
ກອງພົນທີ 3 ມອບ-ຮັບ ໜ້າທີ່ ຫົວໜ້າພະແນກປະກັນສັງຄົມ
ເວລາອອກຂ່າວ: 2022-09-21 10:04:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:
ວັນທີ 15 ກັນຍາ 2022, ກອງພົນທີ 3 ໄດ້ມອບ-ຮັບໜ້າ
ທີ່ ຫົວໜ້າພະແນກປະກັນສັງຄົມ ກອງພົນທີ 3 ລະຫວ່າງ ຜູ້ເກົ່າ
ແລະ ຜູ້ໃໝ່, ໂດຍມີ ສະຫາຍ ພັນໂທ ສີວອນ ວິໄລສັກ ຮອງຫົວໜ້າຫ້ອງການ ເມືອງ ກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາ ພະແນກການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ນິດໃສ ແກ້ວອຸດອນ ຫົວໜ້າພະແນກປະກັນສັງຄົມ (ຜູ້ເກົ່າ) ໄດ້ຜ່ານບົດສະ
ຫຼຸບຜ່ານການຈັດຕັ້ງປະຕິບັດ
ໜ້າທີ່ວຽກງານເປັນຕົ້ນການ ນຳພາ-ຊີ້ນຳໃນຂົງເຂດວຽກງານປະກັນສັງຄົມໃນທົ່ວກອງພົນທີ 3 ຕະຫຼອດໄລຍະຜ່ານມາ, ພ້ອມທັງກ່າວມອບໜ້າ ທີ່ໃຫ້ ສະຫາຍ ພັນໂທ ຄຳພັດ ອິນມາລາ ຫົວໜ້າພະແນກປະ
ກັນສັງຄົມ (ຜູ້ໃໝ່).
ສະຫາຍ ພັນໂທ ສີວອນ ວິໄລສັກ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ສະຫາຍຫົວໜ້າພະແນກປະກັນສັງຄົມ(ຜູ້ເກົ່າ) ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຕະ
ຫຼອດໄລຍະຜ່ານມາ, ເຮັດສຳເລັດ
ໜ້າທີ່ຕາມການມອບໝາຍຂອງ ພັກ-ລັດຂັ້ນເທິງ ກໍຄືການຈັດຕັ້ງມອບໝາຍໃຫ້. ພ້ອມທັງ, ຮຽກ ຮ້ອງໃຫ້ສະຫາຍຫົວໜ້າພະແນກປະກັນສັງຄົມ (ຜູ້ໃໝ່) ໃຫ້ຍົກ
ສູງນ້ຳໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້, ເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເປັນເຈົ້າການໃນການຊີ້ນຳ, ປະ ຕິບັດຕາມຫຼັກການລວມສູນປະ ຊາທິປະໄຕ, ເອກະພາບພາຍໃນ
ໝູ່ຄະນະ, ຕັ້ງໜ້າປັບປຸງໃນຂົງ ເຂດວຽກງານປະກັນສັງຄົມໃຫ້
ມີຄວາມຖືກຕ້ອງໂປ່ງໃສຮັບປະ
ກັນທາງດ້ານປະສິດທິພາບ, ອຳ
ນວຍຄວາມສະດວກກັບຄວາມຮຽກຮ້ອງຕ້ອງການຂອງພະ ນັກງານ-ນັກຮົບ ພາຍໃນກົມກອງ
ທັນກັບສະພາບການໜ້າທີ່ວຽກງານ.
ໂດຍ : ພຸດສີດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ