ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ມອບ​ອຸປະກອນ​ກິລາ​ໃຫ້ ກອງພັນ 258
ເວລາອອກຂ່າວ: 2022-09-19 10:05:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ວັນ​ທີ 13 ກັນຍາ 2022, ສະຫາຍ ພົນ​ຈັດຕະວາ ພັນແສງ ບຸນ​ພັນ ຮອງ​ຫົວໜ້າກົມ​ໃຫຍ່ເສ ນາ​ທິ​ການ​ກອງທັບ ພ້ອມຄະນະ ໄດ້ນຳ​ເອົາອຸປະກອນກິລາ ແລະ ​ເງິນສົດຈຳນວນ​ໜຶ່ງ ລວມມູນຄ່າ 8 ລ້ານ​ກວ່າ​ກີບ ມອບ​ໃຫ້ກອງ ພັນ 258 ທະຫານແຂວງຊຽງ ຂວາງ, ກ່າວ​ຮັບ​ໂດຍ ສະຫາຍ​ ພັນໂທ ຈັນທະ​ວອນ ພິມ​ມະ​ສອນ ຫົວໜ້າການເມືອງ​ກອງພັນ 258, ມີຄະນະ​ພັກ-ຄະນະບັນ ຊາການທະຫານແຂວງຊຽງ ຂວາງ, ກອງພັນ​ເຂົ້າ​ຮ່ວມ. ສະຫາຍ​ ພັນ​ໂທ ຈັນທະ​ວອນ ພິມ​ມະ​ສອນ ໄດ້​ຕາງໜ້າ​ຄະນະ ​ພັກ-ຄະນະ​ບັນຊາ ແລະ ພະນັກ ງານ-ນັກຮົບ ກ່າວ​ສະແດງ​ຄວາມ​ຂອບໃຈ​ຕໍ່ສະຫາຍ​ຮອງ​ຫົວໜ້າ​ກົມ​ໃຫຍ່ເສນາ​ທິ​ການ​ກອງທັບ ພ້ອມຄະນະທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້​ເປັນ​ການກະຕຸກ​ຊຸກຍູ້ ແລະ ສົ່ງເສີມ​ຂະ​ບວນການກິລາພາຍໃນ​ກົມ​ກອງ​ເພື່ອ​ ຂໍ່ານັບ​ຕ້ອນຮັບ​ວັນສຳຄັນ​ຕ່າງໆ​ໃຫ້​ມີ​ບັນຍາກາດຟົດ​ຟື້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ