ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບເຄື່ອງປັບອາກາດ ໃຫ້ກອງພັນ 224 (ໂຮງໝໍ)
ເວລາອອກຂ່າວ: 2022-08-16 10:50:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ໃນວັນທີ 12 ສິງຫາ 2022 ນີ້, ກອງພົນທີ 2 ໄດ້ນໍາເອົາ ເຄື່ອງປັບອາກາດຍີ່ຫໍ້ GREE ຈໍານວນ 2 ໜ່ວຍ ລວມມູນຄ່າ 11.000.000 ກີບ ໄປມອບໃຫ້ ກອງພັນ 224 (ໂຮງໝໍ) ໂດຍ ຕາງໜ້າກ່າວມອບຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 2 ແລະ ກ່າວ ຮັບໂດຍ ສະຫາຍ ພັນໂທ ບຸນ ລອດ ອູ່ທອງຄໍາ ຫົວໜ້າການ ເມືອງ ກອງພັນ 224 (ໂຮງໝໍ) ເຊິ່ງມີບັນດາພະນັກງານພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານ ໂດຍສະເພາະເຄື່ອງ ປັບອາກາດ ທີ່ຍັງຂາດເຂີນອຳ ນວຍຄວາມສະດວກໃນການປະ ຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງພະນັກງານແພດໝໍ. ໂອກາດນີ້, ສະຫາຍ ພັນໂທ ບຸນລອດ ອູ່ທອງຄໍາ ໄດ້ສະແດງ ຄວາມຂອບໃຈຕໍ່ຄະນະພັກ-ຄະ ນະບັນຊາກອງພົນ ທີ່ໃຫ້ການ ຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໃຫ້ ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໃຫ້ ຖືກຕ້ອງ ແລະ ເກີດຜົນປະໂຫຍດ ແກ່ກົມກອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ