ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ ນຳພາ-ບັນຊາ ຢູ່​ກອງ​ພົນ​ທີ 5
ເວລາອອກຂ່າວ: 2022-09-23 09:19:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ຢູ່​ອົງຄະ​ນະ​ພັກ​ກອງ​ ພົນ​ທີ 5 ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກັນ ຍາ 2022 ນີ້, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພົນ​ຈັດຕະ ວາ ສີ​ທາ ດວງ​ມາລາ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ພະນັກງານ​ກົມ ​ໃຫຍ່​ການເມືອງ​ກອງທັບ, ມີ​ສະ ຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ ສິງ ເລຂາ​ຄະນະ​ພັກ ຫົວໜ້າ​ການ ເມືອງ​ກອງ​ພົນ​ທີ 5, ມີ​ຕາງໜ້າ​ຈາກ​ກົມ​ຈັດ​ຕັ້ງ​ພັກ​ກົມ​ໃຫຍ່​ການ ເມືອງ​ກອງທັບ, ຄະນະ​ພັກ-ຄະ ນະ​ບັນຊາ​ກອງ​ພົນ ແລະ ບັນດາ​ສະຫາຍ​ເລຂາ-ຮອງ​ເລຂາ​ຄະນະ​ພັກ​ອົງການ, ກົມ​ກອງ​ທີ່​ຂຶ້ນ​ກັບ ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ​ສະຫາຍ ພົນ​ຈັດຕະວາ ສີ​ທາ ດວງ​ມາລາ ໄດ້ ມີ​ຄຳ​ເຫັນ​ເນັ້ນ​ໃຫ້​ບັນດາ​ສະຫາຍ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດ ຊອບ​ຂອງ​ຕົນ ໃຊ້​ສິດ​ປະຊາທິປະ ໄຕ​ຢ່າງ​ເຕັມ​ສ່ວນເຂົ້າ​ໃນ​ການ ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກ ງານ​ນຳພາ-ບັນຊາ​ຄັ້ງ​ນີ້, ສຸມ​ສະ ຕິ​ປັນຍາ​ໃນ​ການ​ຄົ້ນຄວ້າ, ຄັດ​ ເລືອກ​ເອົາ​ເປົ້າ​ໝາຍ​ຜູ້​ທີ່​ມີ​ເງື່ອນ ໄຂ​ມາດຖານ​ຄົບ​ຖ້ວນ ເພື່ອ​ໃຫ້​ ຖືກ​ກັບ​ທິດ​ນຳ​ຂອງ​ພັກ​ໃນ​ສະ ເພາະ​ໜ້າ ແລະ ຍາວ​ນານ, ຕ້ອງ ​ເລືອກເຟັ້ນ​ໃຫ້​ໄດ້​ບັນດາ​ສະຫາຍ​ ທີ່​ມີ​ທັດສະນະ​ທາງ​ດ້ານ​ການ ເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເປັນ​ຜູ້​ທີ່​ທັດສະນະ​ພັກ​ນຳພາ, ທັດສະນະ​ຊົນ​ຊັ້ນ, ທັດ ສະນະ​ອອກແຮງ​ງານ, ທັດສະນະ​ວິໄສ​ທັດ​ຕໍ່​ບຸກຄົນ, ທັດສະນະ​ປະຫວັດສາດ ແລະ ມີ​ຕົ້ນ​ກຳເນີດ​ອັນ​ແນ່ນອນ, ຕົ້ນຕໍ​ແມ່ນ​ຢາກ​ໃຫ້​ເບິ່ງ​ໃນ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ ທີ່​ວຽກ​ງານ​ລວມ​ຂອງ​ການ​ນຳ ພາ-ບັນຊາ, ມີ​ຄວາມ​ຈູບ​ຈ້າວ​ຫ້າວຫັນ, ເຮັດ​ສຳເລັດ​ໜ້າທີ່​ການ ເມືອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ, ມີ​ຄວາມ​ຈິງ​ໃຈ​ສັດຊື່​ບໍລິສຸດ, ເຂົ້າ ​ມາ​ເປັນ​ພະນັກງານ​ນຳພາ-ບັນ ຊາ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ເພື່ອ​ບັນຈຸ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກ ງານ​ໃນ​ຊຸມ​ປີ​ຕໍ່ໜ້າ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ຮອງ​ຫົວ ໜ້າ​ກົມ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ການ ເມືອງ​ກອງທັບ ໄດ້​ຜ່ານ​ມະຕິ​ຂອງ​ກົມ​​ການເມືອງ​ສູນ​ກາງ​ພັກ ສະບັບ​ເລກ​ທີ 030,032/​ກມສພ ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ ດ້ວຍ​ວຽກ​ງານ​ການ​ສ້າງ​ແຜນ ການ​ກຳນົດ ແລະ ມາດຖານ​ພະ ນັກງານ​ນຳພາ-ຄຸ້ມ​ຄອງ. ຈາກ​ນັ້ນ, ບັນດາ​ສະຫາຍ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກໍ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ຂອງ​ຕົນ ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ເລືອກເຟັ້ນ, ຕັດສິນ​ໃຈ​ເລືອກ​ເອົາ​ຜູ້​ທີ່​ມີ​ມາດຖານ​ເງື່ອນໄຂ​ທີ່​ກຳນົດ​ໄວ້ ແລະ ປ່ອນ​ບັດ​ລົງ​ຄະແນນ​ສຽງ, ໂດຍ​ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ທາບ​ທາມ​ຕົວ​ຈິງ​ຈຳນວນ 202 ສະຫາຍ, ກອງ​ປະຊຸມ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວ ລາ 3 ວັນ. ໂດຍ: ແສງ​ອາທິດ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ