ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ການ​ເງິນ ​ສະຫຼຸບ​ການ​ກໍ່ສ້າງ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປີ 2022
ເວລາອອກຂ່າວ: 2022-09-23 09:17:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ວັນ​ທີ 22 ກັນຍາ 2022 ນີ້, ກົມ​ການ​ເງິນ​ກະຊວງ​ປ້ອງ​ກັນ​ປະ ເທດ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການ​ກໍ່ສ້າງ​ພັກ ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ປະຈຳ​ປີ 2023 , ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ບຸນ​ຊູ ດວງ​ຄຳມີ ກຳມະການ​ຄະນະ​ປະຈຳ​ພັກ​ກະ ຊວງ​ປ້ອງ​ກັນ​ປະເທດ, ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ກົມ​ການ​ເງິນ ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ພັກ​ຮາກ​ຖານ,ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສີ​ສະຫວັນ ກົມ​ມະ​ເມືອງ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ຮອງ​ຫົວໜ້າ​ກົມ​ ການ​ເງິນ​ກະຊວງ​ປ້ອງ​ກັນ​ປະ ເທດ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ກໍ່ ສ້າງ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022 ໃຫ້​ຮູ້​ວ່າ: ຄະນະ​ພັກ​ຮາກ​ຖານ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ປັບປຸງ​ກໍ່ສ້າງ​ພັກ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ບົນ​ພື້ນຖານ​ປະຕິ ບັດ​ຖືກຕ້ອງ​ຕາມ​ຫຼັກການ​ຂອງ​ພັກ, ເຄົາລົບ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ ຄະນະ, ແບ່ງ​ໃຫ້​ບຸກຄົນ​ຮັບຜິດ ຊອບ​ຢ່າງ​ລະອຽດ​ຈະແຈ້ງ, ສະ ມາຊິກ​ພັກ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ ເປັນ​ເອກະ​ພາບ​ຕໍ່​ການ​ນຳພາ​ຂອງ​ພັກ, ມີ​ຄວາມ​ບຸກ​ບືນ​ຫ້າວຫັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ເປັນ​ແບບຢ່າງ​ໃນ​ທຸກ​ ຂົງເຂດ​ວຽກ​ງານ, ມີ​ສະຕິ​ຕໍ່​ການ ຈັດຕັ້ງ, ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ມະຕິ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ, ນອກຈາກ​ນີ້, ຄະນະ​ພັກ​ໄດ້​ຖື​ເອົາ​ການ​ດຳ ເນີນ​ຊີວິດ​ການເມືອງ​ຂັ້ນ​ຈຸ, ຂັ້ນ​ໜ່ວຍ ແລະ ສ່ອງ​ແສງ​ລາຍ​ງານ​ເປັນ​ປົກກະຕິ ແລະ ໄດ້​ເອົາໃຈໃສ່​ນຳພາ​ກົມ​ກອງ​ທຳ​ການ​ຜະລິດ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ຕາມ​ທິດ​ເພິ່ງ ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ກົມ​ກອງ​ມີ​ສວນ 1 ຕອນ​ເນື້ອ ທີ່ 55,08 ເຮັກຕາ, ໄດ້​ລ້ຽງ​ງົວ ຈຳນວນ 71 ໂຕ, ລ້ຽງ​ປາ 10.000 ໂຕ, ປູກ​ຫຍ້າ 7 ເຮັກ ຕາ, ປູກ​ຕົ້ນໄມ້​ກິນ​ໝາກ 200 ຕົ້ນ ແລະ ປູກ​ຕົ້ນ​ຢາງພາລາ​ຈຳ ນວນ 2.226 ຕົ້ນ, ສັງ​ລວມ​ລາຍ​ຮັບ​ໄດ້ 40.000.000 ກີບ​ຕໍ່​ປີ. ກົມ​ການ​ເງິນ​ຈັດ​ຕັ້ງ​ມີ 1 ຄະນະ​ພັກ​ຮາກ​ຖານ, ມີ 5 ໜ່ວຍ​ພັກ​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ​ທັງ​ໝົດ 76 ສະຫາຍ, ​ສະມາຊິກ​ພັກ​ສົມບູນ 75 ສະຫາຍ. ຜ່ານ​ການ ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ ແຂງ ໜັກ​ແໜ້ນ​ໃນ​ຊຸມ​ປີຜ່ານມາ ສາມາດ​ຕີ​ລາຄາ​ທັງ 5 ໜ່ວຍ​ພັກ​ເປັນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 3 ຄັ້ງ​ຕິດຕໍ່​ກັນ ແລະ ຕີ​ລາຄາ​ສະມາຊິກ​ພັກ​ແຂງ​ກວມ​ເອົາ 100%. ໂດຍ: ນາງ ຄຳ​ປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ