ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ສະພາ​ປະຊາຊົນ​ແຂວງ​ຊຽງ​ຂວາງ ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2022-09-19 09:58:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2022, ສະຫາຍ ບຸນ​ໂຮມ ເທດ​ທານີ ປະທານ​ສະພາ​ປະຊາ​ຊາ​ຊົນ​ແຂວງ​ຊຽງ​ຂວາງ ພ້ອມ​ດ້ວຍ​ຄະນະ​ການ​ນຳ​ແຂວງ ໄດ້​ລົງ​ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ປ້ອງ​ກັນ​ຊາດ ຢູ່​ທີ່ສູນ​ຫັດ​ແອບ​ການ​ທະຫານ​ທ້ອງຖິ່ນ ບ້ານ​ແປນ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ເນື່ອງ​ໃນ​ໂອກາດ​​ຈັດ​ຕັ້ງການຫັດ ​ແອບຊ້ອມຮົບ​ເຫຼົ່າ​ຮົບ​ຕີ​ພິເສດ ປະຈຳ​ປີ 2022. ສະຫາຍ ບຸນ​ໂຮມ ເທດ​ທານີ ​ໃຫ້​ຮູ້​ວ່າ: ວຽກ​ງານ​ປ້ອງ​ກັນ​ຊາດ ເປັນ​ວຽກ​ງານ​ໜຶ່ງທີ່​ແຂວງ​ຊຽງ​ຂວາງ ໄດ້​ໃຫ້​ຄວາມ​ສຳຄັນ​ ແລະ ມີ​ຄວາມ​ຈຳເປັນ​ສູງ. ການ​ຫັດ​ແອບຊ້ອມຮົບ ຍິ່ງ​ຈະ​ເຮັດ​ໃຫ້​ກຳລັງ​ປ້ອງ​ກັນ​ຊາດມີ​ຄວາມ​ເຂັ້ມແຂງ, ຊຳນິ​ຊຳນານ, ພິກໄຫວຄ່ອງ​ແຄ່ວ ວາງ​ກົນລະຍຸດຖືກຕ້ອງ​ກັບ​ພູມີ​ປະເທດ ແຂວງ​ຊຽງ​ຂວາງ ມີ​ຄວາມ​ພູມໃຈ​ຕໍ່​​ການ​ຫັດ​ແອບ​ຊ້ອມຮົບ​ຄັ້ງ​ນີ້. ໃນ​ໂອກາດ​ດັ່ງກ່າວ, ຄະນະ​ການ​ນຳ​ແຂວງ ແລະ ບັນດາ​ພະແນກການ ອົງ​ການຈັດຕັ້ງ​ມະຫາຊົນແຂວງ​ຊຽງ​ຂວາງ ໄດ້​ມອບ​ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ​ໃຫ້ຄະນະຮັບຜິດຊອບການ​ຫັດ​ແອບ​ຊ້ອມຮົບ​ຄັ້ງ​ນີ້ ເປັນຕົ້ນ​ແມ່ນ ເຂົ້າສານ, ໝີ່​ສຳເລັດ​ຮູບ, ປ໋ອງປາ, ພືດຜັກ, ນໍ້າ​ດື່ມ ແລະ ກາເຟ ຕື່ມ​ອີກ. ໂດຍ: ບຸນ​ມີ ແສງ​ທຸມ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ