ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຢູ​ຟາ ປະກາດ​ຫ້າມ ຣັດ​ເຊຍ ຈາກ​ຢູ​ໂຣ 2024
ເວລາອອກຂ່າວ: 2022-09-23 09:46:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838706 | ຄວາມນິຍົມ:



ສະຫະພັນ​ເຕະບານ​ເອີ​ຣົບ (ຢູ​ຟາ) ອອກ​ມາ​ຢືນຢັນ ທີມ​ຊາດ​ຣັດ​ເຊຍ​ ຈະ​ຖືກ​ຫ້າມ​ຈາກ​ການ​ແຂ່ງຂັນ​ເຕະບານ​ຊີງ​ແຊັມ​ແຫ່ງ​ຊາດ​ເອີ​ຣົບ 2024 ແລະ ຈະ​ບໍ່​ມີ​ ຊື່​ໃນ​ການ​ຈັບ​ສະຫຼາກ​ແບ່ງ​ສາຍ​ສຳລັບ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ ທີ່​ເມືອງ​ແຟຣງ​ເຟຣີດ ປະ ເທດ​ເຢຍ​ລະ​ມັນ ໃນ​ວັນ​ທີ 9 ຕຸລາ​ນີ້. ຢູ​ຟາ​ສັ່ງ​ຫ້າມ​ທີມ​ຊາດ ແລະ ສະໂມສອນ​ຂອງ​ຣັດ​ເຊຍ ຈາກ​ການ​ແຂ່ງຂັນ​ທຸກ​ລາຍການ​ຂອງ​ສະຫະພັນ​ນັບ​ຕັ້ງແຕ່​ກອງທັບ​ຣັດ​ເຊຍ ເຂົ້າ​ປະຕິບັດ​ການ​ທາງ​ທະຫານ​ຢູ່ ອູ​ແກຼນ ເມື່ອ​ເດືອນ ກຸມພາ ຜ່ານ​ມາ ແລະ ຍັງ​ສຶບ​ຕໍ່​ ສັ່ງ​ຫ້າມ​ຮອດ​ໃນ​ລາຍການ​ຢູ​ໂຣ 2024. ແຕ່​ຢ່າງໃດ​ກໍ​ຕາມ ຢູ​ຟາ ຢືນຢັນ​ວ່າ ເບ​ຣາ​ລຸດ​ຊີ ທີ່​ຖືກ​ປະ ນາມ​ຈາກ​ການ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ຣັດ​ເຊຍ ໃນ​ການ​ເຂົ້າ​ປະຕິບັດ ການ​ທາງ​ທະຫານ​ກັບ​ອູ​ແກຼນ​ນັ້ນ ຈະ​ມີ​ຊື່​ເອົາ​ໄວ້​ໃນ​ການ​ຈັບ​ສະ ຫຼາກ​ແບ່ງ​ສາຍ​ຢູ​ໂຣ 2024 ຮອບ​ຄັດ​ເລືອກ. ທັງ​ນີ້, ຈາກ​ການ​ຖືກ​ຫ້າມ​ຂອງ​ຣັດ​ເຊຍ ແລະ ຈາກ​ການ​ທີ່​ເຢຍ​ລະ​ມັນ​ໄດ້​ສິດ​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ​ໂດຍ​ອັດຕະໂນມັດ ໃນ​ຖານະ​ເຈົ້າພາບ ເຮັດ​ໃຫ້​ອີກ 53 ຊາດ​ຈະ​ຖືກ​ແບ່ງ​ອອກ​ເປັນ 10 ກຸ່ມ​ໃນ​ຮອບ​ຄັດ​ເລືອກ ໂດຍ 7 ກຸ່ມ​ຈະ​ມີ 5 ທີມ ແລະ ອີກ 3 ກຸ່ມ​ ຈະ​ມີ 6 ທີມ ສຳລັບ ແຊັມ​ ແລະ ​ຮອງ​ແຊັມ​ຂອງ​ແຕ່​ລະ​ກຸ່ມ​ຈະ​ໄດ້​ຜ່ານ​ເຂົ້າ​ໄປ​ຫຼິ້ນ​ໃນ​ຮອບ​ສຸດ​ທ້າຍ​ໂດຍ​ອັດ ຕະໂນມັດ ສ່ວນ​ອີກ 3 ໂກ​ຕາ​ທີ່​ ເຫຼືອ​ຈະ​ຕັດສິນ​ດ້ວຍ​ການ​ຫຼິ້ນ​ຮອບ​ເພລອັອບໃນ​ເດືອນ ມີນາ ປີ 2024.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ