ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດ​ສ້າງຕັ້ງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 125
ເວລາອອກຂ່າວ: 2022-09-23 09:25:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:



ວັນ​ທີ 21 ຕຸລາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ແກ້ວ ໄດ້​ຈັດ​ພິທີ​ປະກາດ​ສ້າງ ຕັ້ງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 125, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ສະຫາຍ ເຄື່ອນ​ເພັດ ວົງ​ຈັນ ຮອງ​ເຈົ້າແຂວງໆ​ບໍ່​ແກ້ວ, ມີ​ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ, ຄະນະ​ຫ້ອງ, ພະ ແນກການ​ກ່ຽວຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸ​ບີນ ສີ​ຫາ​ ລາດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ດ້ວຍ​ການ​ສ້າງ ຕັ້ງ​ກອງຮ້ອຍ​ທະຫານ​ຊາຍ​ແດນ ໝາຍ​ເລກ 125 ຢູ່​ເມືອງ​ປາກ​ທາ ແຂວງ ບໍ່​ແກ້ວ, ອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວ່າ​ດ້ວຍ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ຂອງ​ກອງທັບ​ດ້ານ​ການຈັດຕັ້ງ ແລະ ການ​ປະກອບ​ຈຳນວນ​ພົນ ແຕ່​ປີ2021-2025, ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ລະບຽບ​ການ, ຂັ້ນ​ຕອນ ແລະ ສິດ​ອະນຸມັດ ກ່ຽວ​ກັບ​ການ​ ສ້າງຕັ້ງ, ຍຸບ​ຫົວໜ່ວຍ​ການຈັດ ຕັ້ງ​ຂອງ​ກອງທັບ ແລະ ຂໍ້​ກຳນົດ ກ່ຽວ​ກັບ​ທີ່​ຕັ້ງ​ພາລະ​ບົດບາດ, ຂອບ​ເຂດ​ສິດ, ໜ້າທີ່ ແລະ ການ ເຄື່ອນໄຫວ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ໄດ້​ປະກາດ​ການ​ສ້າງຕັ້ງ​ໜ່ວຍ​ພັກ ແລະ ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ໜ່ວຍ​ພັກ, ພ້ອມ​ທັງ​ປະກາດ​ໂຄງ​ຮ່າງ​ການຈັດຕັ້ງ​ນຳພາ-ບັນຊາ, ສັບ​ຊ້ອນ​ໜ້າທີ່​ຂັ້ນ​ກອງຮ້ອຍ, ໝວດ, ໝູ່ ຕາມ​ພາລະ​ບົດບາດ, ສິດ, ໜ້າທີ່​ຂອບ​ເຂດ​ຄວາມ​ຮັບ ຜິດຊອບ​ຂອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 125 ໃນ​ນີ້, ໄດ້​ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ຕີ ສິງ​ທອນ ອິນ​ທະ​ປັນຍາ ເປັນ​ເລຂາ​ໜ່ວຍ​ພັກ ທັງ​ເປັນ​ຫົວໜ້າ​ການເມືອງ, ສະຫາຍ ພັນ​ຕີ ວົງ​ໄຊ ແກ້ວ​ບຸນ​ມີ ເປັນ​ຮອງ​ເລຂາ​ໜ່ວຍ​ພັກ ທັງ​ເປັນ​ຫົວໜ້າ​ການ​ທະຫານ, ສະຫາຍ ຮ້ອຍ​ເອກ ສົມ​ພອນ ສອນ​ມະນີ ເປັນ​ກຳມະການ​ຄະນະ​ໜ່ວຍ​ພັກ ທັງ​ເປັນ​ຮອງ​ຫົວໜ້າ​ການເມືອງ, ສະຫາຍ ຮ້ອຍ​ເອກ ຄຳ​ເຮືອງ ເປັນ​ຮອງ​ຫົວໜ້າ​ການ​ທະຫານ ແລະ ສະຫາຍ ຮ້ອຍ​ໂທ ສົມ​ອຸລາ ແກ້ວ​ສີ​ນາ ເປັນ​ຮອງ​ຫົວໜ້າ​ກອງຮ້ອຍ​ຊີ້​ນຳ​ວຽກ​ງານ​ພະລາທິການ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະ ວາ ສີ​ພັນ ພຸດ​ທະ​ວົງ ໄດ້​ມີ​ຄຳ​ເຫັນ​ ວ່າ: ການ​ປະກາດ​ສ້າງຕັ້ງ ກອງ ຮ້ອຍ​ທະຫານ​ຊາຍ​ແດນ 125 ແມ່ນ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງທັບ​ປະຊາຊົນ​ລາວ ກໍ​ ຄື ກຳລັງ​ປະກອບ​ອາວຸດ​ຂັ້ນ​ທ້ອງ ຖິ່ນ​ຮາກ​ຖານ​ໃນ​ໄລຍະ​ໃໝ່​​ ເພື່ອ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດ ທະນາ​ປະເທດ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ, ເປັນ​ລະບຽບ​ຮຽບ​ຮ້ອຍ. ພ້ອມ​ກັນ​ນັ້ນ, ສະຫາຍ​ໄດ້​ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ກອງ ຮ້ອຍ​ດັ່ງກ່າວ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບ​ເຊື່ອມ​ຊຶມ​ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ຕໍ່ໜ້າ​ທີ່​ການເມືອງ ກໍ​ຄື ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ, ເພີ່ມ​ທະວີ​ ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ ​ປຶກ​ແຜ່ນ​ແໜ້ນໜາ, ການເຄື່ອນ ໄຫວ​ວຽກ​ງານ​ຕ້ອງ​ປະຕິບັດ​ຕາມ​ ຫຼັກ ການ​ລວມ​ສູນ​ປະຊາທິປະໄຕ, ເປັນ​ໝູ່​ຄະນະ ແລະ ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ຮັດກຸມ, ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ສົມ​ໄຊ ສີ​ລາ​ຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ