ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ທ່ານສະເຫຼີມໄຊ ກົມມະສິດ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ເມືອງສະໜາມໄຊ
ເວລາອອກຂ່າວ: 2019-02-12 09:23:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 2399 | ຄວາມນິຍົມ:



ໃນວັນທີ 06 ກຸມພາ 2019 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະ ມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວຢ້ຽມຢາມພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດ ການໄພພິບັດນໍ້າຖ້ວມຢູ່ເມືອງສະ ໜາມໄຊ, ແຂວງອັດຕະປື ໂດຍ ຖືກຕ້ອນຮັບຢ່າງອົບອຸ່ນຈາກອຳ ນາດການປົກຄອງແຂວງ, ເມືອງແລະ ພໍ່ແມ່ປະຊາຊົນເປັນຢ່າງດີ. ໃນໂອກາດດັ່ງກ່າວທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ໃນນາມກະຊວງການຕ່າງປະ ເທດ ແລະ ໃນນາມຕາງໜ້າໃຫ້ ລັດຖະບານໄດ້ນຳເອົາເງິນສົດ ຈຳນວນ 950.000.000 ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງໄປມອບໃຫ້ແກ່ປະ ຊາຊົນຜູ້ໄດ້ຮັບຜົນກະທົບຈາກ ໄພພິບັດນໍ້າຖ້ວມຢູ່ເມືອງສະ ໜາມໄຊ, ແຂວງອັດຕະປື ໃນ ທ້າຍເດືອນກໍລະກົດ 2018 ທີ່ ຜ່ານມາ, ເຊິ່ງເງິນ ແລະ ເຄື່ອງ ດັ່ງກ່າວແມ່ນໄດ້ຮັບການປະ ກອບສ່ວນຊ່ວຍເຫຼືອຈາກພີ່ ນ້ອງຄົນເຊື້ອຊາດລາວດຳລົງຊີ ວິດຢູ່ຕ່າງປະເທດ ແລະ ພະນັກ ງານກະຊວງການຕ່າງປະເທດ ທັງຢູ່ພາຍໃນ ແລະ ປະຈຳການ ຢູ່ຕ່າງປະເທດ ແລະ ຈາກອົງ ການຈັດຕັ້ງສາກົນປະຈຳ ສປປ ລາວ ຈຳນວນໜຶ່ງ, ຕາງໜ້າ ໃຫ້ແກ່ອຳນາດການປົກຄອງ ແຂວງ ໂດຍແມ່ນ ທ່ານ ບຸນ ຮຽນ ແກ້ວບົວພາດ, ກຳມະ ການຄະນະປະຈຳພັກແຂວງ, ປະທານກວດກາພັກ-ລັດແຂວງ ອັດຕະປື ເປັນຜູ້ຮັບ ແລະ ພ້ອມ ທັງໄດ້ລາຍງານສະພາບຄວາມ ຄືບໜ້າໃນການແກ້ໄຂ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງພໍ່ແມ່ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກເຫດການໄພພິບັດດັ່ງກ່າວ ເຊິ່ງມາຮອດປັດຈຸບັນແມ່ນໄດ້ ຮັບການແກ້ໄຂໂດຍພື້ນຖານ, ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງໝົດແມ່ນໄດ້ຍົກຍ້າຍເຂົ້າ ພັກເຊົາຢູ່ເຮືອນພັກເຊົາຊົ່ວຄາວ ທີ່ທາງການໄດ້ຈັດສັນໃຫ້, ໄດ້ ຮັບການສະໜອງເຂົ້າກິນ, ເງິນ ອຸດໜູນ, ການບໍລິການດ້ານສາ ທາລະນະສຸກ ແລະ ອື່ນໆ. ສຳ ລັບວຽກງານຈຸດສຸມໃນສະ ເພາະໜ້າແມ່ນການສ້າງເຮືອນ ຖາວອນ, ຟື້ນຟູພື້ນຖານໂຄງ ລ່າງ, ພື້ນຖານການຜະລິດເພື່ອ ຊຸກຍູ້ປະຊາຊົນຫັນເຂົ້າສູ່ການ ຜະລິດໂດຍໄວ ແນໃສ່ເລັ່ງລັດ ປົວແປງຊີວິດການເປັນຢູ່ຂອງ ເຂົາເຈົ້າໃຫ້ເຂົ້າສູ່ສະພາບປົກ ກະຕິ. ນອກຈາກນີ້ ທ່ານລັດຖະມົນ ຕີກະຊວງການຕ່າງປະເທດ ທັງ ໄດ້ເຄື່ອນໄຫວຢ້ຽມຢາມປະ ຊາຊົນຜູ້ປະສົບໄພ ແລະ ຖືເອົາ ໂອກາດນີ້ລົງໄປພົບປະໂອ້ລົມ ແລະ ມອບເງິນເຄື່ອງອຸປະໂພກ-ບໍ ລິໂພກຈຳນວນໜຶ່ງໃຫ້ນາຍ ແລະ ພົນທະຫານກອງພັນ 21 ແຂວງ ອັດຕະປືທີ່ປະຈຳການຢູ່ເຂດດັ່ງ ກ່າວເນື່ອງໃນໂອກາດທີ່ທົ່ວພັກ ທົ່ວກອງທັບພວມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ