ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກອງປະຊຸມໃຫຍ່ຄັ້ງທີ I ຜູ້ແທນທົ່ວອົງຄະນະພັກກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2019-02-12 09:20:49 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1350 | ຄວາມນິຍົມ:



ກອງປະຊຸມໃຫຍ່ຄັ້ງທີ I ຜູ້ ແທນທົ່ວອົງຄະນະພັກກົມໃຫຍ່ ເຕັກນິກກອງທັບໄດ້ໄຂຂຶ້ນໃນວັນ ທີ 11 ກຸມພາ 2019 ນີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງສະ ຫາຍ ພົນຕີ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີ ສະຫາຍພົນຕີ ກິລະ ກອນ ບຸນນະຜົນ ກໍາມະການຄະນະພັກກະຊວງ, ເລຂາຄະ ນະພັກ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະນໍາກົມໃຫຍ່ ເຕັກນິກກອງທັບ, ຄະນະພັກ-ຄະນະບັນຊາ, ບັນດາຜູ້ແທນມາຈາກກົມກອງທີ່ຂຶ້ນກັບກົມໃຫຍ່ ເຕັກນິກກອງທັບເຂົ້າຮ່ວມ. ສະຫາຍພົນຕີ ກິລະກອນ ບຸນ ນະຜົນ ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ ເຊິ່ງ ໄດ້ຍົກໃຫ້ເຫັນຜົນງານຫລາຍ ດ້ານທີ່ເປັນພື້ນຖານທີ່ຄະນະພັກ ອົງການກົມໃຫຍ່ເຕັກນິກກອງທັບ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະເຮັດສຳເລັດໜ້າທີ່ ຈັດຕັ້ງຊີ້ນໍາວຽກງານຮັບປະ ກັນການປະກອບຂອງກະຊວງ ປ້ອງກັນປະເທດ ແລະ ກົມໃຫຍ່ ເສນາທິການກອງທັບ, ຊີ້ນໍາ ການຮັບປະກັນເຕັກນິກ, ການ ກະກຽມນໍາໃຊ້, ການປົກປັກຮັກ ສາ, ການບົວລະບັດເກັບມ້ຽນ ຍາວນານ, ການພື້ນຟູສ້ອມແປງ, ດັດແປງພາຫະນະອາວຸດຍຸດໂທ ປະກອນເຕັກນິກໃນກອງທັບ, ກໍາ ແໜ້ນສະພາບພາຫະນະອາວຸດ ຍຸດໂທປະກອນເຕັກນິກ, ຮັບປະ ກັນເຕັກນິກອຸດສາຫະກໍາປ້ອງກັນ ຊາດທົ່ວກອງທັບ, ການສ້າງແຜນ ງົບປະມານຮັບປະກັນວຽກງານ ເຕັກນິກທົ່ວກອງທັບ, ຄົ້ນຄວ້າວິ ທະຍາສາດເຕັກນິກຢ່າງປະດິດ ສ້າງເຂົ້າໃນວຽກງານເຕັກນິກ ການທະຫານ, ຈັດຕັ້ງຄຸ້ມຄອງຊີ້ ນໍາຂະແໜງການອຸດສາຫະກໍາ ປ້ອງກັນຊາດ, ບັນດາຫົວ ໜ່ວຍ ເຮັດເສດຖະກິດ ແລະ ບໍລິສັດ ຮ່ວມມືກັບຕ່າງປະເທດ, ການຈໍາ ໜ່າຍ, ການນໍາໃຊ້ວັດຖຸທາດລະ ເບີດ, ອຸດສາຫະກໍາຢູ່ ສປປລາວ ຕາມການມອບໝາຍຂອງກະ ຊວງປ້ອງກັນປະເທດ, ກໍ່ສ້າງ ແລະ ປັບປຸງກໍາລັງຂະແໜງ ການເຕັກນິກ, ດ້ານຄຸນທາດການ ເມືອງ, ການຈັດຕັ້ງປະຕິບັດ ແລະ ລະດັບວິຊາສະເພາະໃຫ້ເຕີມໃຫຍ່ ເຂັ້ມແຂງຕາມທິດກໍ່ສ້າງກອງ ທັບປະ ຕິວັດມີລະບຽບແບບແຜນ ທັນສະໄໝ. ເຊິ່ງໄລຍະຜ່ານໄດ້ຊີ້ນໍາບັນດາ ກົມກອງວິຊາສະເພາະກໍາລັງ ຫຼວງ ແລະ ກຳລັງທ້ອງຖິ່ນຈັດ ຕັ້ງການບົວລະບັດພາຫະນະ ເຕັກນິກ, ອາວຸດຍຸດໂທປະກອນ ເຕັກນິກທີ່ມີໃນການປະກອບ ເພື່ອຮັບປະກັນໃຫ້ແກ່ການ ກຽມພ້ອມສູ້ຮົບ ແລະ ສູ້ຮົບ ໄດ້ ທຸກເວລາ. ໃນນັ້ນ, ໄດ້ເອົາໃຈ ໃສ່ຊີ້ນໍາກອງພັນໃຫຍ່ 11 ບົວ ລະບັດເກັບມ້ຽນລົດຫຸ້ມເກາະ, ຊີ້ນໍາບັນດາຫົວໜ່ວຍໂຮງງານ ສ້ອມແປງແຕ່ລະຂັ້ນປະຕິບັດ ການສ້ອມແປງລົດ, ອາວຸດຍຸດ ໂທປະກອນ, ປັບປຸງປົວແປງ ລະບົບສາງຄັງ, ສ້ອມແປງລົດ ໜັກ, ກາງ, ເບົາ, ຮັບລົດເຂົ້າ ແລະ ເບີກຈ່າຍລົດສໍາເລັດຕາມ ແຜນການ. ນໍາພາວຽກງານຮັບ ປະກັນເຕັກນິກໃຫ້ແກ່ໂຄງການ ດ້ານ ຮົບ. ໃນ 5 ປີຜ່ານມາພວກ ເຮົາໄດ້ເຮັດຢ່າງຕັ້ງໜ້າ,ໃນໂຄງ ການຮັບປະກັນພາຫະນະເຕັກນິກ ໃຫ້ແກ່ໂຄງການເຊັ່ນ:ໂຄງການ ຊ້ອມຮົບອິນຊີແດງ, ໂຄງການ 01728, ໂຄງການແກ້ໄຂ ຄວາມບໍ່ສະຫງົບເຂດໃຈກາງ, ໂຄງການກອບກູ້ໄພພິບັດຢູ່ເມືອງ ສະໜາມໄຊ ແຂວງອັດຕະປື, ໂຄງການສະໜອງພາຫະນະເຕັກ ນິກໃຫ້ແກ່ການສະຫຼອງ 50 ປີ ເມືອງວຽງໄຊ, ໂຄງການຮັບປະ ກັນເຕັກນິກໃຫ້ແກ່ສວນສະ ໜາມສະຫຼອງ 70 ປີວັນ ສ້າງ ຕັ້ງກອງທັບ, ໂຄງ ການສ້ອມແປງ ແລະ ຜະລິດວັດຖຸອາໄຫຼ່ໃຫ້ແກ່ ເຕັກນິກການທະຫານ. ວຽກ ງານຄົ້ນຄ້ວາວິທະຍາສາດເຕັກ ໂນໂລຊີ ແລະ ດັດແປງພາຫະ ນະອາວຸດຍຸດໂທປະກອນເຕັກ ນິກ, ຄະນະພັກກົມໃຫຍ່ເຕັກນິກ ກອງທັບ ໄດ້ຊີ້ນໍາການເສີມຂະ ຫຍາຍຈິດໃຈເພິ່ງຕົນເອງ, ກຸ້ມ ຕົນເອງ, ຄົ້ນຄວ້າດັດແປງພາ ຫະນະ ແລະ ອາວຸດເກົ່າຈໍານວນ ໜຶ່ງໃຫ້ມີສະມັດຕະພາບໃນການ ເຄື່ອນທີ່ສູ້ຮົບສູງກວ່າເກົ່າເຊັ່ນ: ໄດ້ຄົ້ນຄວ້າດັດແປງລົດ BTR 152 ສໍາເລັດ 12 ຄັນ, ດັດ ແປງຕັ້ງປືນໃສ່ເທິງລົດ ເຊິ່ງ ໃສ່ຊື່ຫຍໍ້ວ່າປືນ 122-HL-70 ຈໍານວນ 09 ຄັນ ສໍາເລັດ ແລະ ຕິດຕັ້ງປືນ 14,5 ມມ ໃສ່ລົດ BTR 152 ຈໍານວນ 1 ຄັນສໍາ ເລັດ ແລະ ວຽກງານດ້ານອື່ນໆ ອີກ, ນອກນີ້ກໍໄດ້ເປັນເຈົ້າ ການປັບປຸງກໍ່ສ້າງພັກຕາມ 5 ຫລັກການ 3 ທິດນໍາຂອງພັກ ວາງອອກ ເຊິ່ງໄດ້ເຮັດໃຫ້ບົດ ບາດການນໍາພາຂອງພັກຈັດຕັ້ງ ປະຕິບັດແນວທາງຂອງພັກ, ມະ ຕິຕ່າງໆຂອງຄະນະພັກຂັ້ນເທິງ ແລະ ຂອງຄະນະພັກຂັ້ນຕົນໄດ້ ຮັບຜົນດີທົ່ວກົມໃຫຍ່ເຕັກນິກ ມີ 13 ຄະນະພັກຮາກຖານ, ມີ 44 ໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ, ມີ 18 ໜ່ວຍພັກເອ ກະລາດ, ມີໜ່ວຍພັກທັງໝົດ 62 ໜ່ວຍ, ທຽບໃສ່ປີ 2014 ຄະນະພັກຮາກຖານເພີ່ມຂຶ້ນ 5 ຄະນະພັກຮາກຖານເທົ່າກັບ 38,48%, ໜ່ວຍພັກຮາກຖານ ເພີ່ມຂຶ້ນ 17 ໜ່ວຍເທົ່າກັບ 27% ມາດຕາສ່ວນການນໍາພາຂອງພັກ ໃນທົ່ວກົມໃຫຍ່ເຕັກນິກກອງທັບ ເທົ່າກັບ 71% ສົກ 2017- 2018 ມີສະມາຊິກພັກແຂງຮອບດ້ານ 1.156 ສະຫາຍ, ແຂງ 147 ສະ ຫາຍ, ກາງ 2 ສະຫາຍ, ມີກອງ ຮາກຖານເຂັ້ມແຂງ-ຄະນະພັກ ຮາກຖານຮູ້ນໍາພາຮອບດ້ານ 6 ຄະນະ, ຄະນະພັກຮາກຖານ ແຂງ 7 ຄະນະ, ບໍ່ມີຄະນະພັກ ຮາກຖານກາງ ແລະ ອ່ອນ, ມີ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນໍາພາຮອບດ້ານ 41 ໜ່ວຍ, ໜ່ວຍພັກແຂງ 19 ໜ່ວຍ, ໜ່ວຍ ພັກກາງ 1 ໜ່ວຍ. ກອງປະຊຸມໄດ້ດໍາເນີນປ່ອນ ບັດເລືອກເອົາຄະນະພັກອົງຄະ ນະພັກກົມໃຫຍ່ເຕັກນິກຊຸດໃໝ່ໄດ້ ຕາມຄາດໝາຍ ລວມມີ 13 ສະ ຫາຍ, ໃນນີ້ກອງປະຊຸມໄດ້ເປັນ ເອກະສັນເລືອກເອົາຄະນະປະ ຈໍາພັກອົງການກົມໃຫ່ຍເຕັກນິກ ກອງທັບຈໍານວນ 05 ສະຫາຍ, ສະຫາຍພົນຕີ ກິລະກອນ ບຸນ ນະຜົນ, ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ, ສະຫາຍພົນ ຈັດຕະວາ ວຽງສະຫວັນ ລາດ ສະເພົາ, ສະຫາຍພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ແລະ ສະຫາຍພັນເອກທອງພັນ ສຸທໍາມະວົງ ແລະ ກອງປະຊຸມໄດ້ ເລືອກເອົາສະຫາຍພົນຕີ ກິລະ ກອນ ບຸນນະຜົນ ເປັນເລຂາຄະ ນະພັກ, ສະຫາຍພົນ ຈັດຕະວາ ຄໍາພາ ສີພອນໄຊ ເປັນຮອງເລ ຂາຄະນະພັກ ແລະ ເລືອກເອົາ ສະຫາຍພົນຈັດຕວາ ວຽງສະ ຫວັນ ລາດສະເພົາ ເປັນປະ ທານກວດກາພັກ, ສະຫາຍພັນ ໂທສີພອນ ພອນສິງຄໍາ, ສະຫາຍ ພັນ ໂທວຽງທອງ ພັດທະສິດ ເປັນ ຮອງປະທານກວດກາພັກ. ໂອກາດນີ້ ສະຫາຍພົນຕີ ທອງລອຍ ສີລິວົງ ໄດ້ໂອ້ລົມຕໍ່ ກອງປະຊຸມ ແລະ ໃຫ້ທິດຊີ້ນໍາ ຫຼາຍບັນຫາສໍາຄັນພ້ອມທັງໄດ້ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ແລະ ຄະນະພັກແຕ່ລະຂັ້ນຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນວຽກ ງານແຖວໜ້າ ເພື່ອສ້າງຖັນແຖວ ພະນັກງານສະມາຊິກພັກໃຫ້ມີ ຄວາມໜັກແໜ້ນທາງດ້ານຄຸນ ທາດການເມືອງ, ເອົາໃຈໃສ່ກໍ່ ສ້າງພະນັກງານວິຊາສະເພາະ ເຫຼົ່າຮົບເຕັກນິກໃຫ້ມີຄວາມເຂັ້ມ ແຂງ ແລະ ເຕີບໃຫຍ່ຂະຫຍາຍ ຕົວ, ເສີມຂະຫຍາຍມູນເຊື້ອ ຄວາມດຸໝັ່ນຂະຫຍັນພຽນໃນ ການເພີ່ມພູນຜະລດຜົນບົນຈິດ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ພ້ອມດຽວກັນນັ້ນກໍຈົ່ງ ພ້ອມກັນເຊີດຊູຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຈັດຕັ້ງ ປະຕິບັດມະຕິກອງປະຊຸມຄັ້ງນີ້ ໃຫ້ເກີດໝາກຜົນຕົວຈິງ ສ້າງ ກົມກອງໃຫ້ສົມເປັນອົງການຄົ້ນ ຄວ້າທາງດ້ານເຕັກນິກວິທະຍາ ສາດການທະຫານທີ່ທັນສະໄໝ ກຽມພ້ອມເຮັດສໍາເລັດໜ້າທີ່ ການເມືອງໃນໄລຍະໃໝ່ຂອງ ກົມກອງ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ