
ມອບ-ຮັບໂຄງການກໍ່ສ້າງຫໍມູນເຊື້ອ-ອະນຸສາວະລີ ນັກຮົບນິລະນາມເມືອງໃໝ່ວິລະຊົນແຂວງຜົ້ງສາລີ
ເວລາອອກຂ່າວ: 2022-09-20 08:44:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:
ວັນທີ 13 ກັນຍາ 2022 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ກັບບໍລິສັດແກ້ວມະນີສຳຫຼວດ-ອອກແບບບ້ານ ແລະ ສວນຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກມອບ-ຮັບຊົ່ວຄາວໂຄງການກໍ່ສ້າງຫໍມູນເຊື້ອ-ອະນຸສາວະລີນັກຮົບນິລະນາມເມືອງໃໝ່ວິລະຊົນແຂວງຜົ້ງສາລີ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີປະທານບໍລິສັດແກ້ວມະນີສຳຫຼວດ-ອອກແບບບ້ານ ແລະ ສວນ ຈຳກັດຜູ້ດຽວ, ມີຜູ້ຕາງໜ້າຈາກກົມກໍ່ສ້າງ-ຄຸ້ມຄອງສັບສິນ ກົມໃຫຍ່ພະລາທິການກອງທັບ, ກົມ ການເງິນກະຊວງປ້ອງກັນປະ ເທດ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງຫໍມູນເຊື້ອ-ອະນຸສາວະລີນັກຮົບນິລະນາມ ເມືອງໃໝ່ວິລະຊົນ ແຂວງຜົ້ງສາລີ, ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 29 ຕຸລາ 2020 ທີ່ຜ່ານມາ ເຊິ່ງໃຊ້ເວລາກໍ່ສ້າງ 2 ປີ, ໃນມູນຄ່າ ທັງໝົດ 4.974.170.000 ກີບ. ມາເຖິງ ວັນທີ 13 ກັນຍາ 2022 ແມ່ນໄດ້ສຳເລັດ 100%, ໂດຍແມ່ນກອງບັນຊາການທະຫານແຂວງຜົ້ງສາລີ ເປັນເຈົ້າຂອງໂຄງການ ແລະ ມອບບໍລິສັດແກ້ວ ມະນີສຳຫຼວດ-ອອກແບບບ້ານ ແລະ ສວນຈຳກັດຜູ້ດຽວ ເປັນຜູ້ ຮັບເໝົາກໍ່ສ້າງ, ຫຼັງຈາກສຳເລັດ ແລ້ວມອບຄືນໃຫ້ໃຫ້ເຈົ້າຂອງໂຄງການເປັນຜູ້ຄຸ້ມຄອງນຳໃຊ້ຕໍ່ໄປຈົນກວ່າໝົດອາຍຸຄ້ຳປະກັນ 12 ເດືອນ ແລ້ວກວດຄືນໂຄງ ການດັ່ງກ່າວ ພ້ອມທັງເຮັດບົດ ບັນທຶກຖາວອນ ໃນວັນທີ 13 ກັນຍາ 2023.
ໃນຕອນທ້າຍ, ກໍໄດ້ພ້ອມກັນເຊັນບົດບັນທຶກມອບ-ຮັບຊົ່ວຄາວໂຄງການດັ່ງກ່າວໂດຍຊ້ອງໜ້າຈາກຄະນະກົມກໍ່ສ້າງ-ຄຸ້ມຄອງສັບສິນ ກົມໃຫຍ່ພະລາທິການກອງທັບ, ກົມການເງິນ ກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນສັກຂີພະຍານອີກດ້ວຍ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ