
ປະດັບການຍ້ອງຍໍໃຫ້ແກ່ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຢູນານ
ເວລາອອກຂ່າວ: 2022-09-23 09:30:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ໃນວັນທີ 21 ກັນຍາ 2022
ນີ້, ຢູ່ທີ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີປະດັບການຍ້ອງຍໍໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງຢູນານ ສປ ຈີນ,ໂດຍການ
ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນ, ສະ ຫາຍ ພົນໂທ ຢວນຢ່າຟິງ ຫົວໜ້າກອງບັນຊາການຕຳຫຼວດລາດ ຕະເວນທາງນ້ຳ ກອງບັນຊາການ
ປ້ອງກັນຄວາມສະຫງົບແຂວງຢູນານ ສປ ຈີນ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນທອນ ພັນ
ທະສອນ ຮອງຫົວໜ້າກົມນະໂຍ ບາຍ ກົມໃຫຍ່ການເມືອງກອງ ທັບ ໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍ ການມອບຫຼຽນໄຊພິ ລະອາດຫານ ແລະ ຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນຢູ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງຢູນານ ສປ ຈີນ, ໃນນີ້, ມອບຫຼຽນໄຊພິລະອາດ ຫານຊັ້ນ ll ໃຫ້ 1 ກົມກອງ ແລະ ບຸກຄົນ 3 ສະຫາຍ, ມອບຫຼຽນໄຊພິລະອາດຫານຊັ້ນ lll ໃຫ້ 3 ກອງ
ພັນ ແລະ ບຸກຄົນ 10 ສະຫາຍ ແລະ ມອບຫລຽນກາມິດຕະພາບໃຫ້ບຸກຄົນ 20 ສະຫາຍ.
ຈາກນັ້ນ, ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ຜົນງານດັ່ງກ່າວແມ່ນເປັນການເສີມສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຍາວນານລະຫວ່າງ ລາວ-ຈີນ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ການເປັນຄູ່ຮ່ວມສະຕາກຳລາວ-ຈີນ, ຈີນ-ລາວ ໃຫ້ຍືນຍົງ, ເປັນການຍ້ອງ
ຍໍຜົນງານ ທີ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຢູນານ ໄດ້ປະຕິບັດໜ້າທີ່ຮ່ວມ ມືປະຕິບັດກົດໝາຍ ແລະ ລາດ ຕະເວນຮ່ວມກັນມາເປັນເວລາ 10 ປີ, ເຊິ່ງມີຜົນສຳເລັດ ແລະ ມີຜົນງານຢ່າງໃຫຍ່ຫຼວງ.
ພາຍຫຼັງສຳເລັດພິທີມອບ ການຍ້ອງຍໍ, ຄະນະທັງສອງຝ່າຍລາວ-ຈີນ ໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໂດຍ
ສະຫາຍ ພົນຈັດຕະວາ ສີພັນພຸດທະວົງ ຫົວໜ້າກົມທະຫານຊາຍແດນ ໄດ້ມີຄຳເຫັນກ່ຽວກັບສະພາບວຽກງານຊາຍແດນລະ ຫວ່າງລາວ-ຈີນ, ເນັ້ນໃຫ້ພ້ອມກັນສືບຕໍ່ຮ່ວມມືເສີມຂະຫຍາຍມູນເຊື້ອອັນດີງານ ແລະ ເພີ່ມທະວີການປະສານສົມທົບໃຫ້ແໜ້ນແຟ້ນ, ການພົວພັນຮ່ວມມືແລກ ປ່ຽນຂໍ້ມູນຂ່າວສານໃຫ້ວ່ອງໄວ ທັນເວລາ, ເພື່ອເຮັດໃຫ້ການ ເຄື່ອນໄຫວປະຕິບັດກົນໄກການຮ່ວມມືມີປະສິດທິຜົນຍິ່ງໆຂຶ້ນ ແລະ ເຮັດໃຫ້ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ມີຄວາມສະຫງົບປອດໄພໝັ້ນຄົງ, ຍາວນານ, ກາຍເປັນແມ່ນ້ຳທີ່ມີສັນຕິພາບ ແລະ ມີການຮ່ວມມືພັດທະນານັບມື້ແໜ້ນແຟ້ນເລິກເຊິ່ງກວ່າເກົ່າ.
ໂດຍ: ກິນນະຄອນ
ພາບ: ສົມໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ