ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ສາລະ​ວັນ ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ໄພພິບັດ​ທີ່​ອາດ​ຈະ​ເກີດ​ຂຶ້ນ
ເວລາອອກຂ່າວ: 2022-09-21 09:39:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 297 | ຄວາມນິຍົມ:



ໄພພິບັດ​ທາງ​ທຳ​ມະ​ຊາດ ແມ່ນ​ໄພ​ຂົ່ມຂູ່​ທີ່​ກໍ່ໃຫ້ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຊີວິດ ແລະ ຊັບ​ສິນ​ຂອງ​ປະຊາຊົນ​ບັນດາເຜົ່າ ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່ເສດ ຖະກິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໄລຍະ​ສັ້ນ ແລະ ໄລຍະ​ຍາວ ສະແດງ​ອອກ​ໃນ​ຊຸມ​ປີຜ່ານມາ​ໄດ້​ເກີດ​ມີ​ໄພພິບັດ​ທາງ​ທຳ​ມະ​ຊາດ, ໄພ​ນ້ຳ​ຖ້ວມ​ຫຼາຍ​ຄັ້ງ ເຊິ່ງ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ແຂວງ​ສາລະ​ວັນ ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ໄດ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ ​ໃນ​ການ​ກອບ​ກູ້ ຊ່ວຍເຫຼືອ​ຜູ້​ປະສົບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໄປ​ຍັງ​ເຂດ​ປອດ​ໄພ ໂດຍ​ສະເພາະ​ແມ່ນ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ພາຍ​ໃນ​ແຂວງ​ສາລະ​ວັນ​ໃນ​ປີຜ່ານມາ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ ​ບັນດາ​ກົມ​ກອງ​ຈັດ​ຕັ້ງ​ກຳລັງ​ລົງ​ຊ່ວຍເຫຼືອ​​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ກົມ​ກອງ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ມີ​ຜົນສຳເລັດ. ສະຫາຍ ພັນ​ໂທ ສຸດ​ໃຈ ແສນ​ຄຳ​ບົວ​ທອນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ຮອງ​ປະທານ​ອະນຸ​ກຳມະການ​ຕ້ານ​ໄພພິບັດ​ຂັ້ນ​ແຂວງ​ໄດ້​ໃຫ້​ຮູ້​ວ່າ: ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ເຝົ້າ​ລະວັງ, ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ປີ​ນີ້ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ ກໍ​​ໍ​ຄື​ຄະນະ​ຮັບຜິດຊອບ​ກອບ​ກູ້​ໄພພິບັດ​ຂັ້ນ​ຕ່າງໆ ໄດ້​ຊີ້​ນຳ​ອົງການ​ວິຊາ​ສະເພາະ, ບັນດາ​ກົມ​ກອງສຸມໃສ່​ ສ້າງ​ແຜນການ​ກະກຽມ​ຄວາມ​ພ້ອມ​ທາງ​ດ້ານ​ຈຳນວນ​ພົນ, ພາຫະນະ, ວັດຖຸ​ທີ່​ຈຳເປັນ ເພື່ອ​ ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ເຫດ ການ​ສຸກ​ເສີນ ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕະຫຼອດ 24 ຊົ່ວໂມງ ໂດຍ​ຈັດ​ຕັ້ງ​ກຳລັງ​ລົງ​ກໍ່ສ້າງ​ຮາກຖານ ເພື່ອ​ໂຄສະນາ​ໃຫ້​ຄວາມ​ຮູ້​ພື້ນຖານ​ແກ່​ປະຊາຊົນ ກ່ຽວ​ກັບ​ຄວາມ​ອັນຕະລາຍ​ຂອງ​ໄພພິບັດ​ທຸກ​ຮູບ​ແບບ. ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ແຜນການ​ນຳ​ໃຊ້​ກຳລັງ ແລະ ພາຫະນະ ເພື່ອ​ກຽມພ້ອມ​ຕ້ານ ແລະ ກອບ​ກູ້​ໄພພິບັດ​ທາງ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ຕະຫຼອດ 24 ຊົ່ວໂມງ. ໃນ​ນີ້ ໄດ້​ກະກຽມ​ກຳລັງ​ພົນ 570 ສະຫາຍ, ພາຫະ ນະ​ລົດ 58 ຄັນ, ເຮືອ 129 ລຳ ແລະ ອຸປະກອນ​ຮັບ​ໃຊ້​ດ້ານ​ຕ່າງໆ​ທີ່​ຈຳເປັນ​ຈຳນວນ​ໜຶ່ງ ທັງ​ນີ້​ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້ການ​ປະຕິບັດ​ໜ້າທີ່​ທ່ວງ​ທັນ​ກັບ​ສະພາບ​ການ ແລະ ມີ​ປະສິດ​ທິຜົນ​ສູງ. ສະຫາຍ ພັນ​ໂທ ສຸດ​ໃຈ ແສນ​ຄຳ​ບົວ​ທອນ ໄດ້​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ປີ​ນີ້​ ກອງ​ບັນຊາ​ການ​ທະ ຫານ​ແຂວງສາລະ​ວັນ ໄດ້​ຖືກ​ມອບ​ໝາຍ​ໃຫ້​ເອົາໃຈໃສ່​ຕິດຕາມ​ເຝົ້າ​ລະວັງ​ເປັນ​ພິເສດ ຂອບ​ເຂດ​ພື້ນ​ທີ່​ສ່ຽງ ທີ່​ອາດ​ຈະ​ເກີດ​ໄພ​ນ້ຳ​ ຖ້ວມ​ໃນ 3 ເມືອງ​ເປັນ​ຈຸດໜັກ​ ຄື: ເມືອງ​ສາລະ​ວັນ ມີ 21 ບ້ານ, ເມືອງ​ວາປີ 14 ບ້ານ ແລະ ເມືອງ​ຄົງ​ເຊ​ໂດນ​ມີ 16 ບ້ານ ແລະ ກຳນົດ 5 ເມືອງ​ເປັນ​ສຳຄັນ ຖ້າ​ຫາ​ກວ່າ​ມີ​ກໍລະນີ​ໄພພິບັດ​ເກີດ​ຂຶ້ນ ຄາດຄະເນ​ວ່າ​ຈະ​ນຳ​ໃຊ້​ທຸກ​ທ່າ ແຮງ​ຂອງ​ກົມ​ກອງ ເພື່ອ​ກອບ​ກູ້​ຊ່ວຍເຫຼືອ​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ ຢ່າງ​ສຸດ​ຄວາມ​ສາມາດ ແລະ ທ່ວງ​ທັນ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ ​ຫາຍ​ທາງ​ດ້ານ​ຊີວິດ ແລະ ຊັບ​ ສິນ​ຂອງ​ປະຊາຊົນ​ໃຫ້​ໜ້ອຍ​ທີ່ ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ