ກະຊວງ ຖວທ ຈັດພິທີປິດປີທ່ອງທ່ຽວລາວ 2018
ເວລາອອກຂ່າວ: 2019-02-12 09:30:11 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1798 | ຄວາມນິຍົມ: ![]()
ໃນວັນທີ 11 ກຸມພາ 2019 ນີ້, ກະຊວງຖະແຫຼງຂ່າວ, ວັດ
ທະນະທຳ ແລະ ທ່ອງທ່ຽວໄດ້
ຈັດພິທີປິດສະຫລຸບປີທ່ອງທ່ຽວ ລາວ 2018 ຢູ່ທີ່ຫໍວັດທະນະທໍາ ແຫ່ງຊາດ, ນະຄອນຫຼວງວຽງ ຈັນເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ, ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະ ທານຄະນະຊີີ້ນໍາລະດັບຊາດໃນ ການຈັດປີທ່ອງທ່ຽວລາວ 2018, ທ່ານ ສຈ ປອ ບໍ່ແສງ
ຄໍາ ວົງດາລາ ລັດຖະມົນຕີກະ
ຊວງ ຖວທ, ມີບັນດາຮອງລັດ ຖະມົນຕີ, ຫົວໜ້າກົມ, ຫົວໜ້າ ພະແນກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ສຈ ປອ ບໍ່ແສງຄໍາ ວົງ ດາລາ ໄດ້ກ່າວໃນພິທີສະຫລຸບ
ວ່າ: ລັດຖະບານ ສປປ ລາວ ໄດ້ ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງເສດຖະກິດອັນສໍາ ຄັນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດຂອງປະ ເທດເຮົາ, ດັ່ງນັ້ນຈິ່ງໄດ້ເຫັນດີ ຕົກລົງອະນຸມັດໃຫ້ຈັດປີທ່ອງ
ທ່ຽວລາວ 2018 ຂຶ້ນ ແລະ ຖື
ເປັນໜ້າທີ່ຂອງທຸກຂະແໜງ ການນັບທັງສູນກາງ ແລະ ທ້ອງ ຖິ່ນ, ທັງພາກລັດ, ພາກທຸລະ ກິດ ແລະ ທົ່ວປວງຊົນ ເຊິ່ງພິທີ ເປີດປີທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2017 ພ້ອມດຽວກັນກັບການ ຈັດງານສະເຫລີມສະຫລອງບຸນ ນະມັດສະການພະທາດຫລວງ ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ຊົມປະເທດລາວໃຫ້ຫຼາຍຂຶ້ນ ໃນ ຕະຫຼອດປີ 2018 ຜ່ານມາໄດ້ ມີການຈັດກິດຈະກໍາສົົ່ງເສີມ ການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ ບັນດາແຂວງກໍໄດ້ສ້າງກິດຈະ ກໍາການທ່ອງທ່ຽວພາຍໃນ ແຂວງຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງດ້ານການ ທ່ອງທ່ຽວຂອງຕົນ ການຈັດຕັ້ງ ປະຕິບັດກິດຈະກຳປີທ່ອງທ່ຽວ ລາວ 2018 ສາມາດສະຫຼຸບໄດ້ ວ່າມີຄວາມຄຶກຄື້ນມ່ວນຊື່ນ ເພາະແຕ່ລະແຂວງໄດ້ຈັດກິດ ຈະກໍາຕາມຄວາມເໝາະສົມ ຂອງທ້ອງຖິ່ນໃຜລາວທີ່ຕິດພັນ ກັບການທ່ອງທ່ຽວ. ໄດ້ເຮັດໃຫ້ ທຸກພາກສ່ວນໃນສັງຄົມລາວ ໄດ້ຮັບຮູ້ ແລະ ມີສ່ວນຮ່ວມໃນ ການພັດທະນາ ແລະ ສົ່ງເສີມ ການທ່ອງທ່ຽວລາວເຮົາ. ພາກ ທຸລະກິດຕ່າງໆກໍໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ລົງທຶນ, ພັດທະນາການທ່ອງ ທ່ຽວຂອງລາວ ຕາມແນວທາງ ນະໂຍບາຍຂອງພັກ-ລັດ ຄືສົ່ງ ເສີມການທ່ອງທ່ຽວທາງດ້ານ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ອັນໄດ້ເຮັດໃຫ້ ວຽກງານການທ່ອງທ່ຽວໄດ້ ກາຍເປັນວຽກງານລວມຂອງ ທຸກຂະແໜງການ ແລະ ທ້ອງ ຖິ່ນໃນທົົ່ວປະເທດຢ່າງແທ້ຈິງ. ບົດຮຽນທີີ່ຖອດຖອນໄດ້ດ້ານດີ: ລັດຖະບານໄດ້ຖືເອົາປີທ່ອງ ທ່ຽວລາວເປັນວຽກຈຸດສຸມປະ ຈຳປີ 2018 ເຮັດໃຫ້ບັນດາຂະ ແໜງການ ແລະ ທ້ອງຖິ່ນໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດ ຢ່າງເປັນຂະບວນ ແລະ ມີຄວາມ ຮັບຜິດຊອບສູງໄດ້ມີຄວາມເຂົ້າ ໃຈຕໍ່ວຽກງານທ່ອງທ່ຽວຫລາຍ ຂຶ້ນ, ຄະນະພັກ-ຄະນະນໍາກະ ຊວງ ຖວທ ແລະ ບັນດາກະ ຊວງອົງການຈັດຕັ້ງຕ່າງໆຂອງ ລັດໄດ້ເອົາໃຈໃສ່ຊີ້ນຳກົມວິຊາ ການທີ່ກ່ຽວຂ້ອງໃນການປະ ສານງານ ແລະ ຈັດຕັ້ງປະຕິບັດ ກິດຈະກຳເປັນຕົ້ນແມ່ນການໂຄ ສະນາ. ພ້ອມນີ້, ຄະນະນຳຂອງ ບັນດາແຂວງໄດ້ຊີ້ນຳ-ນຳພາ ຢ່າງໃກ້ຊິດໃນການຈັດຕັ້ງປະ ຕິບັດກິດຈະກຳປີທ່ອງທ່ຽວລາວ 2018 ຢູ່ໃນແຂວງຂອງຕົນ ຕາມແຜນທີ່ໄດ້ກຳນົດໄວ້. ນັກ ທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດໃຫ້ຄວາມສົນໃຈຕໍ່ບັນ ດາກິດຈະກຳທີ່ໄດ້ຈັດຂຶ້ນ ແລະ ໄດ້ພາກັນມາທ່ອງທ່ຽວປະເທດ ເຮົາຫຼາຍຂຶ້ນ, ການພັດທະນາພື້ນ ຖານໂຄງລ່າງເປັນຕົ້ນແມ່ນ ການປັບປຸງຍົກລະດັບເສັ້ນທາງ ເຂົ້າເຖິງແຫຼ່ງທ່ອງທ່ຽວ, ການ
ປັບປ ຸງຫ້ອງຂ ໍ້ມູນຂ່າວສານການ ທ່ອງທ່ຽວ, ການປັບປຸງສິ່ງອຳ ນວຍຄວາມສະດວກເຊັ່ນ: ຕິດ ຕັ້ງປ້າຍໂຄສະນາການທ່ອງ ທ່ຽວ, ປ້າຍຊີ້ບອກແຫລ່ງທ່ອງ ທ່ຽວ, ການປັບປຸງ ແລະ ບູລະ ນະແຫຼ່ງທ່ອງທ່ຽວຕ່າງໆ, ການສ້າງຈຸດຊົມວິວຕາມແຫຼ່ງ ທ່ອງທ່ຽວ, ການຍົກລະດັບມາດ ຕະຖານການບໍລິການດ້ານການ ທ່ອງທ່ຽວ ແລະ ອື່ນໆ.
ປີ 2018 ມີຈຳນວນນັກທ່ອງ ທ່ຽວເຂົ້າມາຢ້ຽມຢາມ ສປປ ລາວຈຳນວນ 4.186.432 ເທື່ອ ຄົນ, ເຊິ່ງເພີ່ມຂຶ້ນ 8,2% ເມື່ອ ທຽບປີ 2017 ໃນນີ້, ນັກ ທ່ອງທ່ຽວຈາກອາຊີປາຊີຟິກ ເພີ່ມຂຶ້ນ 8,4%, ເອີຮົບເພີ່ມຂຶ້ນ 3% ແລະ ອາເມຣິກາ ເພີ່ມຂຶ້ນ 7,5% ສ້າງລາຍຮັບໃຫ້ຂະແໜງ ການທ່ອງທ່ຽວລາວເຖິງ 648 ລ້ານ ໂດລາສະຫະລັດ.
ໃນໂອກາດປີທ່ອງທ່ອງລາວ 2018 ຜ່ານມານີ້ກໍໄດ້ມີຜູ້ທີ່ໄດ້ ຮັບລາງວັນໃນການພັດທະນາ ການທ່ອງທ່ຽວດີເດັ່ນ ແລະ ຍືນ
ຍົງທັງໝົດ 127 ລາງວັນໃນນີ້ ເປັນສະຖານທີ່ທ່ອງທ່ຽວ 6 ລາງ
ວັນ, ໂຮງແຮມ 19 ລາງວັນ,
ລີສອດ ແລະ ເຮືອນພັກ 11 ລາງ
ວັນ, ບໍລິສັດທ່ອງທ່ຽວ 18 ລາງ ວັນ, ພະນັກງານນໍາທ່ຽວ18 ລາງວັນ, ຮ້ານອາຫານ 24 ລາງ
ວັນ, ການທ່ອງທ່ຽວແບບປະຊາ ຊົນມີສ່ວນຮ່ວມ, ເປັນເຮືອນພັກ ແຮມ 10 ລາງວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















