ຊຽງຂວາງເກມ ກຳນົດຮູບແບບແຂ່ງຂັນ 5 ໝວດ ເລີ່ມ 8 ພະຈິກ 2022
ເວລາອອກຂ່າວ: 2022-09-20 09:11:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:
ເປັນທີ່ແນ່ນອນແລ້ວວ່າ ຮູບແບບການແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ທີ່ແຂວງຊຽງຂວາງ ໃນທ້າຍປີນີ້, ຈະແບ່ງອອກ
ເປັນ 5 ໝວດ ເຊິ່ງໃນແຕ່ລະ 5
ໝວດຈະມີກິລາຕ່າງໆຕາມຄວາມ
ເໝາະສົມ ເລີ່ມແຂ່ງຂັນແຕ່ວັນທີ
8 ພະຈິກ 2022 ເປັນຕົ້ນໄປ.
ອີງຕາມ ກົມກິລາລະດັບສູງ
ກະຊວງສຶກສາທິການ ແລະ ກິລາ
ຫຼື ສສກ ໄດ້ຈັດກອງປະຊຸມເຕັກ
ນິກ-ຈັດການແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເມື່ອວັນທີ 9 ກັນຍາ 2022 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ພາຍໃຕ້ການເປັນປະທານຂອງ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະ
ຊວງ ສສກ ທັງເປັນຫົວໜ້າກຳ
ມະການເຕັກນິກ-ຈັດການແຂ່ງ
ຂັນງານມະຫະກຳກິລາແຫ່ງຊາດ
ຄັ້ງທີ XI, ມີຄະນະກຳມະການ
ເຕັກນິກ-ຈັດການແຂ່ງຂັນ, ບັນ
ດາຕາງໜ້າສະຫະພັນກິລາແຫ່ງ
ຊາດ ແລະ ພະນັກງານທີ່ກ່ຽວ
ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ແສງ
ພອນ ພົນອາມາດ ກ່າວວ່າ: ກຳ
ນົດວັນແຂ່ງຂັນ ຄະນະຮັບຜິດ
ຊອບລະດັບຊາດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຸດໃໝ່ ມີຄວາມເອກະພາບປັບປຸງ ກຳນົດມື້ເປີດແມ່ນເຫັນດີ ວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022, ສ່ວນຮູບແບບການຈັດການແຂ່ງຂັນ ໄດ້ກຳນົດເປັນ 5 ໝວດ ໂດຍເລີ່ມຕົ້ນແຕ່ວັນທີ 8 ພະຈິກ 2022 ເພື່ອແນໃສ່ເປັນຮູບແບບການແຂ່ງຂັນແບບໃໝ່ ເຊິ່ງຈຳກັດມວນຊົນເຂົ້າຊົມ ແລະ ຜູ້ເຂົ້າຮ່ວມແຂ່ງຂັນຈະບໍ່ຫຼາຍຕາມມາດຕະການປ້ອງກັນ ໂຄວິດ-19 ຂອງຄະນະສະເພາະກິດແຕ່ລະຂັ້ນວ່າງອອກຢ່າງເຂັ້ມງວດ ກໍຄື:
- ໝວດທີ 1 ແຂ່ງຂັນທີ່ສະໜາມ
ກິລາແຫ່ງຊາດ ຫຼັກ 16 ນະ
ຄອນຫຼວງວຽງຈັນ ລະຫວ່າງ ວັນທີ 8-15 ພະຈິກ 2022 ປະ
ກອບມີ: ກິລາລອຍນ້ຳ ແຂ່ງຂັນວັນທີ 10-14 ພະຈິກ 2022 ແລະ
ຍິງປືນ ແຂ່ງຂັນວັນທີ 08-15
ພະຈິກ 2022.
- ໝວດທີ 2 ແຂ່ງຂັນທີ່ເດີ່ນຮົ່ມໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 17-21 ພະຈິກ 2022 ປະກອບມີ: ກິລາຄາຣາເຕໂດ ແຂ່ງຂັນວັນທີ 21-23 ພະຈິກ 2022, ຢູໂດ ແຂ່ງຂັນວັນທີ 16-19 ພະຈິກ 2022, ມວຍປ້ຳ ແຂ່ງຂັນວັນທີ 16-21 ພະຈິກ 2022 ແລະ ປັນຈັກສີລັດ ແຂ່ງຂັນວັນທີ 16-20 ພະຈິກ 2022.
- ໝວດທີ 3 ແຂ່ງຂັນທີ່ເດີ່ນຮົ່ມ
ໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 23-28
ພະຈິກ 2022 ປະກອບມີ: ກິລາ
ເທຄວັນໂດ ແຂ່ງຂັນວັນທີ 23-27 ພະຈິກ 2022, ວູຊູ ແຂ່ງຂັນວັນທີ 25-28 ພະຈິກ 2022; ໝາກເສິກ, ລົດຖີບ ແລະ
ເທັນນິດ ແຂ່ງຂັນວັນທີ 23-28
ພະຈິກ 2022.
- ໝວດທີ 4 ແຂ່ງຂັນທີ່ເດີ່ນຮົ່ມ
ໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 30 ພະຈິກ
ຫາ 10 ທັນວາ 2022 ປະກອບມີ: ກິລາແລ່ນ-ລານ, ໝາກແລ້ ແລະ ມວຍສາກົນ ແຂ່ງຂັນວັນທີ 30 ພະຈິກ ຫາ 05 ທັນວາ 2022, ກິລາກ໊ອຟ ແຂ່ງຂັນວັນທີ 03-07 ທັນວາ 2022, ກະຕໍ້-ກະຕໍ້ຊິນລອນ ແຂ່ງຂັນວັນທີ 30 ພະຈິກ –
10 ທັນວາ 2022 ແລະ ມວຍລາວ ແຂ່ງຂັນວັນທີ 05-11 ທັນ
ວາ 2022.
- ໝວດທີ 5 ແຂ່ງຂັນທີ່ເດີ່ນຮົ່ມ
ໃນເທດສະບານແຂວງຊຽງຂວາງ ລະຫວ່າງວັນທີ 09-22
ທັນວາ 2022 ປະກອບມີ, ກິລາ
ບານສົ່ງໃນຮົ່ມບານສົ່ງຫາດ
ຊາຍ ແຂ່ງຂັນວັນທີ 10-21
ທັນວາ 2022, ຍິງປືນ ເດີ່ນໂຮງ
ຮຽນຊັ້ນຕົ້ນ ປກສ ເລກ 3 ( 2 ລາຍ
ການ) ແຂ່ງຂັນວັນທີ 14-16 ທັນວາ 2022, ບານບ້ວງ ແລະ ໝາກຂ່າງ ແຂ່ງຂັນວັນທີ 11-19 ທັນວາ 2022, ເປຕັງ ແຂ່ງຂັນວັນທີ 11-21 ທັນວາ 2022, ບານເຕະຍິງ-ຊາຍ ແຂ່ງຂັນວັນທີ 09-21 ທັນວາ 2022, ໜ້າເກັກ-ຍິງທະນູ ແຂ່ງຂັນວັນທີ 12-20 ທັນວາ 2022 ແລະ ແຂ່ງຂັນວັນທີ 16-21 ທັນວາ 2022, ດອກປີກໄກ່ ແຂ່ງຂັນວັນທີ 12-21 ທັນວາ 2022 ແລະ ປິ່ງປ່ອງ ແຂ່ງຂັນວັນທີ 14-21 ທັນວາ 2022.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ