດ ແລະ ສະ ຖາປະນາສາທາລະນະລັດປະຊາ ທິປະໄຕປະຊາຊົນລາວຢ່າງສະ ຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ພ້ອມດຽວກັນຍັງຍົກໃຫ້ເຫັນ ພາລະບົດບາດໜ້າທີ່ຕົ້ນຕໍຂອງ ໂຮງຮຽນເຂົ້າໃນການປັບປຸງກໍ່ ສ້າງພະນັກງານຮຸ່ນສືບທອດ ປ່ຽນແທນໃຫ້ກໍາລັງປະກອບ ອາວຸດຮັບປະກັນດ້ານຄຸນະພາບ ປະກອບຢູ່ກໍາລັງຫຼວງ-ກໍາລັງ ທ້ອງຖິ່ນໄດ້ 18 ພັນກ່ວາຄົນ, ແລ້ວວຽກງານອື່ນໆທີ່ປິ່ນອ້ອມ ວຽກງານຂອງໂຮງຮຽນຢ່າງມີ ປະສິດທິຜົນສູງ, ຈາກຜົນງານດັ່ງ ກ່າວທີ່ຍາດມາໄດ້ນັ້ນເຮັດໃຫ້ ໂຮງຮຽນໄດ້ຮັບການຍ້ອງຍໍຈາກ ພັກ ແລະ ລັດດັ່ງນີ້: ຮັບຫຼຽນໄຊ ປະຕິວັດຊະນະເລີດຊັ້ນ II 2 ໜ່ວຍ, ຫຼຽນໄຊພິລາດອາດຫານຊັ້ນ II 1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ, ຊັ້ນ III 2 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 9 ໜ່ວຍ, ຊັ້ນ III 11 ໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆ ແລະ ໃບຈາລຶກບຸນຄຸນຈໍານວນໜຶ່ງ. ໂອກາດດັ່ງກ່າວຍັງໄດ້ມີການ ປະດັບຫຼຽນໄຊປະເພດຕ່າງໆ ໃນຜົນງານ 5 ປີ( 2014- 2019 ) ຕື່ມອີກ. ຈາກນັ້ນໄດ້ຊົມພິທີສວນສະ ໜາມຂອງກ້ອນກຳລັງຕ່າງໆ ເພື່ອສ້າງບັນຍາກາດໃນງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີຢູ່ທີ່ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊເປັນຂະບວນການ ຄຶກຄື້ນ ແລະ ເບີກບານມ່ວນຊື່ນ. ໂດຍ: ບຸນທະວີໄຊ ກຸລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ