
ກົມ 213 ທາບທາມສ້າງແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ
ເວລາອອກຂ່າວ: 2022-09-22 09:18:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:
ກອງປະຊຸມທາບທາມສ້າງແຜນການກຳນົດພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ ຢູ່ຄະນະພັກອົງການກົມ 213 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-22 ກັນຍາ 2022 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ວັນທອງ ຈັນທະວົງ ເລຂາຄະນະພັກ ຫົວໜ້າກົມ 213, ມີສະຫາຍ ພັນເອກ ແປ້ນຄຳ ບຸດຈັນ
ແພງ ຫົວໜ້າກົມໂຄສະນາອົບ ຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ໜ່ວຍງານຈາກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຜູ້ແທນກອງປະຊຸມເຂົ້າຮ່ວມ.
ສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ໄດ້ກ່າວຕໍ່ກອງປະຊຸມວ່າ: ການດຳເນີນກອງປະຊຸມທາບທາມສ້າງແຜນກຳນົດພະ ນັກງານນຳພາບັນຊາຂັ້ນສູນກາງຄຸ້ມຄອງ ແລະ ກະຊວງຄຸ້ມຄອງຢູ່ກົມ 213 ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນທີ່ສຸດ ເຊິ່ງເປັນການເລືອກເຟັ້ນເປົ້າໝາຍເພື່ອຈັດວາງເຂົ້າໃນໂຄງປະກອບຕຳແໜ່ງງານຂັ້ນຕ່າງໆ ຢູ່ກົມ 213 ທີ່ກະຊວງປ້ອງກັນປະເທດຄຸ້ມຄອງ, ແນ່ໃສ່ຮັບປະກັນລັກ ສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານທັງເປັນການກະກຽມບຸຄະລາກອນໃກ້ແກ່ກອງປະຊຸມໃຫຍ່ ຂອງພັກ ໃນທົ່ວອົງຄະນະພັກກະ ຊວງປ້ອງກັນປະເທດ, ວຽກງານ ສ້າງແຜນກຳນົດພະນັກງານແມ່ນເປັນການປະຕິບັດແນວທາງຈັດ ຕັ້ງຂອງພັກ, ເປັນຂອດຕັດສິນເຖິງຜົນໄດ້ຜົນເສຍໃນການຈັດ ຕັ້ງປະຕິບັດແນວທາງແຜນນະໂຍ ບາຍລວມຂອງພັກ, ຍ້ອນແນວນັ້ນສູນກາງພັກ ກໍຄືຄະນະພັກກະຊວງຍາມໃດກໍໃຫ້ຄວາມສຳ ຄັນ ແລະ ເອົາໃຈໃສ່ຊີ້ນຳເປັນພິ ເສດໃນການສ້າງແຜ່ນກຳນົດພະ ນັກງານເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນ ໜ້າທີ່ການເມືອງຂອງກອງທັບ ກໍຄື ພາລະກິດປ່ຽນແປງໃໝ່ຂອງ ພັກ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ບຸນຕຽນ ໄຊຍຳວົງທັນ ຮອງເລຂາຄະນະພັກ ຮອງຫົວໜ້າກົມ 213 ໄດ້ສະຫຼຸບຕີລາຄາການສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາ-ບັນຊາ ຢູ່ກົມ213 ໃນໄລຍະຜ່ານມາ ເຊິ່ງຄະນະພັກແຕ່ລະຂັ້ນແມ່ນໄດ້ຖືສຳຄັນການສ້າງແຜນກຳນົດພະນັກງານເປັນວຽກໜຶ່ງທີ່ສຳ ຄັນຂອງວຽກງານພະນັກງານ ປະກອບສ່ວນເຮັດໃຫ້ວຽກງານດັ່ງກ່າວປະຕິບັດສອດຄ່ອງກັບມາດຖານ ແລະ ເງື່ອນໄຂທີ່ກຳ ນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແມ່ນຄວາມຜິດຊອຍການເມືອງຂອງຄະ ນະພັກແຕ່ລະຂັ້ນໃນການວາງແຜນດ້ານບຸກຄະລາກອນເພື່ອຕອບສະໜອງຕາມຮຽກຮ້ອງຕ້ອງການຂອງວຽກງານໃນສະ ເພາະໜ້າ ແລະ ຍາວນານ, ເອົາ ໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດາ ມະຕິຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການສ້າງ ແລະ ປະຕິບັດແຜນກຳນົດພະນັກງານຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງຂອງຕົນຢ່າງຖືກຕ້ອງ ແລະ ມີຜົນສຳເລັດດີ, ເອົາໃຈໃສ່ຊີ້ນຳ-ນຳພາສ້າງ ແລະ ປະຕິບັດແຜນກຳນົດພະນັກງານນຳພາບັນຊາໃນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ,ບົນພື້ນຖານເສີມຂະຫຍາຍປະຊາ ທິປະໄຕຢ່າງກວ້າງຂວາງໂດຍໃຫ້ພະນັກງານຫຼັກແຫຼ່ງເຂົ້າຮ່ວມໃນການຄົ້ນຄວ້າປະກອບຄຳເຫັນແລະ ລົງຄະແນນສຽງຕໍ່ເປົ້າໝາຍທີ່ຈະເຂົ້າໃນແຜນກຳນົດພະນັກງານແຕ່ລະປະເພດ. ແຜນກຳນົດພະນັກງານດັ່ງກ່າວໄດ້ເປັນບ່ອນອີງສຳຄັນໃນການວາງແຜນການເພື່ອບຳລຸງ-ກໍ່ສ້າງພະນັກງານໃນແຕ່ລະດ້ານ ແລະສັບຊ້ອນຈັດວາງພະນັກງານໃສ່ຕຳແໜ່ງງານໃຫ້ຖືກຕ້ອງກັບມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງເປັນການແກ້ໄຂສະພາບຫຍໍ້ທໍ້ທີ່ວ່າ: ການສ້າງພະນັກງານບໍ່ມີທິດເລັ່ງ, ບໍ່ມີເປົ້າ ໝາຍ ແລະ ສັບຊ້ອນ, ຈັດວາງພະ
ນັກງານຕາມລັກສະນະປະຊາທິ ປະໄຕ ແລະ ຮູບການ.
ຈາກນັ້ນ, ສະຫາຍ ພັນເອກ ແປ້ນຄຳ ບຸດຈັນແພງ ກໍໄດ້ຂຶ້ນ ຜ່ານມະຕິ ວ່າດ້ວຍວຽກງານສ້າງແຜນກຳນົດ ແລະ ມາດຖານ ພະນັກງານນຳພາ-ຄຸ້ມຄອງ, ພ້ອມກັນນັ້ນ, ຜູ້ແທນກອງປະ ຊຸມກໍໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕປ່ອນບັດທາບທາມເອົາ ພະນັກງານນຳພາ-ບັນຊາຂັ້ນສູນກາງ ແລະ ຂັ້ນກະຊວງຄຸ້ມຄອງ ເພື່ອບັນຈຸເຂົ້າໃນແຜນກຳນົດ. ກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດຕາມແຜນການ.
ໂດຍ: ນາງ ຈ່ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ