ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຕິບັດ​ງານ 209 ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ- ພັດທະນາ​ຊົນນະບົດ 6 ເດືອນ​ຕົ້ນ​ປີ 2022
ເວລາອອກຂ່າວ: 2022-09-21 09:28:28 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ວັນ​ທີ 19 ກັນຍາ ນີ້, ກອງ​ປະຕິບັດ​ງານ 209 ໄດ້​ສະຫຼຸບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ-ພັດທະນາ​ຊົນນະບົດ ປະ ຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ ທາງ​ແຜນການ 6 ເດືອນ​ທ້າຍ​ປີ 2022, ຢູ່​ທີ່​ສະໂມສອນ​ເຮືອນ​ຮັບແຂກ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ໄຊ​ສົມບູນ, ໂດຍ​ພາຍ​ ໃຕ້​ການ​ເປັນ​ປະທານ​ຂອງ ສະ ຫາຍ ພົນ​ຕີ ວົງ​ສອນ ອິນ​ປານ​ພິມ ຮອງ​ເລຂາ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ພັກ-ພະນັກງານ ແຂວງ​ໄຊ​ສົມບູນ, ມີ​ຜູ້ຕາງໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ປະຕິບັດ​ງານ 209 ພ້ອມ ດ້ວຍ ພະນັກງານ ຮາກ ຖານ ປະຈຳ 12 ບ້ານ ເຂົ້າ ຮ່ວມ. ໃນ ກອງ ປະຊຸມ ສະຫາຍ ພັນ ຕີ ຄຳ ມີ ໄຊ ສົງຄາມ ຫົວໜ້າ ກອງ ປະຕິບັດ ງານ 209 ໄດ້ ຜ່ານ ບົດ ສະຫຼຸບ ການຈັດຕັ້ງ ປະຕິບັດ ວຽກ ງານ ກໍ່ສ້າງ ຮາກ ຖານ ການເມືອງ-ພັດທະນາ ຊົນນະບົດ ໄລຍະ 6 ເດືອນ ຕົ້ນ ປີ 2022 ເຊິ່ງ ໄດ້ ສົມທົບ ກັບ ອຳ ການ ປົກ ຄອງ ທຸກ ຂັ້ນ ນຳ ເອົາ ແນວທາງ ນະໂຍບາຍ, ມະຕິ, ຄຳ ສັ່ງ ຂອງ ພັກ, ແຜນ ພັດທະນາ ເສດຖະກິດ-ສັງຄົມ ຂອງ ລັດ ລົງ ເຜີຍແຜ່ໃຫ້ ພໍ່ ແມ່ ປະຊາຊົນ ບັນດາເຜົ່າ ໃນ ທົ່ວ 3 ຈຸດ ສຸມ ຂອງ ແຂວງ ໄຊ ສົມບູນ ເຮັດ ໃຫ້ ປະຊາຊົນ ມີ ນ້ຳໃຈ ຮັກ ຊາດ, ຮັກ ລະບອບ ໃໝ່, ຮັກ ບ້ານ ເກີດ ເມືອງ ນອນ ຂອງ ຕົນ, ມີ ຄວາມ ສາມັກຄີ ປອງ ດອງ ຊ່ວຍ ເຫຼືອ ເຊິ່ງ ກັນ ແລະ ກັນ, ປະກອບ ສ່ວນ ເຂົ້າ ໃນ ການ ປົກ ປັກ ຮັກສາ ແລະ ສ້າງສາ ບ້ານ ຊ່ອງ ກໍ ຄື ພັດ ທະນາ ຄອບຄົວ ໃຫ້ ຫຼຸດ ພົ້ນ ຈາກ ຄວາມທຸກ ຍາກ ເທື່ອ ລະ ກ້າວ, ພ້ອມ ນີ້ ຍັງ ເປັນ ເຈົ້າ ການ ປະຕິບັດ ແນວທາງ ປ້ອງ ກັນ ຊາດ-ປ້ອງ ກັນ ຄວາມ ສະຫງົບ ທົ່ວ ປວງ ຊົນ ຮອບດ້ານ ຂອງ ພັກ ຢ່າງ ກວ້າງ ຂວາງ ເຮັດ ໃຫ້ ແຂວງ ໄຊ ສົມບູນ ມີ ຄວາມ ສະຫງົບ ໂດຍ ພື້ນຖານ. ໂອກາດ ດັ່ງກ່າວ, ສະຫາຍ ພົນ ຕີ ວົງ ສອນ ອິນ ປານ ພິມ ໄດ້ ມີ ຄຳ ເຫັນ ໂອ້ ລົມ, ເຊິ່ງ ກອນ ອື່ນ ສະ ຫາຍ ໄດ້ ສະແດງ ຄວາມ ຍ້ອງຍໍ ຊົມເຊີຍ ຕໍ່ ຜົນງານ ແລະ ຜົນສຳ ເລັດ ໃນ ການຈັດຕັ້ງ ປະຕິບັດ ວຽກ ງານ ກໍ່ສ້າງ ຮາກ ຖານການເມືອງ- ພັດທະນາ ຊົນນະບົດ ຮອບດ້ານ ຂອງ ກອງ ປະຕິບັດ ງານ 209 ໃນ ໄລຍະ 6 ເດືອນ ຜ່ານ ມາ ສະແດງ ອອກ ປະຊາຊົນ ບັນດາເຜົ່າ ມີ ຄວາມ ຕື່ນ ຕົວ ປະກອບສ່ວນ ຕໍ່ ວຽກ ງານ ປ້ອງກັນ ຊາດ-ປ້ອງ ກັນ ຄວາມ ສະຫງົບ ແຂງແຮງ ກວ່າ ເກົ່າ, ການ ພັດທະນາ ເສດຖະກິດ-ສັງຄົມ ແຕ່ ລະ ຂັ້ນ ມີ ການ ພັດທະ ນາ ດີ ຂຶ້ນ ເທື່ອ ລະ ກ້າວ, ເຮັດ ໃຫ້ ແຂວງ ໄຊ ສົມບູນ ມີ ສະຖຽນ ລະ ພາບ ທາງ ດ້ານ ການເມືອງ ຢ່າງ ໜັກ ແໜ້ນ, ມີ ຄວາມ ສະຫງົບ ໂດຍ ພື້ນຖານ. ພ້ອມ ນີ້ , ກໍ ໄດ້ ເນັ້ນ ໜັກ ໃຫ້ ຄະນະ ພັກ-ຄະນະ ບັນຊາ ກອງ ປະ ຕິ ບັດ ງານ 209 ກໍ ຄື ພະ ນັກງານ ກໍ່ສ້າງ ຮາກ ຖານ ແຕ່ ລະ ສະຫາຍ ຈົ່ງ ສືບຕໍ່ ເອົາໃຈໃສ່ ກຳ ແໜ້ນ ສະພາບ ການ ຮອບດ້ານ, ທຸກ ເປົ້າ ໝາຍ ແລະ ສະພາບ ປະຊາຊົນ ໃຫ້ ທົ່ວ ເຖິງ ແນໃສ່ ຕ້ານ ແລະ ສະກັດ ກັ້ນ ປະກົດ ການ ຫຍໍ້ ທໍ້ ບໍ່ ໃຫ້ ເກີດ ໃນ ຂອບ ເຂດ ຕົນ ຮັບ ຜິດຊອບ ຢ່າງ ເດັດຂາດ, ຍົກ ສູງ ຄວາມ ສາມັກຄີ ປອງ ດອງ ກັບ ອຳ ນາດ ການ ປົກຄອງ ບ້ານ ແລະ ປະຊາຊົນ ບັນດາເຜົ່າ ໃຫ້ ກວ້ າງ ຂວາງ, ໂດຍ ຖື ເອົາ ວຽກ ງານ ສຶກ ສາ ອົບຮົມ ການເມືອງ-ນຳພາ ແນວ ຄິດ ເປັນ ບັນຫາ ສຳຄັນ ຕົ້ນຕໍ, ປຸກລະດົມ ຊຸກຍູ້ ປະຊາຊົນ ທຳ ການ ຜະລິດ ເປັນ ສິ້ນ ຄ້າ ທີ່ ຖືກຕ້ອງ ຕາມ ລະບຽບ ກົດໝາຍ ເພື່ອ ເຮັດ ໃຫ້ ເຂົາເຈົ້າ ຫຼຸດ ພົ້ນ ອອກ ຈາກ ຄວາມທຸກ ຍາກ ເທື່ອ ລະ ກ້າວ. ຂ່າວ : ສົດ ນາມ ໄຕ ພາບ: ພຸດ ທະ ພອນ ລັດດາ ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ