ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ສະພາ​ແຫ່ງ​ຊາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ​ຂອງ​ຄະນະ​ຜູ້​ແທນ​ຣາ​ຊະ​ອານາຈັກ​ໄທ
ເວລາອອກຂ່າວ: 2022-09-21 09:32:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:



ວັນ​ທີ 20 ກັນຍາ ນີ້, ທີ່​ສະ ພາ​ແຫ່ງ​ຊາດ ທ່ານ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ທ່ານ ພົນ​ເອກ ບຸນ​ສ້າງ ນຽນ​ປຣະ​ດິດ ປະທານ​ກຳ ມາ​ທິ​ການ​ທະຫານ ແລະ ຄວາມ​ໝັ້ນຄົງ​ຂອງ​ລັດ ວຸດ​ທິ​ສະພາ​ແຫ່ງ​ຣາ​ຊະ​ອານາຈັກ​ໄທ ພ້ອມ​ດ້ວຍ​ຄະນະ ທີ່​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ. ໂອກາດ​ນີ້, ທ່ານ​ປະທານ​ສະ ພາ​ແຫ່ງ​ຊາດ​ລາວ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂອງ​ລັດ​ວຸດ​ທິ​ສະພາ ແຫ່ງ ຣາ ຊະ ອານາຈັກ ໄທ ພ້ອມ ທັງ ຕີ ລາຄາ ສູງ ຕໍ່ ການ ຢ້ຽມຢາມ ສປປ ລາວ ໃນ ຄັ້ງ ນີ້ ເຊິ່ງ ເປັນ ການ ປະກອບສ່ວນ ໃນ ການ ເສີມ ຂະຫຍາຍ ສາຍ ພົວພັນ ມິດຕະພາບ ແລະ ການ ຮ່ວມ ມື ທີ່ ດີງາມ ຖານ ບ້ານ ໃກ້ ເຮືອນ ຄຽງ ລະຫວ່າງ ສອງ ປະເທດ ລາວ ແລະ ໄທ ເວົ້າ ລວມ, ເວົ້າ ສະເພາະ ລະຫວ່າງ ສອງ ອົງການ ນິຕິບັນຍັດ ໃຫ້ ຈະເລີນ ງອກ ງາມ ບົນ ພື້ນຖານ ການ ເປັນ ຄູ່ ຮ່ວມ ແລະ ການ ພັດທະນາ ແບບ ຍືນ ຍົງ ທັງ ໄດ້ ແຈ້ງ ສະພາບ ການ ພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ກົງຈັກ ການຈັດຕັ້ງ ຂອງ ສະພາ ແຫ່ງ ຊາດ ຊຸດ ທີ IX ແລະ ສະພາບ ການເຄື່ອນໄຫວ ຂອງ ສະພາ ແຫ່ງ ຊາດ ລາວ ໂດຍ ຫຍໍ້. ໂອກາດ ດຽວ ກັນ, ທ່ານ ພົນ ເອກ ບຸນ ສ້າງ ນຽນ ປຣະ ດິດ ໄດ້ ສະແດງ ຄວາມ ຂອບໃຈ ຕໍ່ ການ ຕ້ອນຮັບ ອັນ ອົບ ອຸ່ນ ໃນ ຄັ້ງ ນີ້ ພ້ອມ ທັງ ແຈ້ງ ໃຫ້ ຊາບ ຈຸດປະສົງ ໃນ ການ ມາ ຢ້ຽມຢາມ ສປປ ລາວ ໃນ ຄັ້ງ ນີ້ ກໍ ເພື່ອ ເຊື່ອມ ສາຍສຳພັນ ໄມຕີ ຈິດໃຫ້ ເຂັ້ມແຂງ, ຊຸກຍູ້ ສົ່ງ ເສີມ ການ ຮ່ວມ ມື ແບບ ທະວີ ພາຄີ ແລະ ພະຫຸ ພາຄີ ໃນ ເວທີ ພາກ ພື້ນ ແລະ ສາກົນ. ນອກຈາກ ນັ້ນ, ຍັງ ໄດ້ ແຈ້ງ ໃຫ້ ຊາບ ກ່ຽວ ກັບ ການ ປະຕິບັດ ໜ້າທີ່ ວຽກ ງານ ອີກ ຈຳ ນວນ ໜຶ່ງ.ໃນ ໂອກາດ ດັ່ງກ່າວ, ທ່ານ ໄຊ ສົມ ພອນ ພົມວິຫານ ໄດ້ ສະເໜີ ໃຫ້ ທ່ານ ພົນ ເອກ ບຸນ ສ້າງ ນຽນ ປຣະ ດິດ ສືບຕໍ່ ພົວພັນ ພົບ ປະ ເຮັດ ວຽກ ຮ່ວມ ກັບ ກຳມາ ທິ ການ ປ້ອງ ກັນ ຊາດ-ປ້ອງ ກັນ ຄວາມ ສະຫງົບ ສະພາ ແຫ່ງ ຊາດ ລາວ ໃນ ການ ຊຸກຍູ້ ແລະ ຕິດຕາມ ກວດກາ ການ ຈັດຕັ້ງ ປະຕິບັດ ສັນຍາ, ສົນທິສັນ ຍາ ແລະ ຂໍ້ ຕົກລົງ ຕ່າງໆ ລະ ຫວ່າງ ສອງ ປະເທດ ໃຫ້ ໄດ້ ຮັບ ການຈັດຕັ້ງ ປະຕິບັດ ປະກົດ ຜົນ ເປັນ ຈິງ. ພ້ອມ ນີ້ ກໍ ໄດ້ ຝາກ ຄວາມ ຢື້ ຢາມ ຖາມ ຂ່າວ ເຖິງ ທ່ານ ຊວນ ຫລີກ ໄພ ປະທານ ສະພາ ຜູ້ ແທນ ລາສະດອນ ໄທ ແລະ ທ່ານ ພອນ ເພັດ ພິ ຊິດ ຊົນ ໄຊ ປະທານ ວຸດ ທິ ສະພາ ໄທ ແລະ ບັນດາ ທ່ານ ການ ນຳ ຂອງ ລັດ ຖະ ສະພາ ໄທ ແລະ ສະແດງ ຄວາມ ຂອບໃຈ ຕໍ່ ລັດຖະບານ, ລັດ ຖະ ສະພາ ແລະ ປະຊາຊົນ ໄທ ທີ່ ໄດ້ ໃຫ້ການ ສະໜັບສະໜູນ ແລະ ການ ຊ່ວຍ ເຫຼືອ ລັດຖະບານ, ສະພາ ແຫ່ງ ຊາດ ແລະ ປະຊາຊົນ ລາວ ບັນດາ ເຜົ່າເປັນຕົ້ນ ແມ່ນ ການ ຊ່ວຍເຫຼືອ ດ້ານ ອຸປະກອນ ທາງ ການ ແພດ ໃນ ໄລຍະ ທີ່ ສປປ ລາວ ໄດ້ ປະ ເຊີນ ໜ້າ ກັບ ການ ແຜ່ ລະບາດຂອງ ພະຍາດ ໂຄ ວິດ-19 ໃນຜ່ານມາ ແລະ ອື່ນໆ ພ້ອມ ທັງ ອວຍພອນ ໃຫ້ ບັນດາ ທ່ານ ໃນ ຄະນະປະສົບ ຜົນສຳເລັດ ໃນ ການ ຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ຄັ້ງ ນີ້. ໂດຍ: ຈັນທະ ວົງ ອຸ່ນ ວິໄລ ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ