ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ​ຮອບດ້ານ ​ປະຈຳ​ໄຕ​ມາດ III ຂອງ​ເຂດ 2
ເວລາອອກຂ່າວ: 2022-09-23 10:23:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 459 | ຄວາມນິຍົມ:



ວັນ​ທີ 19 ກັນຍາ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສ່ອງ​ແສງ​ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ​ມາດ III ຂອງ​ກົມ​ກອງ​ທະຫານ​ເຂດ 2, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ສາຍໃຈ ກົມ​ມະ​ສິດ ກຳມະການ​ຄະນະ​ປະຈຳ​ພັກ​ກະ ຊວງ, ຫົວໜ້າ​ຫ້ອງ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະເທດ, ມີ​ສະຫາຍ ພົນ​ຈັດຕະວາ ກູດ ພົມມາ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ກອງ​ ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ກອງ​ພົນ​ທີ 2, ໂຮງໝໍ​ ບໍລິເວນ 107, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1, ໂຮງງານ​ປະ ສານ​ເຫຼົ່າ, ສານ​ພາກ​ເໜືອ, ໄອ​ຍະ​ການ​ພາກ​ເໜືອ ແລະ ວິຊາ​ການ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ, ບັນດາ​ກົມ​ ກອງ​ໄດ້​ພັດ​ປ່ຽນ​ກັນ​ລາຍ​ງານ​ ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຢູ່​ພາຍ​ ໃນ​ກົມ​ກອງ​ຂອງ​ຕົນ, ສະຫຼຸບ​ຕີ​ລາຄາ​ຄືນ​ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໃນ​ໄຕ​ມາດ III ຜ່ານ​ມາ, ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ດ້ານ​ອ່ອນ​ທີ່​ຍັງ​ຄົງ​ຄ້າງ​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ, ເພື່ອ​ສ່ອງ​ແສງ​ໃຫ້​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ຮັບ​ຊາບ, ພ້ອມ​ກັນ​ນັ້ນ, ແຕ່​ລະ​ກົມ​ກອງ​ກໍ​ໄດ້​ແລກປ່ຽນ​ບົດຮຽນ​ການ​ຊີ້​ນຳ-ນຳພາ​ເຊິ່ງ​ກັນ ແລະ ກັນ ເພື່ອ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢູ່​ກົມ​ກອງ​ຂອງ​ຕົນ​ໃຫ້​ໄດ້​ຮັບ​ໝາກຜົນ ໂອກາດ​ນີ້, ສະຫາຍ ພົນ​ຈັດ ຕະວາ ສາຍໃຈ ກົມ​ມະ​ສິດ ໄດ້​ມີ​ຄຳ​ເຫັນ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງສືບ ຕໍ່​ເອົາໃຈໃສ່​ໃນ​ການ​ຕິດຕາມ​ກວດກາ, ເກັບ​ກຳ​ສະພາບ​ການ​ຮອບດ້ານ ແລະ ພ້ອມ​ກັນ​ຍົກ​ສູງ​ວຽກ​ງານ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ໃຫ້​ເຂັ້ມ​ງວດ, ເອົາໃຈໃສ່​ ສຶກສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ເປັນ​ປົກກະຕິ, ຊີ້​ນຳ​ພະນັກງານ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ ເມືອງ, ສົມທົບ​ແໜ້ນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ພ້ອມ​ກັນ​ເຄື່ອນ​ໄຫວ​ວຽກ​ງານ ​ປກຊ-​ປກສ ເຮັດ​ໃຫ້​ສະພາບ​ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ, ພ້ອມ​ກັນ​ນັ້ນ, ກໍ​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ຕໍ່ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ແລະ ພາຍ​ນອກ​ໃຫ້​ໜັກ​ແໜ້ນ, ມີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນ ຕິ​ຂອງ​ພວກ​ອິດ​ທິ​ກຳລັງ​ປໍ​ລະ​ປັກ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້. ໂດຍ: ໄຊ​ຍະ​ສັກ ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ