ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ
ເວລາອອກຂ່າວ: 2022-09-19 08:49:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 289 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ໃນ​ວັນ​ທີ 19 ກັນຍາ 2022 ນີ້, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ,ປະທານ​ປະເທດ, ມີ​ທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ ​ການເມືອງ​ສູນ​ກາງ​ພັກ ນາຍົກ ລັດຖະມົນຕີ ປະທານ​ຄະນະ​ຊີ້​ນຳ​ລະດັບ​ຊາດ ກ່ຽວ​ກັບ​ການ ແຂ່ງຂັນ-ຍ້ອງຍໍ ຮັກ​ຊາດ ແລະ ພັດທະນາ ມີ​ບັນດາ​ທ່ານ​ການ​ນຳ​ ພັກ-ລັດ​ຂັ້ນ​ສູງ, ບັນດາ​ລັດຖະ ມົນຕີ, ຫົວໜ້າ​ອົງການອ້ອມຂ້າງ ສູນ​ກາງ, ເຈົ້າແຂວງ, ເຈົ້າ​ຄອງ​ ນະຄອນຫຼວງ​ວຽງ​ຈັນ, ເຈົ້າ ເມືອງ, ເຈົ້າ​ນະຄອນ, ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ບັນດາ​ກະຊວງ, ອົງການ ແລະ ທ້ອງຖິ່ນ, ວິລະ​ຊົນ​ແຮງ​ງານ, ນັກ​ພັດທະນາ​ດີ ເດັ່ນ​ແຫ່ງ​ຊາດ, ຕົວ​ແທນ​ບຸກຄົນ ແລະ ການຈັດຕັ້ງ​ດີເດັ່ນ, ຕົວ​ແທນ​ ບັນດາ​ຫົວໜ່ວຍ​ທຸລະ​ກິດ, ຜູ້​ປະ ກອບ​ການ ແລະ ສື່​ມວນຊົນເຂົ້າ ​ຮ່ວມ. ໃນ​ກອງ​ປະຊຸມ ທ່ານ ພັນຄຳ ວິພາ​ວັນ ນາຍົກລັດຖະມົນຕີ ປະ ທານ​ຄະນະ​ຊີ້​ນຳ​ລະດັບ​ຊາດ ກ່ຽວ​ກັບ​ການ​ແຂ່ງຂັນ-ຍ້ອງຍໍ, ຮັກ​ຊາດ ແລະ ພັດທະນາ ໄດ້ຂຶ້ນ ​ລາຍ​ງານ​ຫຍໍ້​ການ​ດຳເນີນ​ກອງ​ປະຊຸມ​ໃນ​ໄລຍະ​ໜຶ່ງ​ວັນ​ເຄິ່ງ​ຜ່ານ​ມາ ໃຫ້​ທ່ານ​ປະທານ​ປະເທດ​ໄດ້​ຮັບ​ຊາບ. ຈາກ​ນັ້ນ​ໃນ​ກອງ ປະຊຸມ​ໄດ້​ຈັດ​ໃຫ້​ມີ​ພິທີ​ປະດັບ​ຫຼຽນ​ນາມມະຍົດ​ວິລະ​ຊົນ​ແຮງ​ງານ ຈຳນວນ 1 ທ່ານ, ຫຼຽນ​ນາມມະຍົດ​ນັກ​ພັດທະນາ​ດີເດັ່ນ​ແຫ່ງ​ຊາດ ຈຳນວນ 2 ທ່ານ, ຫຼຽນ​ໄຊ​ແຮງ​ງານ ຊັ້ນ I ໃຫ້ 14 ກົມ​ກອງ ແລະ ຫຼຽນ​ໄຊ​ແຮງ​ງານ ຊັ້ນ I ໃຫ້ 17 ທ່ານ. ໃນ​ນີ້ ທ່ານ ເກຍ ອູ໋​ສິດທິ​ເດດ, ເຈົ້າ​ຂອງ​ໂຮງງານ​ຜະລິດ​ນ້ຳ​ດື່ມ ແລະ ນ້ຳກ້ອນ​ໂລມາ​ຄຳ ໄດ້​ຮັບ​ຫຼຽນ​ນາມມະຍົດ​ວິລະ​ຊົນ​ແຫ່ງ​ຊາດ, ທ່ານ ສາຍສະໝອນ ກວານ​ເມືອງ​ຈັນ, ປະທານ​ທີ່​ປຶກສາ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ທີ່​ຮັບ​ເງິນ​ຝາກ​ສາຍ​ໄຍ​ສຳພັນ ແລະ ທ່ານ ນາງ ສົງ​ບັນດິດ ຍົດ​ໝັ້ນຄົງ, ຜູ້ອຳນວຍການ ບໍລິສັດ ທົ່ງ​ລະ​ຫາ​ສິນ ໄດ້​ຮັບ​ຫຼຽນ​ນາມມະຍົດ​ນັກ​ພັດທະນາ​ດີເດັ່ນ​ແຫ່ງ​ຊາດ ໂດຍ​ການ​ໃຫ້​ກຽດ​ປະດັບ​ຫຼຽນ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ຮອງ​ນາຍົກລັດຖະມົນຕີ ຕາງໜ້າ​ຄະນະ​ຊີ້​ນາ​ລະດັບ​ຊາດ​ກ່ຽວ​ກັບ​ການ​ແຂ່ງຂັນ-ຍ້ອງຍໍ ຮັກ​ຊາດ ແລະ ພັດທະນາ ໄດ້​ຂຶ້ນ ສະເໜີ​ເນື້ອ​ໃນ​ການ​ແຂ່ງຂັນ ຮັກ​ຊາດ ແລະ ພັດທະນາ ໃນ​ທົ່ວ​ປະເທດ ແຕ່​ນີ້​ຫາ​ປີ 2025 ວ່າ: ເພື່ອ​ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ ຊາດ 05 ປີ ຄັ້ງ​ທີ IX ແນໃສ່​ນຳພາ​ປະເທດ​ຊາດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ໃນ​ປີ 2026 ດ້ວຍ​ການ​ປຸກລະດົມ​ມະຫາຊົນ ຍູ້​ແຮງ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ຢູ່​ທຸກ​ຂົງເຂດ​ວຽກ​ງານ​ຢ່າງ​ຕັ້ງໜ້າ ປຸກລະດົມ ພົນລະເມືອງ​ລາວ​ທຸກ​ຄົນ ທຸກ​ການຈັດຕັ້ງ​ຂອງ​ພັກ ຂອງ​ລັດອົງ ​ການຈັດຕັ້ງ​ມະຫາຊົນ ແລະ ທຸກ ​ພາກສ່ວນເສດຖະກິດ ທັງພາກ ລັດ ແລະ ເອກະ​ຊົນເຂົ້າ​ຮ່ວມ​ຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອ​ແຂ່ງຂັນ​ກັນ​ສ້າງຂະ​ບວນ​ການກໍ່​ສ້າງຮາກ​ຖານ​ການເມືອງ ການ​ພັດທະນາຊົນນະບົດຮອບ ດ້ານ​ແກ່​ໄຂ​ຄວາມທຸກ​ຍາກ ແລະ ການ​ສ້າງ​ແຂວງ​ເປັນຫົວໜ່ວຍ ຍຸດ​ທະ​ສາດ ສ້າງ​ເມືອງ​ເປັນ​ຫົວ ໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະ ນາ ແລະ ສ້າງ​ເງື່ອນໄຂ​ນຳພາ​ປະ ເທດ​ຊາດ​ພົ້ນ​ຈາກ​ສະຖານະພາບ​ ປະເທດ​ດ້ອຍ​ພັດທະນາ ໃນ​ປີ 2026 ໃຫ້​ເປັນ​ຂະ​ບວນ​ການຟົດ ຟື້ນຕໍ່​ເນື່ອງຮັບປະກັນ​ສູ້​ຊົນ​ປະ ຕິບັດສອງ​ໜ້າທີ່​ຍຸດ​ທະ​ສາດ: ປົກ​ ປັກ​ຮັກສາ ແລະ ພັດທະນາປະ ເທດ​ຊາດ, ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ​ແຫ່ງ​ຊາດ ຕິດພັນ​ ກັບ ຄຳ​ຂວັນ “ ຮັກ​ຊາດ ແລະ ພັດທະນາ ບົນ​ຈິດໃຈ​ສືບຕໍ່ບູລະນະ ​ລະບອບ​ປະຊາທິປະໄຕ​ປະຊາຊົນ​ໃຫ້​ສົມບູນ​ຍິ່ງ​ຂຶ້ນ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ ເພື່ອ​ກ່າວ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ. ໂອກາດ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ ກອງ​ປະຊຸມ ເຊິ່ງ​ທ່ານ​ໄດ້​ເນັ້ນ​ບາງ​ ເນື້ອ​ໃນ​ວ່າ: ສືບຕໍ່ ປຸກລະດົມ​ປະຊາຊົນ​ລາວ​ບັນດາເຜົ່າ ແລະ ຊັ້ນຄົນ​ຕ່າງໆ ໃນ​ທົ່ວ​ປະເທດ ພ້ອມ​ກັນ​ອອກແຮງ​ງານ​ຢ່າງຕັ້ງ ໜ້າ​ ໃນ​ການ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ-ຍ້ອງຍໍ​ໃຫ້​ຟົດຟື້ນແຂງ ແຮງ ພາຍ​ໃຕ້​ຄຳ​ຂວັນ : ຖ ຮັກ​ຊາດ ແລະ ພັດທະນາ ​​ຖື​ເອົາ​ການ ​ແຂ່ງຂັນ​ປະຕິບັດ​ຈຸດໝາຍລວມ 4 ເນື້ອ​ໃນ 4 ຄາດໝາຍ ແລະ ບັນດາ​ຄາດໝາຍ​ສູ້​ຊົນ​ທີ່​ພັກ-ລັດວາງ​ອອກ; ຄະນະ​ພັກ​ແຕ່​ລະຂັ້ນຕ້ອງ​ສືບຕໍ່​ປ່ຽນແປງ​ຕົນ​ເອງ ຢ່າງ ​ບໍ່​ຢຸດ​ຢັ້ງ ຕາມ​ຈິດໃຈ 4 ບຸກ​ທະລຸ ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ໃນ​ການ​ຍົກ​ສູງ​ຄວາມ​ສາມາດ ແລະ ຄຸນ​ນະ​ພາບ​ການ​ນຳພາ ຂອງ​ພັກ ໃນ​ໄລຍະ​ໃໝ່, ນຳພາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ຮັກ​ຊາດ ແລະ ພັດທະນາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ຍົກ​ສູງ​ຄວາມ​ຮັບ​ຮູ້, ເຂົ້າໃຈ ແລະ ເຊື່ອມ​ຊຶມ​ຢ່າງ​ເລິກເຊິ່ງຕໍ່​ກັບ​ວຽກ​ງານ​ແຂ່ງຂັນ ແລະ ຍ້ອງຍໍ ໃຫ້ມີການ​ ຜັນ​ປ່ຽນ​ຢ່າງ​ແຂວງ​ແຮງ, ເລິກ ເຊິ່ງ​ ແລະ ​ເປັນ​ຂະ​ບວນ​ການ​ອອກ ແຮງ​ງານ​ຮອບດ້ານ; ຄະນະ​ພັກ​ແຕ່​ລະ​ຂັ້ນ ໂດຍ​ສະເພາະ​ຄະນະ​ຊີ້​ນຳ​ການ​ແຂ່ງຂັນ-ຍ້ອງຍໍ ຮັກ​ຊາດ ແລະ ພັດທະນາ ແຕ່​ລະ​ຂັ້ນ ຕ້ອງ​ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ ຜັນ​ຂະຫຍາຍ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ, ປັບປຸງ​ການຈັດຕັ້ງ ແລະ ບຸກ​ຄະລາ​ກອນ​ຜູ້​ຮັບຜິດຊອບ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ ທີ່​ສອດຄ່ອງ ແລະ​ມີ​ຄຸນ​ນະ​ພາບ, ການຈັດຕັ້ງ​ບັນຊາ​ແຕ່​ເທິງ​ລົງ​ລຸ່ມ, ມີ​ການ​ປະສານ​ສົມທົບ​ຢ່າງ ກົມກຽວ​ລະຫວ່າງ​ພາກສ່ວນ​ກ່ຽວຂ້ອງ, ມີ​ການ​ຕິດຕາມ​ກວດກາ, ຊຸກຍູ້​ຂະ​ບວນ​ການ ແຂ່ງຂັນ​ເປັນ​ປົກກະຕິ, ທຸກ​ການ​ເລືອກເຟັ້ນ​ຍ້ອງຍໍ​ສັນລະເສີນ ບຸກຄົນ, ກົມ​ກອງ​ລວມ​ໝູ່​ທີ່​ດີເດັ່ນ​ຕ້ອງ​ຕິດ​ພັນ​ກັບ​ຂະ​ບວນ​ການ​ແຂ່ງຂັນ, ຮັບປະກັນ​ເຮັດ​ໃຫ້ການ​ຍ້ອງຍໍ​ຖືກ​ຕາມ​ລະບຽບ​ການ, ຖືກ​ຕາມ​ເງື່ອນໄຂ-ມາດຕະຖານ​ທີ່​ກຳນົດ​ໄວ້; ຕ້ອງ​ສຸມ​ໃສ່ການ​ສ້າງ​ບ້ານ ເປັນ​ຫົວໜ່ວຍ​ພັດທະນາ ແລະ ສ້າງ​ເມືອງ ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ​ພ້ອມ​ກັນ​ນັ້ນ ກໍ​ໃຫ້​ປັບປຸງ​ແບບແຜນ ແລະ ວີ​ທີ​ການຈັດຕັ້ງ​ປະຕິບັດ ໂດຍ​ຕິດ​ພັນ​ກັບ​ການ​ແກ້​ບັນຫາ​ຕົວ​ຈິງ ຢ່າງ​ມີ​ຈຸດ​ສຸມ, ມີ​ເປົ້າ​ໝາຍ ແລະ ຄາດໝາຍ​ລະອຽດ ພ້ອມ​ທັງ​ກຳ ນົດ ແລະ ປະຕິບັດ​ບັນດາ​ວິທີ​ການ, ມາດ​ຕະການ ທີ່​ສອດຄ່ອງ ກັບ​ຈຸດ​ພິເສດ​ຢູ່​ແຕ່​ລະ​ບ່ອນ​ຢ່າງ​ເປັນ​ເຈົ້າ​ການ ແລະ ປະດິດ​ສ້າງ, ຮັບປະກັນ​ຂຸດ​ຄົ້ນ​ນຳ​ໃຊ້​ທຸກ​ປັດ ໄຈ​ດ້ານ​ທຶນຮອນ, ແຮງ​ງານ, ມູນເຊື້ອ ຂອງ​ແຕ່​ລະ​ຄອບຄົວ ແລະ ທ່າແຮງ ຂອງ​ແຕ່​ລະ​ທ້ອງ ຖິ່ນ​ຮາກ​ຖານ, ເອົາໃຈໃສ່ສືບຕໍ່​ໂຄສະນາ​ຂົນຂວາຍ ປຸກລະດົມ ໃຫ້​ທົ່ວ​ສັງຄົມ ເຂົ້າ​ຮ່ວມໂດຍ​ຕິດ​ພັນ​ກັບ​ການຈັດຕັ້ງ, ນຳພາ ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ໃນ​ທຸກ​ຂົງເຂດ​ວຽກ​ງານ; ໃຫ້​ຖື​ເອົາ​ການ​ຕິດຕາມ, ຊຸກຍູ້, ກວດກາ ແລະ ຕີ​ລາຄາ​ວຽກ​ດີ, ຄົນເດັ່ນ ທັງ​ຈັດ​ຕັ້ງ​ຍ້ອງ ຍໍໃຫ້​ຖືກ​ຄົນ, ຖືກ​ວຽກ ແລະ ທັນ​ການ ເປັນ​ໜຶ່ງ​ໃນ​ບັນດາ​ມາດ​ຕະ ການ​ກະ​ຕຸ້ນ, ສົ່ງເສີມ​ຂະບວນ​ ການ ໃຫ້​ຂະຫຍາຍຕົວນັບມື້ ກວ້າງຂວາງ ແລະ ແຂງແຮງ; ຄັດ​ເລືອກ​ພະນັກງານ​ດີເດັ່ນຈາກ​ຂະ​ບວນ​ການ​ຕົວ​ຈິງ ຢູ່ຮາກຖານ ເພື່ອ​ສ້າງ​ເປັນ​ພະນັກງານ​ສືບ​ທອດນຳພາຕາມ​ທິດ​ຫັນ​ເປັນ​ໜຸ່ມ ແລະ ໜັກ​ແໜ້ນ ພວກ​ເຮົາເອກະ ​ພາບ​ນຳ​ກັນ​ວ່າວຽກ​ງານ 3 ສ້າງ ແມ່ນ​ວຽກ​ງານ​ຍຸດ​ທະ​ສາດ​ຍາວ​ນານຂອງ​ພັກ ເປັນ​ວຽກ​ທີ່​ມີ​ລັກ ສະນະ​ປະຕິວັດ ອັນ​ເລິກເຊິ່ງ​ເຖິງ​ຖອງ. ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ທີ່​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ກໍ​ແມ່ນ​ຂະ​ບວນ​ການ​ປະຕິວັດ ຂອງ​ມະຫາຊົນ ທີ່ ເປັນ​ເບົ້າ​ຫຼໍ່​ຖັນ​ແຖວ​ພະນັກງານ​ປະຕິວັດ​ໄລຍະ​ໃໝ່; ການ​ຊີ້​ນຳ​ວຽກ​ງານ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ເປັນ​ວຽກ​ຍຸດ​ທະ​ສາດ, ສອດ​ຫ້ອຍ​ທັງ​ໃນ​ດ້ານ​ການເມືອງ, ການ​ປົກຄອງ, ການ​ພັດທະນາ​ເສດຖະກິດ- ສັງ ຄົມ ກໍຄື​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມສະຫງົບ, ເປັນ​ວຽກ​ທີ່​ສູນ​ກາງ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ກໍຄືຄະນະ​ພັກ, ອຳນາດ​ການ​ປົກຄອງ​ແຕ່​ລະ​ຂັ້ນ ແລະ ສະພາ​ທ້ອງຖິ່ນ ຕ້ອງ​ໄດ້​ເພີ່ມ​ທະວີການ​ນຳພາ, ຊີ້​ນຳ, ບັນ ຊາ ແລະ ຕິດຕາມ, ກວດກາ ການ ​ຜັນ​ຂະຫຍາຍຕາມ​ທິດ​ທີ່​ວາງ​ໄວ້ຖື​ເປັນ​ມາດຖານ​ອັນ​ສຳຄັນ ເພື່ອ​ຕີ​ລາຄາ​ຄວາມ​ຮູ້, ຄວາມ​ສາມາດ ແລະ ຄວາມ​ຮັບຜິດຊອບ​ການເມືອງ ຂອງ​ຜູ້ນຳ​ພາ-ຄຸ້ມ​ຄອງ ແຕ່​ລະ​ຂັ້ນ, ໃຫ້​ແຕ່​ລະ​ລວມ​ໝູ່, ຄະນະ​ນຳ​ຖື​ການ​ປຶກສາ​ຫາ ລື, ການ​ຕິດຕາມ​ຊຸກຍູ້, ການ​ກວດ ກາ​ຕີ​ລາຄາ ເປັນ​ລະບອບ​ແບບ ແຜນ​ໜຶ່ງ​ໃນ​ການ​ນຳພາ, ທັງ​ເປັນ ບັນຫາ​ທີ່​ຕ້ອງ​ຕິດ​ພັນ​ກັບ​ເນື້ອ​ໃນ​ດຳເນີນ​ຊີວິດ, ການ​ຕິ​ຊົມ​ຕົນ​ເອງ ແລະ ຕິ​ຊົມ​ກັນ​ຢູ່​ພາຍ​ໃນ. ມີ​ແຕ່​ເຮັດ​ແນວ​ນັ້ນ ຈິ່ງ​ຈະ​ເຮັດ​ໃຫ້ການ​ປັບປຸງ​ລະບົບ​ການເມືອງ, ການ​ພັດທະນາ​ເສດຖະກິດ-ສັງຄົມ, ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ ສ້າງ​ຮາກ​ຖານ​ມີ​ການ​ຫັນປ່ຽນ ຢ່າງ​ເລິກເຊິ່ງ​ເຖິງ​ຖອງ. ໂດຍ ຈັນທະ​ວົງ ອຸ່ນ​ວິໄລ​ຫົງ​



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ