ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນວຽງໄຊໄປມອບຂອງຂວັນໃຫ້ຄະນະໂຮງໝໍ 106 ແລະ ໂຮງໝໍໂຮງຮຽນວຽງໄຊ
ເວລາອອກຂ່າວ: 2019-02-11 10:14:04 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 379584320 | ຄວາມນິຍົມ:



ໃນທ້າຍເດືອນ ມັງກອນ 2019 ຜ່ານມານີ້ ພັນໂທ ບຸນເພັງ ໝື່ນນະລາດ, ພັນໂທ ຄໍາສອນ ວິລະກໍາ ຄະນະພັກໂຮງຮຽນ ຕາງໜ້າຄະນະພັກ-ຄະນະອໍາ ນວຍການໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ ພ້ອມຄະນະ ແລະ 2 ອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າອວຍພອນຄະນະພັກ-ຄະ ນະບັນຊາໂຮງໝໍບໍລິເວນ 106 ກອງທັບ ແລະ ໂຮງໝໍໂຮງຮຽນ ວຽງໄຊ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ(20 ມັງກອນ 1949-20 ມັງກອນ 2019). ໂອກາດນີ້ ພັນເອກ ດຣ ພູແກ້ວ ດວງພຽງແສງ ຫົວໜ້າການ ທະຫານໂຮງໝໍບໍລິເວນ 106 ກອງທັບ, ພັນຕີ ສີສຸພັນ ແກ້ວ ດວງຈັນ ຮອງຫົວໜ້າການ ເມືອງໂຮງໝໍໂຮງຮຽນວຽງໄຊ ຕ່າງກໍໄດ້ລາຍງານສະພາບການ ເຄື່ອນໄຫວປິ່ນປົວຄົນເຈັບໃນ ໂຮງໝໍຂອງຕົນ ເຊິ່ງພະນັກງານ ແພດໝໍທຸກສະຫາຍໄດ້ປະຕິບັດ ໜ້າທີ່ວຽກງານຂອງຕົນເອງ ດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ຄົນເຈັບທີ່ມາປິ່ນປົວຢູ່ໂຮງໝໍມີສຸຂະພາບດີຂຶ້ນ. ໂອກາດນີ້ ພັນໂທ ບຸນເພັງ ໝື່ນນະລາດ, ພັນໂທ ຄໍາສອນ ວີລະກຳສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ພະນັກງານແພດໝໍ ຢູ່ ໂຮງໝໍແຕ່ລະແຫ່ງທີ່ໄດ້ເອົາໃຈ ໃສ່ເຮັດຫນ້າທີ່ວິຊາສະເພາະປິ່ນ ປົວຄົນເຈັບດ້ວຍຄວາມຮັບຜິດ ຊອບສູງ ແລະ ອວຍພອນໃຫ້ພະ ນັກງານແພດໝໍມີສຸຂະພາບເຂັ້ມ ແຂງ, ສູ້ຊົນເຮັດສຳເລັດຫນ້າທີ່ ຂອງຕົນດ້ວຍໝາກຜົນດີກວ່າ ເກົ່າ. ໂດຍ: ບຸນທະວີໄຊ ກຸລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ