
ທະຫານແຂວງອຸດົມໄຊ ສະຫຼຸບຖອດຖອນບົດຮຽນ ວຽກງານແກ້ໄຂໄພພິບັດນ້ຳຖ້ວມ
ເວລາອອກຂ່າວ: 2022-09-22 09:28:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 342 | ຄວາມນິຍົມ:
ໃນຕົ້ນກັນຍາ 2022 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ສະຫຼຸບຖອດຖອນບົດຮຽນວຽກງານການແກ້ໄຂໄພພິບັດນ້ຳ ຖ້ວມຢູ່ 4 ເມືອງຂອງແຂວງອຸ ດົມໄຊ ຄື: ເມືອງໄຊ, ເມືອງຫຼາ, ເມືອງງາ ແລະ ເມືອງນາໝໍ້ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະ ນະພັກ-ຄະນະກອງບັນຊາການ, ອົງການ 5 ຫ້ອງ, ກອງບັນຊາການເມືອງ, ຄະນະຮັບຜິດຊອບຕ້ານໄພພິບັດເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ຄຳປານ ອີນທຳມະລັດ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດຊຸກຍູ້ຊ່ວຍເຫຼືອປະຊາຊົນຟື້ນ
ຟູຜົນກະທົບຈາກໄພພິບັດນໍ້າ ຖ້ວມ ຢູ່ 4 ເມືອງຂອງແຂວງ ອຸດົມໄຊ, ເຮັດໃຫ້ນ້ຳຖ້ວມ, ດິນເຊາະເຈື່ອນຕັນທາງຫຼາຍຈຸດ, ໄດ້ຮັບຜົນກະທົບທັງໝົດ 41 ບ້ານ, ມີ 1.038 ຫຼັງຄາເຮືອນ, ເຮືອນໄຫຼ 94 ຫຼັງ, ເສຍຊີວິດ 1 ຄົນ, ບາດເຈັບ 3 ຄົນ, ເລົ້າເຂົ້າໄຫຼ 27 ຫຼັງ, ໂຮງຮຽນຖືກຜົນກະທົບ 5 ແຫ່ງ, ໂຮງໝໍ 2 ແຫ່ງ,
ຖະໜົນຫົນທາງໄປມາຫາສູ່, ເສັ້ນ ທາງຫຼວງແຫ່ງຊາດເສຍຫາຍ 127,8 ກິໂລແມັດ, ຂົວເປ່ເພ 3 ແຫ່ງ, ຂົວຖືກຕັດຂາດ15 ແຫ່ງ, ຫຼັກເສົາ ໄຟຟ້າເສຍຫາຍ 307 ຕົ້ນ, ຕາຂາຍໄຟຟ້າຖືກຕັດຂາດ 2 ເມືອງ, ສັນຍານອີນເຕີເນັດການສ່ືສານຖືກຕັດຂາດ, ເຄື່ອງວັດແທກລະດັບນ້ຳ, ເຄື່ອງເຕືອນໄພເສຍຫາຍທັງໝົດ, ລະບົບນໍ້າ
ປະປາເສຍຫາຍ 2 ເມືອງ, ພື້ນທີ່ ທຳການຜະລິດ, ສັດລ້ຽງ ແລະ ສີ່ງຂອງຕ່າງໆຖືກນໍ້າພັດໄຫຼໄປ
ເຮັດໃຫ້ໄດ້ຮັບຜົນເສຍຫາຍຢ່າງ ໜັກໜ່ວງຕໍ່ກັບເຫດການດັ່ງກ່າວໄດ້ປຸກລະດົມຊຸກຍູ້ກຳລັງອ້າຍນ້ອງທະຫານຈຳນວນ 490 ສະ ຫາຍ, ພາຫະນະ-ເຕັກນິກຮັບໃຊ້ ລົດໃຫຍ່ 5 ຄັນ, ລົດນ້ອຍ 7 ຄັນ, ຕຽງນອນ 46 ຕຽງ, ເຕັ້ນ 6 ເຕັ້ນ, ລົງຊ່ວຍປະຊາຊົນຟື້ນຟູ ທີ່ພັກອາໄສທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ແຕ່ລະຈຸດຂອງ 4 ເມືອງ ໄດ້ປຸກ ເຮືອນໃຫ້ປະຊາຊົນໄດ້ທັງໝົດ 36 ຫຼັງຄາເຮືອນ, ສ້ອມແປງເຮືອນເປ່ເພ 55 ຫຼັງ ແລະ ຟື້ນຟູເທສະບານ, ໂຮງຮຽນ, ໂຮງໝໍຊຸມຊົນ, ຕະ ຫຼາດ, ຫ້າງຮ້ານ, ເຮືອນພັກ, ພັດຕະຄານແມ່ນສຳເລັດ.
ພ້ອມນັ້ນ ຍັງໄດ້ມອບເງິນສົດ 30.000.000 ກີບ ແລະ ເຂົ້າ ສານໜຽວ 3 ໂຕນ ລວມມູນຄ່າທັງໝົດ 60.000.000 ກີບ. ທັງນີ້ ກໍເພື່ອເປັນການຟື້ນຟູທີ່ພັກອາໄສ, ຊຸກຍູ້ໃຫ້ກຳລັງໃຈ ແລະ ແບ່ງເບົາຄວາມທຸກຊົ່ວຄາວໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ກັບຄືນສູ່ພະ ວະປົກກະຕີໂດຍໄວ.
ໂດຍ: ນາງ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ