ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຄງການ​ກໍ່ສ້າງ ​ຫ້ອງ​ພະລາທິການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ​ ສຳເລັດ 85%
ເວລາອອກຂ່າວ: 2022-09-16 10:03:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ປັດຈຸບັນ, ການ​ກໍ່ສ້າງ​ພື້ນ ຖານ​ໂຄງ​ລ່າງ, ລະບົບ​ຄ້າຍ​ຄູ​ທີ່ຢູ່​ອາ​ໄສ, ສຳນັກງານ​ອົງການ, ເຮືອນຄົວ​ລວມ, ເຮືອນນອນ, ເສັ້ນທາງ​ເຂົ້າ-ອອກ​ຄ້າຍ​ຢູ່​ບັນດາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ​ນັບ ​ມື້​ແໜ້ນໜາ​ຖາວອນ​ຂຶ້ນ​ເປັນ​ກ້າວໆ​ຕາມ​ແບບແຜນ​ສ້າງ​ກອງ ທັບ​ປະຕິວັດ​ທັນ​ສະໄໝ. ໃນ​ນີ້,​ເວົ້າ​ສະເພາະ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ​​ເຫັນ​ວ່າ​ມີ​ທ່າ​ກ້າວ​ກະໂດດ​ໃນ​ການ​ປັບປຸງ​​ກໍ່ສ້າງ​ລະບົບ​ຄ້າຍ​ຄູ, ຖ້າ​ທຽບ​ໃສ່​ 10 ປີ​ກ່ອນ​ໜ້າ​ນີ້, ຍ້ອນ​ຄະນະ​ພັກ-ຄະນະ​ບັນຊາ​ທຸກ​ຂັ້ນ​ຍາມ​ໃດ​ກໍມີ​ຄວາມ​ສະ​ດຸ້ງ​ໄວ​ໃນ​ການ​ປະຕິບັດ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ​ແລະ​ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ທີ່​ຂັ້ນ​ເທິງ​ວາງ​ອອກ​ກໍຄື​ທິດຊີ້​ນຳ​ຂອງ​ຄະ ນະ​ບໍລິຫານ​ງານ​ພັກ​ແຂວງ​ກຳ ນົດ​ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະ ຊວງ​ປ້ອງ​ກະຊວງ​ປະເທດ​ວາງ​ອອກ. ​ໃນ​ນັ້ນ, ​ສຸມ​ໃສ່ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະລາ ທິການ​ກອງທັບ​ເປັນ​ພື້ນຖານ​ສຳຄັນ ສະຫາຍ ພັນ​ໂທ ຈັນ​ເພັງ ວົງ​ ແສງ​ຮັກ ຫົວໜ້າ​ພະ​ແນກ​ກໍ່ສ້າງ ຫ້ອງ​ພະລາທິການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໃຫ້​ຮູ້​ວ່າ: ປັດຈຸບັນ​ນີ້, ​ໄດ້​ສຸມ​ໃສ່​ໂຄງການ​ກໍ່ສ້າງ​ຫ້ອງການ​ພະລາທິການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ນັບ​ແຕ່​ເດືອນ ກໍລະກົດ 2021 ເປັນ​ອາຄານ​ 3 ຊັ້ນ, ມີ 23 ຫ້ອງ, ໃນ​ນັ້ນ​ປະກອບ​ ມີ​ຫ້ອງ​ປະຊຸມ 1 ຫ້ອງ, ຫ້ອງ​ຮັບ ແຂກ 1 ຫ້ອງ, ຫ້ອງ​ເຮັດ​ວຽກ 21 ຫ້ອງ ແລະ ຫ້ອງ​ນ້ຳ 5 ຫ້ອງ ມູນ​ຄ່າ​ ໃນ​ການ​ກໍ່ສ້າງ​ທັງ​ໝົດ 11,65 ຕື້ກວ່າ​ກີບ. ໃນ​ນີ້​, ກະ ຊວງ​ປ້ອງ​ກັນ​ປະເທດ​ຊ່ວຍເຫຼືອ​ຈຳນວນ 5 ຕື້​ກີບ. ນອກ​ນັ້ນ​, ແມ່ນ​ທຶນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໂດຍ​ມອບ​ໃຫ້ບໍລິສັດ ວິລະ​ໄຊ ກໍ່ສ້າງ​ເຄຫາ​ສະຖານ ແລະ ສ້ອມແປງ ຈຳກັດ​ຜູ້​ດຽວ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ມາ​ຮອດ​ປັດຈຸ ບັນ ​ໂຄງການ​ກໍ່ສ້າງ​ດັ່ງກ່າວ​ໄດ້​ສຳເລັດ​ 85% ແລະ ສ່ວນ​ທີ່​ຍັງ​ເຫຼືອ 15% ພວມ​ສືບ​ ຕໍ່​ຕົບແຕ່ງ​ເຄື່ອງເຟີ​ນີ​ເຈີ, ລະບົບ​ໄຟ້​ຟ້າ-ນ້ຳ​ ປະປາ ແລະ ເຄື່ອງ​ສຸ​ຂະ​ພັນ​ ຕ່າງໆ ເຊິ່ງ​ຄາດ​ຄະເນວ່າ: ການ​ກໍ່ສ້າງ​ຈະ​ສຳເລັດ​ໃນ​ເດືອນ​ກໍລະ ກົດ 2023 ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ​ວັນ​ປະຫວັດສາດ​ທີ່​ສຳຄັນ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງ ທັບ ໂດຍ​ສະເພາະ​ແມ່ນ​ວັນ​ສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບ ຮອບ 75 ປີ, ທັງ​ເປັນ​ການ​ພັດທະ ນາ​ກົມ​ກອງ​ໃຫ້​ນັບ​ມື້​ແໜ້ນໜາ​ຖາວອນ. ໂດຍ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ