
ປະກາດຜົນລາງວັນບັ້ນເເຂ່ງຂັນ ກວດສອບບົດປະພັນ ວັນນະຄະດີ ສະຫຼອງປີສາມັກຄີ ລາວ-ຫວຽດນາມ 2022
ເວລາອອກຂ່າວ: 2022-09-26 08:48:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:
ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະມາຄົມນັກປະພັນລາວ ໄດ້ຈັດກອງປະຊຸມສະຫຼຸບບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີ ທົ່ວປະເທດ ເພື່ອສະເຫຼີມສະຫຼອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ຂຶ້ນໃນວັນທີ 23 ກັນ ຍາ 2022 ນີ້, ໂດຍການເປັນ ປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ປະທານຄະນະຊີ້ນຳລະດັບຊາດ ສະເຫຼີມສະຫຼອງປີສາມັກຄີມິດ ຕະພາບລາວ-ຫວຽດນາມ ປີ 2022, ມີບັນດາລັດຖະມົນຕີ,ຮອງລັດຖະມົນຕີ, ຫົວໜ້າກົມ, ບັນດານັກຂຽນກິດຕິມະສັກ, ນັກຂຽນມືອາຊີບ ແລະ ສະໝັກຫຼິ້ນ ໃນທົ່ວປະເທດເຂົ້າຮ່ວມ.
ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນ ລາວ ກ່າວວ່າ: ໃນໄລຍະຜ່ານມາ ສະມາຄົມນັກປະພັນລາວ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງປະຕິບັດໂຄງການແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ແລະ ຈັດພິມປື້ມຜົນງານວັນນະກຳດີເດັ່ນ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ເຊິ່ງປະກອບດ້ວຍ 3 ກິດຈະກຳຕົ້ນຕໍ ຄື: ກິດຈະກຳທີ 1 ຈັດພິມປຶ້ມ “ຕາມຮອຍປະຫວັດສາດ ສືບສານມູນເຊື້ອ ບົນເສັ້ນທາງໂຮ່ຈີ່ມິນ ໃນຜືນແຜ່ນດິນລາວ” ສະບັບພາສາລາວ, ກິດຈະກຳທີ 2 ໄດ້ເຊີນນັກປະພັນ, ນັກກະວີອາ ວຸໂສ-ກິດຕິມະສັກຈຳນວນ 17 ທ່ານ ຂຽນບົດກ່ຽວກັບມູນເຊື້ອປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເຊິ່ງໄດ້ຈັດພິມເປັນເຫຼັ້ມ ເພື່ອໂຄສະນາເຜີຍແຜ່ສູ່ສັງ ຄົມ ແລະ ກິດຈະກຳ ທີ 3 ໄດ້ຈັດຕັ້ງຂະບວນການແຂ່ງຂັນກວດສອບບົດປະພັນວັນນະຄະດີ ທົ່ວປະເທດ ແລະ ຈັດພິມຜົນງານທີ່ໄດ້ຮັບລາງວັນ ເຜີຍແຜ່ໂຄສະນາ. ຜ່ານການຈັດຕັ້ງປະຕິບັດ ກອງເລຂາໄດ້ຮັບບົດທັງໝົດ 235 ບົດ ໃນນີ້ ມີບົດບັນທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດກະວີ 132 ບົດ, ຜ່ານການຄັດເລືອກສາມາດເລືອກໄດ້ ລາງວັນທີ 1 ຈຳນວນ 2 ບົດ, ລາງວັນທີ 2 ຈຳ ນວນ 4 ບົດ, ລາງວັນທີ 3 ຈຳ ນວນ 6 ບົດ ແລະ ລາງວັນຊົມ ເຊີຍ ຈຳນວນ 30 ບົດ.
ໂອກາດນີ້, ທ່ານ ຮອງປະທານປະເທດ ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ ຄະນະໂຄສະນາອົບຮົມສູນກາງພັກ, ສະມາຄົມນັກປະພັນລາວ ແລະ, ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຕະຫຼອດຮອດທຸກພາກສ່ວນ ແລະ ບັນດານັກຂຽນມືອາຊີບ ແລະ ສະໝັກຫຼິ້ນ ໃນທົ່ວປະເທດ ທີ່ໄດ້ປະກອບສ່ວນສ້າງຂະບວນການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ໂດຍຜ່ານບົດປະພັນ, ບົດບັນທຶກ, ບົດເລື່ອງສັ້ນ, ບົດກະວີ ທີ່ສ່ອງແສງເຖິງມູນເຊື້ອສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງມີເນື້ອໃນ ແລະ ມີບັນຍາກາດຟົດຟື້ນກວ້າງຂວາງ, ພ້ອມທັງຮຽກຮ້ອງໃຫ້ບັນດານັກປະພັນ, ນັກກະວີ ກໍຄື ການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ ຊຸກຍູ້ສົ່ງເສີມຂະບວນການປະດິດຄິດແຕ່ງບົດປະພັນວັນນະຄະດີ ທີ່ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າ, ໃຫ້ຖືເປັນພາຫະນະໜຶ່ງ ທີ່ສຳຄັນຂອງການ ເຮັດວຽກງານແນວຄິດໃນທົ່ວສັງ ຄົມ ແນໃສ່ສ້າງທຸກຄົນທຸກພາກ ສ່ວນໃຫ້ມີຈິດໃຈຮັກຊາດ-ຮັກວັດທະນະທຳ ອັນດີງາມຂອງຊາດ, ພ້ອມທັງ ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງແຂງ ແຮງ ແລະ ຕໍ່ເນື່ອງ, ຂະບວນ ການເຄື່ອນໄຫວທາງດ້ານການ ປະພັນ ແລະ ການປະດິດຄິດແຕ່ງວັນນະຄະດີ ໃຫ້ມີຄວາມອຸດົມຮັ່ງມີດ້ວຍຫຼາຍຮູບແບບ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທາງດ້ານຊີວິດຈິດໃຈຂອງປະຊາຊົນ ກໍຄື ຜູ້ອ່ານ, ຜູ້ຊົມໃຊ້ດ້ານມໍລະດົກທາງປັນຍາຄວາມຮູ້, ສູ້ຊົນໃຫ້ມີບົດປະພັນວັນນະຄະດີ ທີ່ມີຄຸນນະພາບ, ມີຄຸນຄ່າສູງ, ສ່ອງແສງ ເຖິງມູນເຊື້ອຂອງຊາດ ຂອງພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ທັງສ່ອງແສງເຖິງແບບແຜນດຳລົງຊີວິດ ທີ່ກ້າວໜ້າສົດໃສຈົບງາມ, ສ້າງວັນນະຄະດີໃຫ້ມີຄຸນຄ່າ ແລະ ມີຄຸນນະພາບ ຖືກກັບຄວາມມັກຄວາມນິຍົມຊົມຊອບ ທີ່ຖືກຕ້ອງ ຂອງມະຫາຊົນ, ພ້ອມທັງເອົາໃຈໃສ່ຖະນຸບຳລຸງ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນໃນການປະດິດຄິດແຕ່ງຂອງນັກປະພັນວັນນະຄະດີ ຂອງຊາດເຮົາ ໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ.
ໂດຍ: ວິໄລພອນ ສອນມະນີລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ