ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ການເຝິກແອບ​ກຳລັງ​ເຄື່ອນ​ທີ່​ໄວ​ຂອງ​ກອງພັນ​ໃຫຍ່ 11
ເວລາອອກຂ່າວ: 2022-09-26 08:45:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:



ພິທີ​ປິດການ​ເຝິກ​ກຳລັງ​ເຄື່ອນ​ທີ່​ໄວ​ຂອງ​ກອງພັນ​ໃຫຍ່​ 11 ປະຈຳ​ປີ 2022 ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 22 ກັນຍາ 2022 ຢູ່​ທີ່ ສະ ໜາມ​ເຝິກແອບ​ວິທະຍາຄານ​ນາຍ​ທະຫານ​ບົກ ກົມ​ມະ​ດຳ, ໂດຍ​ການ​ເຂົ້າ​ຮ່ວມຂອງ ສະຫາຍ ພົນ ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ ຮອງ​ລັດຖະມົນຕີ, ບັນດາກົມ, ຫ້ອງການ, ກົມ​ກອງ, ຄະນະ​ພັກ- ຄະນະ​ບັນຊາກອງພັນ​ໃຫຍ່​ 11, ຄະນະ​ຮັບຜິດຊອບ​ການເຝິກແອບ ແລະ ແຂກທີ່​ຖືກ​ເຊີນ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ກົງ​ທອງ ສຸ​ຂະ​ວົງ ຫົວໜ້າ​ການ​ທະຫານ ຫົວໜ້າ​ຮັບຜິດຊອບ​ພາກ​ສະໝາມກຳ ລັງ​ເຄື່ອນ​ທີ​ໄວ ກອງພັນໃຫຍ່11 ກ່າວ​ວ່າ: ການຈັດຕັ້ງ​ປະຕິບັດ​ ການເຝິກແອບ​ກຳລັງ​ເຄື່ອນ​ທີ່​ໄວ​ຄັ້ງ​ນີ້​ໂດຍ​ອີງໃສ່​ເນື້ອ​ໃນ ແລະ ກຳນົດ​ເວລາ ເຊິ່ງເປັນ ​ການເຝິກແອບ​ໄລຍະ​ສັ້ນໃນ​ການ ເຝິກແອບ​ຮ່ຳຮຽນ​ຕົວ​ຈິງ​ໃນ​ແຕ່​ລະວິ​ຊາ​ເປັນຕົ້ນ​ແມ່ນ​ສິນລະປະ​ຍຸດ-ຍຸດທະວິທີ, ມວຍ​ປ້ອງ​ກັນ​ຕົວ, ມວຍ​ຕໍ່ສູ້​ປະຈັນບານ ແລະ ວິຊາ​ອື່ນໆ ຕະຫລອດ​ໄລຍະ​ການ ເຝິກແອບ​ເຖິງ​ຈະ​ພົບ​ຄວາມ​ຫຍຸ້ງ ຍາກ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ດ້ານ​ງົບປະມານ ແລະ ວັດຖຸ​ຮັບ​ໃຊ້​ການ​ອົບຮົມ-ຫັດ​ແອບ ແຕ່ ຄະນະ​ຮັບຜິດຊອບ​ທຸກ​ພາກສ່ວນ ກໍ​ຄື ຄະນະ​ພັກ-ຄະນະ​ບັນຊາກອງ ພັນ​ໃຫຍ່​11 ລວມ​ທັງ​ກຳລັງ​ອ້າຍ​ ນ້ອງ​ກອງພັນ​ເຄື່ອນ​ທີ​່ໄວ ໄດ້​ມີ​ ຄວາມ​ຮັບຜິດຊອບ​ສູງ​ຜ່ານຜ່າ​ ຄວາມ​ຫຍຸ້ງຍາກ​ດັ່ງກ່າວ​ເຮັດ​ໃຫ້​ ການຈັດຕັ້ງ​ປະຕິບັດ​ການເຝິກ ແອບ​ຄັ້ງ​ນີ້ ບັນລຸ​ຕາມ​ເປົ້າ​ໝາຍ ທັງ​ຮັບປະກັນ​ຄວາມ​ປອດ​ໄພ ແລະ ມີຜົນສຳເລັດ​ຢ່າງ​ຈົບງາມ. ສະຫາຍ ພົນ​ຈັດຕະວາ ພັນ ແສງ ບຸນ​ພັນ ຮອງ​ຫົວໜ້າກົມ ​ໃຫຍ່​ເສນາ​ທິ​ການ​ກອງທັບ ຫົວ ໜ້າ​ຄະນະ​ຊີ້​ນຳ​ບັ້ນ​ເຝິກ​ແອບກຳລັງ​ເຄື່ອນ​ທີ່​ໄວ​ຂອງ​ກອງພັນ​ໃຫຍ່​ 11 ກ່າວ​ວ່າ: ການຈັດຕັ້ງ​ປະຕິ ບັດ​ການເຝິກແອບ​ກຳລັງ​ເຄື່ອນ​ທີ່​ໄວ​ແມ່ນ​ໄດ້​ບົດຮຽນ​ຫລາຍ​ຢ່າງ​ເພື່ອ​ປັບປຸງ​ກຳລັງ​ປະກອບ​ອາວຸດ​ພວກ​ເຮົາ​ໃຫ້​ມີ​ຄວາມ​ເຂັ້ມແຂງ ເວົ້າ​ລວມ​ເວົ້າ​ສະເພາະ ກອງພັນ​ໃຫຍ່ 11 ແລະ ກົມ​ກອງ​ອື່ນໆ ແນໃສ່​ຮັບປະກັນ​ຕອບ​ສະໝອງ​ໃນ​ວຽກ​ງານ​ວິຊາ​ສະເພາະ ໃນ​ໄລຍະ​ໃໝ່. ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ສະແດງ​ຄວາມ​ຊົມເຊີຍ ຕໍ່​ຄະນະ​ຮັບຜິດຊອບ ການເຝິກແອບ ແລະ ພະນັກງານ-ນັກຮົບ​ທຸກ​ສະຫາຍທີ່​ໄດ້​ເອົາ ໃຈໃສ່ເຂົ້າ​ໃນ​ການເຝິກແອບ​ຄັ້ງ​ນີ້ ເຊິ່ງ​ເປັນ​ການເຝິກແອບ​ດ້ານ​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຈົ່ງ​ສືບຕໍ່​ເຝິກຝົນ​ຮ່ຳຮຽນ ແລະ​ ນຳ​ເອົາ​ຜົນສຳເລັດ​ການເຝິກແອບ ດັ່ງກ່າວ​ນີ້​ໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ປະສິດທິພາບ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ