ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄວາມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-02-11 09:05:06 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1939 | ຄວາມນິຍົມ:



ພັນໂທ ສຸລິຍົງ ພວງພັກດີ ຫົວຫນ້າການ ເມືອງກອງບັນຊາ ການທະຫານເມືອງທ່າແຂກ ໄດ້ກ່າວວ່າ: ກອງທັບປະຊາຊົນລາວ ໂດຍພາຍ ໃຕ້ການຊີ້ນຳ-ນຳພາ ເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ໄດ້ມີຜົນງານ ແລະ ວີລະກຳອັນລຳ້ເລີດໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນຕໍ່ມາໄດ້ປະກອບສ່ວນໃນພາລະກິດ ການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຢ່າງຕັ້ງຫນ້າສາມາດປົກປັກຮັກສາ ໄດ້ສະຖຽນລະພາບທາງດ້ານການເມືອງ, ຮັກສາ ຜືນແຜ່ນດິນອັນຄົບຖ້ວນ ໄວ້ໄດ້ຢ່າງໝັ້ນຄົງ, ເສດຖະກິດ ແຫ່ງຊາດມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ. ສຳລັບຕົນເອງຮູ້ສຶກມີຄວາມພາກ ພູມໃຈເປັນຢ່າງຍິ່ງທີ່ໄດ້ອຸທິດ ຕົນເຂົ້າໃນການຮັບໃຊ້ໃນຖັນ ແຖວກອງທັບ ປະກອບສ່ວນປັບ ປຸງກໍ່ສ້າງກອງທັບໃຫ້ເຕີບໃຫຍ່ ເຂັ້ມແຂງ, ໂດຍສະເພາະປັບປຸງກໍ່ສ້າງກຳລັງທ້ອງຖິ່ນແຂວງຄຳ ມ່ວນກໍຄືທະຫານເມືອງທ່າແຂກ, ໄດ້ມີການເຕີບໃຫຍ່ເຂັ້ມແຂງຕະ ຫລອດມາສາມາດເຮັດສຳເລັດຫນ້າທີ່ປົກປັກຮັກສາຄວາມໝັ້ນ ຄົງຂອງທ້ອງຖິ່ນຕົນຮັບຜິດຊອບ ເຮັດໃຫ້ເມືອງທ່າແຂກມີສະຖຽນ ລະພາບທາງດ້ານການເມືອງ, ທົ່ວສັງຄົມມີຄວາມສະຫງົບປອດ ໄພ, ສ້າງເງື່ອນໄຂສະດວກ, ປະກອບສ່ວນເຂົ້າໃນການສ້າງສາ ພັດທະນາເມືອງທ່າແຂກໃຫ້ກາຍເປັນເມືອງເທສະບານໃນມໍ່ໆນີ້ ແລະ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງກອງ ທັບ ຄົບຮອບ 70 ປີນີ້ ກອງບັນຊາການທະຫານເມືອງທ່າແຂກ ກໍໄດ້ເອົາໃຈໃສ່ປັບປຸງກົມກອງ ເປັນຕົ້ນແມ່ນການປັບປຸງຫ້ອງ ການ, ເຮືອນພັກເຊົາ, ສະໂມສອນ ,ເຮືອນຄົວໃຫ້ເປັນລະບຽບ, ສ້າງ ຂະບວນການອະນາໄມ, ປະດັບ ປະດາໃຫ້ມີ ຄວາມສະອາດຈົບ ງາມ ພ້ອມກັບການສ້າງຂະບວນການກີລາໃຫ້ເປັນຂະບວນຟົດຟື້ນ. ໂດຍ: ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ