ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 3 ປະກາດການ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ
ເວລາອອກຂ່າວ: 2022-09-23 09:43:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ໃນ​ວັນ​ທີ 13 ກັນຍາ 2022 ນີ້, ກອງ​ພົນ​ທີ 3 ໄດ້ຈັດພິທີປະ ກາດ​ການແຕ່ງຕັ້ງ​ຮອງ​ຫົວໜ້າ ຫ້ອງ​ເສນາ​ທິ​ການ ແລະ ບາງພະ ແນກການ​ທີ່ຂຶ້ນກັບຫ້ອງການ ເມືອງ​ ກອງພົນ​ທີ 3, ໂດຍການ ເປັນປະທານ​ຂອງ​ ສະຫາຍ ພັນເອກ ສໍ​ຍັນ ລໍ​ອິນສອນ ຫົວໜ້າ ການເມືອງ​ ກອງ​ພົນ​ທີ 3, ມີ​ສະຫາຍ ພັນ​ເອກ ກິ່ງ​ແກ້ວ ອຸ່ນ​ມະນີ​ວົງ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ ກອງ​ພົນ​ທີ 3, ມີ​ຄະນະພັກ-ຄະນະ​ບັນຊາ, ພະນັກງານ​ຫຼັກ ແຫຼ່ງມາຈາກ​ອົງການ, ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ປະເສີດ ນັດ​ອຸດົມ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ​ ກອງ​ພົນ​ທີ 3 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ການ​ແຕ່ງຕັ້ງ​ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ພົນ​ທີ 3. ໃນ​ນີ້​, ກະຊວງ​ປ້ອງ​ກັນ​ປະເທດ ​ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ເອກ ສົມ​ດີ ຕີບອິນ ​ແສງ ກຳມະການ​ຄະນະ​ພັກກອງ​ ພົນຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 301 ​ເປັນ​ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3, ກົມ​ໃຫຍ່​ການເມືອງ​ກອງທັບ​ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ຄຳພັດ ອິນ​ມາລາ ຮອງ​ຫົວໜ້າ​ພະ​ແນກ ປະກັນ​ສັງຄົມ ເປັນ​ຫົວໜ້າ​ພະ ແນກປະກັນ​ສັງຄົມ, ສະຫາຍ ພັນ​ໂທ ​ໄມ​ຫຼ້າ ທະ​ນົງ​ສີ ເປັນຫົວ ໜ້າ​ພະ​ແນກ​ບໍລິຫານ ​ຫ້ອງ​ການ ເມືອງ, ສະຫາຍ ພັນ​ຕີ ບຸນ​ມີ ແສງ​ພະຈັນ ການ​ເງິນ​ຫ້ອງການ​ບໍລິຫານ ເປັນ​ຮອງ​ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ. ພ້ອມ​ດຽວ​ກັນ​ນີ້​ ຄະນະ​ພັກ​ກອງ​ພົນ​ຍັງ​ໄດ້​ບົງ​ຕົວ​ແຕ່ງຕັ້ງ​ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ທີ​່ຂຶ້ນ ກັບ​ ຫ້ອງ​ເສນາ​ທິ​ການ​ ກອງ​ພົນ​ທີ 3 ຕື່ມ​ອີກ. ໃນ​ນີ້, ຄະນະ​ພັກ​ກອງ​ພົນ​ທີ 3 ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ເອກ ສົມ​ດີ ຕີບ​ອິນ​ແສງ ກຳມະການ​ຄະນະ​ພັກ​ກອງ​ພົນ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 3 ເປັນ​ຮອງເລ ຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສ ນາ​ທິ​ການ, ແຕ່ງຕັ້ງ ສະຫາຍ ພັນ​ໂທ ຄຳ​ຫຼ້າ ພົມ​ມະ​ລີ ເປັນ​ກຳ ມະການ​ກວດກາ​ໜ່ວຍ​ພັກ​ທີ 4, ສະຫາຍ ພັນ​ຕີ ໄຊ​ພອນ ກຳ​ມະ​ທອງ ເປັນ​ກຳມະການ​ການ​ຄັງ, ແຕ່ງຕັ້ງ ສະຫາຍ ພັນ​ໂທ ພູ​ໂຂງ ໄຊ​ຍະ​ວົງ ເປັນ​ເລຂາ​ໜ່ວຍ​ພັກ​ທີ 1 ຫ້ອງ​ເສນາ​ທິ​ການ, ສະຫາຍ ພັນ​ຕີ ຄຳ​ປານ ວັນນະ​ເສີດ ເປັນ​ຮອງ​ເລຂາ​ໜ່ວຍ, ສະຫາຍ ພັນ​ຕີ ບຸນ​ທອນ ເປັນ​ກຳມະການ-ການ​ຄັ້ງ, ສະຫາຍ ພັນ​ຕີ​ ອຸດອນ ສີ​ສຸ​ລາດ ເປັນ​ກຳມະການ​ປ້ອງ​ກັນ​ໜ່ວຍ​ພັກ​ທີ 1 ຫ້ອງ​ເສນາ​ທິ​ການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ