ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ກົມມະດຳ ເປີດກອງປະຊຸມຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ
ເວລາອອກຂ່າວ: 2022-09-20 08:59:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ວັນ​ທີ 14 ກັນຍາ 2022 ​ນີ້, ວິທະຍາຄານ ກົມ​ມະ​ດຳ ເປີດ​ກອງ​ປະຊຸມຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິ ລາ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ ຫົວໜ້າ​ການ​ທະຫານ ວິທະຍາ ຄານ ກົມ​ມະ​ດຳ, ມີ​ຄະນະ​ຫ້ອງ, ກອງພັນ, ຄະນະ​ວິຊາ​ຄູ​ ເຂົ້າ​ຮ່ວມ. ສະຫາຍ​ ພັນ​ໂທ ພອນ​ສະຫວັນ ສີ​ບຸນ​ເຮືອງ ຮອງ​ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ສ້າງ ວິທະຍາຄານ ກົມ​ມະ​ດຳ ໄດ້​​ຜ່ານ​ຂໍ້​ຕົກລົງຂອງ ກະຊວງ​ສຶກ​ສາ​ທິ​ການ ແລະ ກິ ລາ ວ່າ​ດ້ວຍ​ ມາດຖານ​ຫຼັກສູດ​ ແຫ່ງ​ຊາດ ລະດັບ​ປະລິນຍາ​ຕີ (ສະບັບ​ປັບປຸງ) ໂດຍ​ສະຫາຍ​ໄດ້​ອະທິບາຍ ແລະ ຊີ້​ແຈ້ງ​ແຕ່​ລະ ​ໝວດ, ແຕ່​ລະ​ມາດຕາຢ່າງ​ລະ ອຽດໃຫ້​ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະ ຊຸມ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈຕໍ່​ຫຼັກ ສູດ​ແຫ່ງ​ຊາດ​ລະດັບ​ປະລິນຍາ​ຕີ (ສະບັບ​ປັບປຸງ) ເພື່ອ​ຈະ​ໄດ້​ພ້ອມ​ກັນ​ຄົ້ນ​ຄວ້ານຳໄປ​ຈັດ​ຕັ້ງ ​ປະຕິບັດ​ຕົວ​ຈິງ ​ເພື່ອ​ເປັນ​ການ​ພັດ ທະນາ​ຍົກ​ລະດັບ​ໂຄງການ​ຫຼັກ ສູດ​ການ​ຮຽນ-ການ​ສອນ​ຢູ່​ວິທະ ຍາຄານ ກົມ​ມະ​ດຳ ໃຫ້​ນັບ​ມື້​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ໄປ​ເລື້ອຍໆ. ທັງ​ນີ້​, ກໍ​ເພື່ອ​ເປັນ​ການ​ກຳນົດ​ຫຼັກການ, ລະບຽບ​ການ ​ແລະ ມາດ​ຕະການ ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ສະ​ຖາ​ບັນ​ສຶກ​ສາ​ຊັ້ນ​ສູງ​ໃນ​ການ​ສ້າງ, ປັບປຸງ ແລະ ຄຸ້ມ​ຄອງ​ຫຼັກສູດ​ລະດັບ​ປະລິນຍາ​ຕີ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ໂອກາດດັ່ງກ່າວ, ​ສະຫາຍ ພັນ​ເອກ ບົວ​ໄລ ສີ​ລັກ​ສາ​ ​ໄດ້​ໂອ້​ ລົມ​ເນັ້ນ​ໜັກ​ເຖິງ​ຄະນະ​ວິຊາ​ຄູ​ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່​ໃນການ ຈັດຕັ້ງ​ປະຕິບັດ​ຕາມ​ຫຼັກການ, ລະບຽບ​ການ, ມາດ​ຕະການຂອງ ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິ ລາ​ ວາງ​ອອກ ແລະ ໃຫ້​ທ່ວງ​ທັນ​ກັບ​ການ​ກຳນົດ​ເວລາ​ທີ່​ວາງ ໄວ້ ແລະ ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ກົມ​ກອງ, ຕ້ອງ​ໄດ້​ ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ຕາມ​ລະບຽບ​ແບບແຜນ, ຫຼັກການ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາວາງ​ອອກ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ໂດຍ: ເຟື້ອຍ ສາຍ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ