ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 233 ​ເຜີຍແຜ່​ຄຳ​ແນະນຳ​ຂອງ ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ
ເວລາອອກຂ່າວ: 2022-09-20 09:02:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ໃນ​ວັນ​ທີ 9 ກັນຍາ 2022 ນີ້, ກອງພັນ 233 ກົມ 213 ໄດ້​ຈັດ​ຕັ້ງ​ເປີດ​ກອງ​ປະຊຸມ​ເຜີຍແຜ່​ຄຳ​ແນ​ະ​ນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ການ​ແຈ້ງ​ຊັບ​ສິນ​ໃຫ້ພະນັກງານ​ຢູ່​ພາຍ​ໃນ​ກົມ​ກອງ ໂດຍ​ການເປັນ ​ປະທານ​ຂອງ​ເປັນ​ປະທານຂອງ ສະຫາຍ ພັນ​ໂທ ຄຳ​ໄພ ສຳ​ມະ​ວົງ ຄະນະ​ພັກ​ອົງການ​ກົມ 213 ຫົວໜ້າ​ການເມືອງ​ກອງພັນ 233, ມີ​ຄະນະ​ພັກ-ຄະນະ​ບັນຊາ, ວິຊາ ການພະ​ແນກ​ກວດກາ​ຫ້ອງການ ເມືອງ, ພ້ອມ​ດ້ວຍ​ພະນັກງານ ຂັ້ນ​ຮ້ອຍ​ຕີ​ຂຶ້ນ​ໄປ​ທົ່ວ​ກອງພັນເຂົ້າ ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ມ່ວນ ຄຳດີ ຊ່ວຍ​ວຽກ​ກວດກາ​ກົມ 213 ໄດ້​ ຜ່ານ​ຕົກລົງ​ຂອງ​ກະຊວງປ້ອງ ​ກັນ​ປະເທດ ວ່າ​ດ້ວຍ ການ​ແຈ້ງ​ຊັບ​ສິນ-ລາຍ​ຮັບ ໃຫ້​ບັນດາ​ພະ ນັກງານ​ຢູ່​ກອງພັນ 233 ຈຶ່ງ​ໄດ້​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ບົດ​ແນະນຳ​ກ່ຽວ​ກັບ​ການ​ແຈ້ງ​ຊັບ​ສິນ-ລາຍ​ຮັບ ເຊິ່ງ​ບັນດາ​ເປົ້າ​ໝາຍ​ທີ່​ຕ້ອງ​ແຈ້ງ​ຊັບ​ສິນ-ລາຍ​ຮັບ​ແມ່ນ​ນາຍ​ທະຫານ​ຂັ້ນ​ຮ້ອຍ​ຕີ​ຂຶ້ນ​ໄປ​ ທັງ​ນີ້, ກໍ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ນາຍ​ທະຫານ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ແຈ້ງ​ຊັບ​ສິນ-ລາຍ​ຮັບໃນ​ກໍລະນີ​ຕ່າງໆ ໄດ້​ດຳເນີນ​ໄປ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ, ລະ ບຽບ​ການ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ກຳນົດ​ໄວ້, ເພື່ອ​ເຮັດ​ໃຫ້​ອົງການ​ຮັບ​ແຈ້ງ​ຊັບ​ສິນ-ລາຍ​ຮັບຜູ້​ທີ່ຢູ່​ໃນ​ເປົ້າ​ໝາຍ​ແຈ້ງ​ຊັບ​ສິນ​ໄດ້​ຮັບ​ຮູ້​ເຂົ້າໃຈ, ມີ​ຄວາມ​ເປັນ​ເອກະ​ພາບ ແລະ ພ້ອມ​ກັນ​ເປັນ​ເຈົ້າ​ການຈັດຕັ້ງ​ປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ແນໃສ່​ເຮັດ​ໃຫ້ການ​ແຈ້ງ​ຊັບ​ສິນ-ລາຍ​ຮັບ ໄດ້​ດຳເນີນ​ໄປ​ຢ່າງ​ຖືກຕ້ອງ, ຈະແຈ້ງ, ຄົບ​ຖ້ວນ ແລະ ທັນ​ຕາມ​ເວລາ​ທີ່​ກຳນົດ​ໄວ້. ໂອກາດ​ດຽວ​ກັນ​ນີ້​ ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ ວ່າ​ດ້ວຍ ການ​​ເລື່ອນ​ຊັ້ນ​ໃຫ້​ພະນັກງານ-ນັກຮົບທີ່​ມີ​ຜົນງານ​ດີ​ເດ່ັນ ຈຳນວນ 25 ສະຫາຍ ມີ​ຄື: ເລື່ອນ​ຊັ້ນ ວາທີ ຂຶ້ນ ຮ້ອຍ​ຕີ ຈຳນວນ 1 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ຕີ ຂຶ້ນ ຮ້ອຍ​ໂທ ຈຳນວນ 7 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ໂທ ຂຶ້ນ ຮ້ອຍ​ເອກ ຈຳນວນ 14 ສະຫາຍ, ເລື່ອນ​ຊັ້ນ ຮ້ອຍ​ເອກ ຂຶ້ນ​ຊັ້ນ ພັນ​ຕີ ຈຳນວນ 10 ສະຫາຍ ແລະ ປະດັບ​ຊັ້ນ​ຮ້ອຍ​ໂທ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ປະລິນຍາ​ຕີ ຈາກ ສ ຣັດ​ເຊຍ ຈຳນວນ 3 ສະຫາຍ. ໂດຍ: ໄມ​ບຸນ​ຫົນ ສຸດທິ​ບັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ