ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມປະກັນສັງຄົມເຄື່ອນໄຫວຊຸກຍູ້ວຽກງານ ປະກັນສັງຄົມ ຢູ່ກອງພົນທີ 4 ແລະ ທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2022-09-22 09:08:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ:



ກາງ​ເດືອນ​ກັນຍາ 2022 ນີ້, ສະຫາຍ ພັນ​ເອກ ກິ​ແກ້ວ ພົມ ​ມະ​ສິງ ຮອງ​ຫົວໜ້າ​ກົມ​ປະກັນ​ ສັງ ຄົມ ກົມ​ໃຫຍ່​ການເມືອງ​ກອງ ທັບ ໄດ້​ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ປະກັນ​ສັງຄົມ​ຮອບດ້ານ ຢູ່ ກອງ​ພົນ​ທີ 4 ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໂດຍ​ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ-ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ແຕ່​ລະ​ກົມ​ກອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ຢູ່​ແຕ່​ລະ​ກົມ​ກອງ​ແມ່ນ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການຈັດຕັ້ງ​ປະ ຕິບັດ​ວຽກ​ງານ​ປະກັນ​ສັງຄົມ ປະຈຳ 06 ເດືອນ​ຕົ້ນ​ປີ 2022 ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ບາງ​ບົດ ຮຽນ​ທີ່​ຖອດ​ຖອນ​ໄດ້​ເປັນຕົ້ນຄະ ນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ເປັນ​ເຈົ້າ​ການ​ຊີ້​ນຳ-ນຳພາພະ ນັກງານ​ວິຊາ​ສະເພາະ​ຢ່າງ​ໃກ້ ຊິດ​ອັນ​ເຮັດ​ໃຫ້​ວຽກ​ງານ​ປະກັນ​ສັງຄົມ​ໄດ້​ຮັບ​ຜົນສຳເລັດ​ໄປ​ດ້ວຍ ໂດຍ​ສະເພາະ​ການ​ຮັບ-ຈ່າຍ​ເງິນ 06 ເດືອນ​ຕົ້ນ​ປີ 2022 ໃນ​ນີ້​ຈ່າຍ​ເງິນ​ອຸດ​ໜູນ​ໄລຍະ​ສັ້ນ, ເງິນ​ອຸດ​ໜູນ​ບຳ​ເນັດ, ເງິນ​ເກີດ​ລູກ ຫຼື ລຸ​ລູກ, ເງິນ​ອຸດ​ໜູນ​ເສຍ​ຊີວິດ, ເງິນ​ອຸດ​ໜູນ​ໄລຍະ​ຍາວ, ເງິນ​ອຸດໜູນ​ເສຍ​ອົງຄະ ແລະ ອື່ນໆ ເຊິ່ງ​ລວມ​ເງິນ​ລາຍ​ຮັບ-ຈ່າຍ​ທັງ​ໝົດ​ຂອງ​ກອງ​ພົນ​ທີ 4 ໃນ​ໄລຍະ 06 ເດືອນ​ຕົ້ນ​ປີ 2022 ເປັນ​ເງິນ 1.645.353.457 ກີບ ແລະ ກອງ​ບັນຊາ​ການທະ ຫານ​ແຂງ​ຄຳ​ມ່ວນ ຈຳນວນ 1,520,953,055 ກີບ, ເງິນ​ອຸດ​ ໜູນ​ໄລຍະ​ຍາວ 6 ເດືອນ​ຕົ້ນ​ປີ 1,615,024,575 ກີບ, ການ​ນຳ​ໃຊ້​ຮ່ວງ​ເງິນ​ແຮ 400,000,000 ກີບ. ພ້ອມ​ກັນ​ນັ້ນ​ໃນ​ກອງ​ປະຊຸມ​ບັນດາ​ພະແນກການ, ວິຊາ​ການ​ທີ່​ກ່ຽວຂ້ອງ​ທັງ 2 ຝ່າຍ ຍັງ​ໄດ້​ຂຶ້ນ​ປະກອບ​ຄຳ​ຕິດ​ເຫັນ ແລະ ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ພ້ອມ​ກັນ​ເສີມ​ຂະຫຍາຍ​ຈຸດ​ດີ, ແກ້​ໄຂ​ຈຸດ​ອອ່ນ ແລະ ປະ ກົດ​ການ​ຫຍໍ້ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນ​ພາຍ​ໃນ​ກົມ​ກອງ​ສະເພາະ​ໜ້າ ແລະ ຍາວ​ນານ​ໃຫ້​ທ່ວງ​ທັນ​ກັບ ສະພາບ​ການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ