ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

23 ສິງຫາ ວັນມະຫາໄຊໄຂສັງກາດໃໝ່ ສູ່ຄວາມເປັນເອກະລາດແຫ່ງຊາດອັນແທ້ຈິງ
ເວລາອອກຂ່າວ: 2022-08-23 09:44:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



v ໃນປະຫວັດສາດແຫ່ງພາລະ ກິດຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວ ນານ ຂອງປະຊາຊົນລາວບັນດາ ເຜົ່າ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ ທີ່ສືບ ທອດມາຈາກພັກຄອມມູນິດອິນດູ ຈີນ ແລະ ພັກແຄວ້ນລາວໃນເມື່ອ ກ່ອນ ເຊິ່ງເຕັມໄປດ້ວຍຄວາມ ສະຫຼາດສ່ອງໃສ. ເພື່ອຄວາມເປັນ ເອກະລາດອັນແທ້ຈິງຂອງຊາດ ລາວນັ້ນ, ໄດ້ມີການປະກາດຍຶດ ອຳນາດຈາກພວກຈັກກະພັດ ລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ (ຝຣັ່ງ-ອາເມຣິກາ) ພ້ອມລູກ ແຫຼ້ງຕີນມືຂອງພວກເຂົາເຖິງ 2 ຄັ້ງ ຄື: ຄັ້ງທີ 1 ວັນທີ 23 ສິງຫາ 1945 ແລະ ຄັ້ງທີ 2 ວັນທີ 23 ສິງຫາ 1975. ດັ່ງນັ້ນ, ສອງເຫດການສຳ ຄັນທາງປະຫວັດສາດນີ້, ໄດ້ສ່ອງ ແສງໃຫ້ເຫັນເຖິງມານະຈິດປະຕິ ວັດບຸກ ແລະ ມູນເຊື້ອແຫ່ງການ ຕໍ່ສູ້ຂອງຄົນລາວທຸກຊົນເຜົ່າ, ທຸກຊັ້ນຄົນທີ່ມີນ້ຳໃຈຮັກເຊື້ອ ແພງຊາດ ພາຍໃຕ້ການນຳພາ ຂອງພັກປະຕິວັດ ເຊິ່ງຍຶດໝັ້ນ ຕໍ່ລັດທິ ມາກ-ເລນິນ ເພື່ອຄວາມ ເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນ ບົນ ຈິດໃຈ "ຍອມຕາຍດີກວ່າເປັນ ຂ້ອຍຂ້າທາດທາສາຂອງຕ່າງ ຊາດ" ວັນທີ 23 ສິງຫາ ຍັງເປັນ ວັນມະຫາສາມັກຄີ, ວັນແຫ່ງ ການຕໍ່ສູ້ພິລະອາດຫານຊານ ໄຊຂອງປວງຊົນລາວທັງຊາດ ທີ່ບໍ່ມີອິດທິກຳລັງປະຕິການ ໃດໆຈະສາມາດສະກັດກັ້ນ ແລະ ຕ້ານທານໄວ້ໄດ້. ໃນນີ້, ການຍຶດ ອຳນາດໃນວັນທີ 23 ສິງຫາ 1945 ຖືເປັນເຫດການສຳຄັນ ທາງປະຫວັດສາດແຫ່ງການ ຕໍ່ສູ້ປົດແອກອອກຈາກລັດທິລ່າ ເມືອງຂຶ້ນແບບເກົ່າ (ຝຣັ່ງ) ເຊິ່ງ ພັກຄອມມູນິດອິນດູຈີນ ກໍຄືພັກ ແຄວ້ນລາວໃນເມື່ອກ່ອນໄດ້ກຳ ແໜ້ນກາລະໂອກາດອັນເອື້ອອຳ ນວຍທີ່ເກີດຂຶ້ນຈາກສະພາບ ເພື່ອ ຍາດເອົາໄຊຊະນະ ແລະ ຍຶດເອົາອຳນາດມາມືປະຊາຊົນ ກໍຄືກຳລັງການປະຕິວັດລາວ, ເຊິ່ງ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: ນີ້ເປັນເທື່ອທຳ ອິດທີ່ປະຊາຊົນລາວໄດ້ເປັນເຈົ້າ ຂອງປະເທດຊາດ ແລະ ຊະຕາ ກຳຂອງຕົນເອງ ພາຍຫຼັງໜຶ່ງສະ ຕະວັດກວ່າທີ່ໄດ້ດຳລົງຊີວິດຢູ່ ພາຍໃຕ້ແອກແຫ່ງການເປັນຂ້ອຍ ຂ້າເປັນທາດທາສາຂອງຕ່າງ ຊາດ ແລະ ປະເທດຊາດຖືກຕັດ ແບ່ງ. ເຊິ່ງໄຊຊະນະດັ່ງກ່າວ ໄດ້ເປີດສັງກາດໃໝ່ທີ່ປະຊາຊົນ ຊັ້ນຄົນຂົນເຜົ່າຕ່າງໆໄດ້ຮັບການ ປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມ ຂະບວນການປະຕິວັດຟົດເດືອດ ແຂງແຮງ, ເຂົ້າຮ່ວມການຕໍ່ຕ້ານ ພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກມືຢ່າງເອົາເປັນເອົາຕາຍ ເພື່ອ ກອບກູ້ຍຶດເອົາອຳນາດໃນຄັ້ງນັ້ນ ເຖິງວ່າຈະບໍ່ໄດ້ນຳໄປສູ່ການສ້າງ ກົງຈັກອຳນາດການປົກຄອງປະ ຕິວັດຂອງປະຊາຊົນທີ່ສົມບູນ ກໍຕາມ ແຕ່ໄດ້ຖືກຈາລຶກໄວ້ໃນໜ້າ ປະຫວັດສາດອັນສະຫງ່າລາສີ ຂອງຊາດລາວຕະຫຼອດໄປ. ພາຍຫຼັງການຍຶດອຳນາດໃນ ວັນທີ 23 ສິງຫາ 1945 ໄດ້ບໍ່ ພຽງເທົ່າໃດວັນ, ພວກລ່າເມືອງ ຂຶ້ນຝຣັ່ງກໍໄດ້ສຸມທຸກກຳລັງທັງ ພາຍນອກ ແລະ ພາຍໃນ (ລູກມື ເກົ່າ) ຕ່າວໂຈມຕີ ແລະ ກັບຄືນ ມາຍຶດຄອງປະເທດລາວເປັນຫົວ ເມືອງຂຶ້ນອີກເທື່ອໃໝ່, ບັງຄັບ ໃຫ້ປະຊາຊົນ ກໍຄືກຳລັງປະຕິວັດ ລາວຈຳຕ້ອງໄດ້ຫັນທິດຕໍ່ສູ້ຄືນ ຢ່າງພິລະອາດຫານ, ລະອິດລະ ອ້ຽວ, ຂ້ຽວຂາດສັບສົນ ແລະ ເຕັມໄປດ້ວຍຂໍ້ຫຍຸ້ງຍາກ, ສິ່ງທົດ ສອບນານາປະການ, ຍືດເຍື້ອຍາວ ນານ ພາຍໃຕ້ການນຳພາຂອງ ພັກປະຕິວັດຕ້ານລັດທິລ່າເມືອງ ຂຶ້ນແບບເກົ່າ (ຝຣັ່ງ) ຕໍ່ໃສ່ລັດທິ ລ່າເມືອງຂຶ້ນແບບໃໝ່ (ອາເມຣິ ກາ) ແລະ ອິດທິກຳລັງປະຕິການ ທີ່ເປັນລູກມືຂອງພວກເຂົາ ເຊິ່ງ ສາມາດຍາດໄດ້ໄຊຊະນະແຕ່ລະ ຂັ້ນເປັນກ້າວໆມາ. ພາຍຫຼັງພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສິ້ນ ເຊີງ, ປະເທດຫວຽດນາມ ໄດ້ຖືກ ທ້ອນໂຮມເປັນເອກະພາບໜຶ່ງ ດຽວໃນເດືອນເມສາ 1975, ໂດຍກຳແໜ້ນກາລະໂອກາດທີ່ ສຸກງອມພັນປີມີເທື່ອໜຶ່ງນັ້ນ, ພັກ ເຮົາໄດ້ນຳໃຊ້ຍຸດທະສາດ 3 ບາດ ຄ້ອນຢ່າງປະດິດສ້າງນຳພາປວງ ຊົນດຳເນີນການຍຶດອຳນາດ ໂດຍ ສັນຕິວິທີແບບ "ບົວບໍ່ໃຫ້ຊ້ຳ ນ້ຳ ບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດ" ເລີ່ມຈາກບັນດາແຂວງໃນຂອບ ເຂດທົ່ວປະເທດ ກ້າວສູ່ການຍຶດ ອຳນາດຂັ້ນສຸດທ້າຍຢູ່ນະຄອນ ຫຼວງວຽງຈັນ ໃນວັນທີ 23 ສິງ ຫາ 1975 ປະກາດສ້າງຕັ້ງກົງ ຈັກການປົກຄອງປະຕິວັດຂຶ້ນ ຢ່າງເປັນທາງການ ແລະ ສະຖາ ປະນາເປັນ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ການຍຶດອຳນາດ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 23 ສິງຫາ 1975, ໃນຂອບ ເຂດທົ່ວປະເທດ ແມ່ນແຕກຕ່າງ ແລະ ໃຫຍ່ໂຕມະໂຫຖານກວ່າ ການຍຶດອຳນາດໃນວັນທີ 23 ສິງ ຫາ 1945 ຢ່າງຈະແຈ້ງ ເພາະ ແມ່ນການຍຶດເອົາອົງການປົກ ຄອງ ແລະ ສູນກາງບັນຊາຂອງ ອຳນາດການປົກຄອງຂອງລາ ຊະອານາຈັກລາວໃນລະບອບ ເກົ່າທີ່ເນົ່າເໝັນໂດຍສິ້ນເຊີງ ເຮັດ ໃຫ້ກົນໄກ ແລະ ກົງຈັກແຫ່ງ ສິດ ອຳນາດຂອງລະບອບສັກດີນາ ເຄິ່ງຫົວເມືອງຂຶ້ນຖືກທັບມ້າງ ລົ້ມສະຫຼາຍ ແລະ ສິ້ນສຸດ ລົງ ຢ່າງສິ້ນເຊີງ. ເພື່ອເສີມຂະຫຍາຍນ້ຳໃຈ 23 ສິງຫາມະຫາໄຊເຂົ້າໃນການປະ ຕິບັດ 2 ໜ້າທີ່ຍຸດທະສາດຂອງ ພັກ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃຫ້ໝັ້ນ ຄົງສະຖາພອນ, ສີວິໄລ, ກ້າວ ໜ້ານຳພາປະເທດຊາດກ້າວເດີນ ໄປຕາມເສັ້ນທາງສັງຄົມນິຍົມໃນ ພາຍພາກໜ້າຕາມອຸດົມການທີ່ ພັກວາງໄວ້ນັ້ນ, ເຊິ່ງຮຽກຮ້ອງ ໃຫ້ປະຊາຊນົນລາວທຸກຊົນເຜົ່າ, ທຸກຊັ້ນຄົນ ຈົ່ງເດັດດ່ຽວຢູ່ອ້ອມ ຂ້າງພັກ, ເສີມຂະຫຍາຍໃຫ້ໄດ້ ຄວາມສາມັກຄີປອງດອງບັນ ດາເຜົ່າ, ຕັ້ງໜ້າປະຕິບັດໃຫ້ຖືກ ຕ້ອງພັນທະ, ສິດ, ໜ້າທີ່ຂອງຕົນ ທີ່ລັດຖະທຳມະນູນຂອງຊາດໄດ້ ກຳນົດໄວ້, ພ້ອມກັນເປັນເຈົ້າການ ຕອບຕ້ານ, ກຳຈັດທຸກກົນອຸບາຍ, ຍຸດທະສາດຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ດີທີ່ຫວັງທຳລາຍ ມ້າງເພລະບອບໃໝ່ຂອງພວກ ເຮົາ ໃຫ້ປະລາໄຊໂດຍເດັດຂາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ